Vientiane Times/ANN

ໂຮງໝໍພາກສະໜາມແຫ່ງທີສອງໄດ້ເປີດນຳໃຊ້

ສະໜາມກິລາໃນຮົ່ມລ້ານຊ້າງ ໄດ້ຖືກປັບປຸງໃຫ້ເປັນໂຮງໝໍພາກສະໜາມ ເພື່ອຮອງຮັບຜູ້ປ່ວຍພະຍາດໂຄວິດ-19 ຢູ່ໃນນະຄອນຫຼວງວຽງຈັນພາຍຫຼັງໄດ້ຈຳນວນຜູ້ຕິດເຊື້ອເພິ່ມຂື້ນໃນປັດຈຸບັນ. ໂຮງໝໍຫຼັງດັ່ງກ່າວໄດ້ຕັ້ງຢູ່ບ້ານດອນກອຍ, ເມືອງສີສັດຕະນາກ ຊຶ່ງປະກອບມີ 303​ ຕຽງນອນ. ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ໌

ເຂື່ອນທີ່ແຂວງອັດຕະປືໄດ້ຮັບການສ້າງຄືນໃໝ່່ພາຍຫຼັງ 2​ ປີຈາກເຫດການໄພນຳ້ຖ້ວມ

ວຽງຈັນທາມ – ໂຄງການ ເຂື່ອນເຊປຽນ-ເຊນຳ້ນ້ອຍ ທີ່ແຂວງອັດຕະປື ໄດ້ຮັບການສ້າງຄືນໃໝ່ ພາຍຫຼັງຈາກການເພພັງ ທີ່ເກີດຈາກໄພນຳ້ຖ້ວມໃນ 2 ປີຫຼັງທີ່ຜ່ານມານັ້ນ. ພະນັກງານໂຄງການໄດ້ກ່າວຕໍ່ຜູ້ສື່ຂ່າວໃນພຸດນີ້ວ່າ ໂຄງການໄດ້ລິເລີ່ມກໍ່ສ້າງບໍ່ຫ່າງຈາກສະຖານທີ່ຕັ້ງເດີມທີ່ໄດ້ເພພັງໄປແລ້ວນັ້ນ ທີ່ເຄີຍພັງລົງ ແລະ ສ້າງຄວາມເສຍຫາຍຕໍ່ຫຼາຍຫຼັງຄາເຮືອນຂອງປະຊາຊົນເມືອງສະໜາມໄຊ. ອ່ານເພີ່ມເຕີມ..  ...

Khonesavanh Latsaphao

ເຈົ້າໜ້າທີ່ ຫາລືການສ້າງແຜນທີ່ຄວາມສ່ຽງສະພາບອາກາດ ສຳລັບຊາວກະສິກອນພາກໃຕ້

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານໃນບັນດາແຂວງພາກໃຕ້ ເຂົ້າຮ່ວມປະຊຸມທີ່ນະຄອນປາກເຊ ໃນອາທິດນີ້ ເພື່ອຫາລືກ່ຽວກັບການສ້າງແຜນທີ່ຄວາມສ່ຽງ ແລະ ຜົນກະທົບທີ່ກ່ຽວຂ້ອງກັບການປ່ຽນແປງຂອງສະພາບອາກາດ, ເພື່ອແນໃສ່ສະໜອງຂໍ້ມູນທີ່ລະອຽດຊັດເຈດໃຫ້ແກ່ຊາວກະສິກອນ.ກອງປະຊຸມໄລຍະສອງວັນ ກ່ຽວກັບການສ້າງແຜນທີ່ການດຳລົງຊີວິດທາງດ້ານກະສິກຳ ແລະ ການກຳນົດຄວາມສ່ຽງສະພາບອາກາດ ເພື່ອຈັດຕັ້ງບູລິມະສິດເພື່ອການບໍລິການກ່ຽວກັບສະພາບອາກາດ ໄດ້ຈັດຂຶ້ນທີ່ສູນຄົ້ນຄວ້າແນວພັນເຂົ້າ ແລະ ຂະຫຍາຍພັນພືດ ບ້ານໂພນງາມ, ນະຄອນປາກເຊ ໃນວັນທີ 19-20 ທັນວານີ້.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ເຄື່ອງມືໃໝ່ ເພື່ອອຳນວຍຄວາມສະດວກ ໃນການຂຶ້ນທະບຽນທຸລະກິດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບັນດາຜູ້ປະກອບການທຸລະກິດໃນລາວ ໂດຍສະເພາະຢູ່ໃນເຈັດແຂວງເປົ້າໝາຍ ທີ່ຕ້ອງການຂຶ້ນທະບຽນທຸລະກິດຂອງຕົນ ຈະໄດ້ຮັບຄວາມສະດວກຍິ່ງຂຶ້ນ ພາຍຫຼັງການຕິດຕັ້ງອຸປະກອນທັນສະໄໝ ຢູ່ສູນຂຶ້ນທະບຽນທຸລະກິດ.ອຸປະກອນດັ່ງກ່າວ ເຊິ່ງມີມູນຄ່າ 680 ລ້ານກວ່າກີບ ໄດ້ມີການສົ່ງມອບໃຫ້ແກ່ ກົມຂຶ້ນທະບຽນ ແລະ ຄຸ້ມຄອງທຸລະກິດ (ERM) ຂອງກະຊວງອຸດສາຫະກຳ ແລະ ການຄ້າ ທີ່ນະຄອນຫຼວງວຽງຈັນ ໃນວັນພະຫັດນີ້.ອ່ານຕໍ່ ...

ສຸກສະໄໝ ບູລົມ

ສະພາແຫ່ງຊາດ ສັ່ງສະຫງວນທຶນເພື່ອການພັດທະນາຊັບພະຍາກອນມະນຸດ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາແຫ່ງຊາດ ໄດ້ອອກມະຕິຕົກລົງ ເພື່ອຊຸກຍູ້ແຜນການຂອງລັດຖະບານໃນການຮັກສາທຶນກ້ອນໃຫຍ່ ສຳລັບການພັດທະນາຂະແໜງການສຶກສາ ແລະ ສາທາລະນະສຸກ, ເພື່ອແນໃສ່ຍົກລະດັບຄຸນນະພາບຂອງຊັບພະຍາກອນມະນຸດ.ຕາມມະຕິຂອງສະພາກ່ຽວກັບງົບປະມານພາກລັດ ປີ 2020, ເຊິ່ງມີການເຜີຍແຜ່ໃນກອງປະຊຸມແຜນການ ແລະ ການເງິນ ໃນອາທິດແລ້ວນີ້, ລັດຖະບານຕ້ອງສະຫງວນທຶນຈຳນວນ 4,098 ຕື້ກີບ ສຳລັບກະຊວງສຶກສາທິການ ແລະ ກິລາ, ແລະ 2,283 ຕື້ກີບສຳລັບກະຊວງສາທາລະນະສຸກ ເພື່ອນຳໃຊ້ເຂົ້າໃນບັນດາໂຄງການຄຸ້ມຄອງ ແລະ ລົງທຶນຂອງຂະແໜງການ.ອ່ານຕໍ່ ...

ເອກະພອນ ພູທອນສີ

ລັດຖະບານຊຸກຍູ້ແຜນພັດທະນາປີ 2020

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ໄດ້ຈັດຕັ້ງກອງປະຊຸມພິເສດ ເພື່ອສ້າງພື້ນຖານໃນບັນດາອົງການຈັດຕັ້ງຂອງລັດ ກ່ຽວກັບວິທີເພື່ອຮັບປະກັນການຈັດຕັ້ງປະຕິບັດ ແຜນພັດທະນາແຫ່ງຊາດປີ 2020.ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມເປັນປະທານ ໃນພິທີເປີດກອງປະຊຸມໄລຍະສອງວັນຂອງລັດຖະບານ ເຊິ່ງຈະອັດລົງໃນມື້ນີ້ ທີ່ຫໍປະຊຸມແຫ່ງຊາດ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ຫວຽດນາມ ຫວັງສືບຕໍ່ການລົງທຶນໃນລາວໃນອະນາຄົດ ທ່າມກາງສະພາບເສດຖະກິດທີ່ຂະຫຍາຍຕົວຖົດຖອຍ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຫວຽດນາມ ສືບຕໍ່ການຮ່ວມມື ກ່ຽວກັບໂຄງການການລົງທຶນໃນລາວໃນອະນາຄົດ ເຖິງຈະຜະເຊີນກັບສະພາບເສດຖະກິດຂະຫຍາຍຕົວຖົດຖອຍ ທຽບກັບຊຸມປີຜ່ານມາ.ໜຶ່ງໃນບັນດາໂຄງການໃຫຍ່ ກໍຄືໂຄງການກໍ່ສ້າງສະໜາມບິນໜອງຄັງ ເມືອງຊຳເໜືອ ແຂວງຫົວພັນ, ຄະນະກຳມະການການຮ່ວມມືລາວ-ຫວຽດນາມ ກ່າວໃນກອງປະຊຸມຂະແໜງແຜນການ ແລະ ການລົງທຶນ ທີ່ວຽງຈັນໃນວັນຈັນຜ່ານມານີ້.ອ່ານຕໍ່ ...

ໂຕະຂ່າວ

ລາວ, ຈີນ ຮ່ວມມມືໃນການປັບປຸງການທ່ອງທ່ຽວໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຕາງໜ້າຈາກລາວ ແລະ ຈີນ ປະຊຸມກັນທີ່ນະຄອນປັກກິ່ງ ໃນວັນຈັນນີ້ ເພື່ອແລກປ່ຽນຄຳຄິດເຫັນ ແລະ ທັກສະໃນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວໃນລາວ.ກອງປະຊຸມສຳມະນາເພື່ອສົ່ງເສີມການລົງທຶນໃນຂະແໜງທ່ອງທ່ຽວໃນລາວ ໄດ້ຈັດຂຶ້ນທີ່ມະຫາວິທະຍາໄລສະຫະພັນປັກກິ່ງ, ຈີນ ໃນລະຫວ່າງການສະຫຼຸບປີທ່ອງທ່ຽວລາວ-ຈີນ 2019.ອ່ານຕໍ່ ...

ໂຕະຂ່າວ

ການຄ້າລາວ, ຫວຽດນາມ ຂະຫຍາຍຕົວປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດພາຍໃນປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າຮ່ວມລະຫວ່າງລາວ ແລະ ຫວຽດນາມ ໃນ 11 ເດືອນຂອງປີນີ້ ບັນລຸໄດ້ US$1,038 ລ້ານໂດລາ, ເພີ່ມຂື້ນ 12.28 ສ່ວນຮ້ອຍທຽບກັບໄລຍະດຽວກັນຂອງປີກາຍ.ຕົວເລກການຄ້າພາຄີດັ່ງກ່າວ ຄາດວ່າຈະບັນລຸຕາມເປົ້າໝາຍປະຈຳປີ ພາຍໃນທ້າຍເດືອນນີ້, ຄະນະກຳມະການ ການຮ່ວມມືລາວ-ຫວຽດນາມ ລາຍງານໃນກອງປະຊຸມຂະແໜງແຜນການ ແລະ ການລົງທຶນ ທີ່ວຽງຈັນໃນວັນຈັນນີ້.ອ່ານຕໍ່ ...

ໂຕະຂ່າວ

ອຳນາດການປົກຄອງ ສະຫຼຸບຜົນສຳເລັດຂອງການຈັດປີທ່ອງທ່ຽວລາວ-ຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ປີທ່ອງທ່ຽວລາວ-ຈີນ 2019 ໄດ້ອັດລົງຢ່າງເປັນທາງການໃນວັນຈັນນີ້ ໂດຍມີອຳນາດການປົກຄອງຈາກສອງປະເທດ ເຂົ້າຮ່ວມໃນພິທີດັ່ງກ່າວ ເຊິ່ງໂຄງການສົ່ງເສີມການທ່ອງທ່ຽວດັ່ງກ່າວ ບໍ່ພຽງແຕ່ເປັນການສົ່ງເສີມການທ່ອງທ່ຽວໃນສອງປະເທດ ແຕ່ຍັງເປັນຂີດໝາຍສຳຄັນໃນການເສີມຂະຫຍາຍສາຍພົວພັນສອງຊາດ.ພິທີປິດປີທ່ອງທ່ຽວລາວ-ຈີນ 2019 ໄດ້ຈັດຂຶ້ນທີ່ນະຄອນປັກກິ່ງ, ຈີນ ພາຍໃຕ້ການເຂົ້າຮ່ວມຂອງການນຳທັງສອງຝ່າຍ, ຝ່າຍລາວມີທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ທ່ານ ສ.ປອ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

WMH2s
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!