ເຈົ້າໜ້າທີ່ ຫາລືການສ້າງແຜນທີ່ຄວາມສ່ຽງສະພາບອາກາດ ສຳລັບຊາວກະສິກອນພາກໃຕ້

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານໃນບັນດາແຂວງພາກໃຕ້ ເຂົ້າຮ່ວມປະຊຸມທີ່ນະຄອນປາກເຊ ໃນອາທິດນີ້ ເພື່ອຫາລືກ່ຽວກັບການສ້າງແຜນທີ່ຄວາມສ່ຽງ ແລະ ຜົນກະທົບທີ່ກ່ຽວຂ້ອງກັບການປ່ຽນແປງຂອງສະພາບອາກາດ, ເພື່ອແນໃສ່ສະໜອງຂໍ້ມູນທີ່ລະອຽດຊັດເຈດໃຫ້ແກ່ຊາວກະສິກອນ.

ກອງປະຊຸມໄລຍະສອງວັນ ກ່ຽວກັບການສ້າງແຜນທີ່ການດຳລົງຊີວິດທາງດ້ານກະສິກຳ ແລະ ການກຳນົດຄວາມສ່ຽງສະພາບອາກາດ ເພື່ອຈັດຕັ້ງບູລິມະສິດເພື່ອການບໍລິການກ່ຽວກັບສະພາບອາກາດ ໄດ້ຈັດຂຶ້ນທີ່ສູນຄົ້ນຄວ້າແນວພັນເຂົ້າ ແລະ ຂະຫຍາຍພັນພືດ ບ້ານໂພນງາມ, ນະຄອນປາກເຊ ໃນວັນທີ 19-20 ທັນວານີ້.

ອ່ານຕໍ່…

ພົມພົງ ເຫຼົາອິນ