ເຈົ້າໜ້າທີ່ປະເມີນສະຖານະການໄຟປ່າທີ່ພູພະນັງ

ອຳນາດການປົກຄອງເມືອງສັງທອງ ນະຄອນຫຼວງວຽງຈັນ ກຳລັງທຳການປະເມີນຂອບເຂດການທຳລາຍລ້າງຂອງໄຟປ່າ ໃນປ່າສະຫງວນແຫ່ງຊາດພູພະນັງ ໃນອາທິດຜ່ານມາ.

ເຈົ້າໜ້າທີ່ເມືອງກ່າວວ່າຂໍ້ມູນທາງການກ່ຽວກັບຄວາມເສຍຫາຍ ແລະ ມາດຕະການປ້ອງກັນໃນຕໍ່ໜ້າຍັງຢູ່ໃນໄລຍະການປະເມີນ.

ທ່ານຮ້ອຍເອກ ອຳລາ ສິງສະໄໝ ຕາງໜ້າອຳນາດການປົກຄອງທີ່ຮັບຜິດຊອບການຄວບຄຸມໄຟປ່າ ໄດ້ລາຍງານຜ່ານໜັງສືພີມປະເທດລາວວ່າ ນັບແຕ່ວັນທີ 7 ມີນາເປັນຕົ້ນມາ ໄຟປ່າໄດ້ເຜົາທຳລາຍພື້ນທີ່ປ່າໄມ້ແລ້ວ 95 ​ເຮັກຕາໃນ 9 ບ້ານໃນເຂດພູພະນັງ.

ອ່ານຕໍ່…

ບັນນາທິການວຽງຈັນທາມສ໌