ສະພາແຫ່ງຊາດ ສັ່ງສະຫງວນທຶນເພື່ອການພັດທະນາຊັບພະຍາກອນມະນຸດ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາແຫ່ງຊາດ ໄດ້ອອກມະຕິຕົກລົງ ເພື່ອຊຸກຍູ້ແຜນການຂອງລັດຖະບານໃນການຮັກສາທຶນກ້ອນໃຫຍ່ ສຳລັບການພັດທະນາຂະແໜງການສຶກສາ ແລະ ສາທາລະນະສຸກ, ເພື່ອແນໃສ່ຍົກລະດັບຄຸນນະພາບຂອງຊັບພະຍາກອນມະນຸດ.

ຕາມມະຕິຂອງສະພາກ່ຽວກັບງົບປະມານພາກລັດ ປີ 2020, ເຊິ່ງມີການເຜີຍແຜ່ໃນກອງປະຊຸມແຜນການ ແລະ ການເງິນ ໃນອາທິດແລ້ວນີ້, ລັດຖະບານຕ້ອງສະຫງວນທຶນຈຳນວນ 4,098 ຕື້ກີບ ສຳລັບກະຊວງສຶກສາທິການ ແລະ ກິລາ, ແລະ 2,283 ຕື້ກີບສຳລັບກະຊວງສາທາລະນະສຸກ ເພື່ອນຳໃຊ້ເຂົ້າໃນບັນດາໂຄງການຄຸ້ມຄອງ ແລະ ລົງທຶນຂອງຂະແໜງການ.

ອ່ານຕໍ່…

ເອກະພອນ ພູທອນສີ