ອຳນາດການປົກຄອງ ສະຫຼຸບຜົນສຳເລັດຂອງການຈັດປີທ່ອງທ່ຽວລາວ-ຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ປີທ່ອງທ່ຽວລາວ-ຈີນ 2019 ໄດ້ອັດລົງຢ່າງເປັນທາງການໃນວັນຈັນນີ້ ໂດຍມີອຳນາດການປົກຄອງຈາກສອງປະເທດ ເຂົ້າຮ່ວມໃນພິທີດັ່ງກ່າວ ເຊິ່ງໂຄງການສົ່ງເສີມການທ່ອງທ່ຽວດັ່ງກ່າວ ບໍ່ພຽງແຕ່ເປັນການສົ່ງເສີມການທ່ອງທ່ຽວໃນສອງປະເທດ ແຕ່ຍັງເປັນຂີດໝາຍສຳຄັນໃນການເສີມຂະຫຍາຍສາຍພົວພັນສອງຊາດ.

ພິທີປິດປີທ່ອງທ່ຽວລາວ-ຈີນ 2019 ໄດ້ຈັດຂຶ້ນທີ່ນະຄອນປັກກິ່ງ, ຈີນ ພາຍໃຕ້ການເຂົ້າຮ່ວມຂອງການນຳທັງສອງຝ່າຍ, ຝ່າຍລາວມີທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ທ່ານ ສ.ປອ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ອ່ານຕໍ່…

ໂຕະຂ່າວວຽງຈັນທາມສ໌