ຍີ່ປຸ່ນໃຫ້ການສົ່ງເສີມເພື່ອພັດທະນາພື້ນຖານການສຶກສາສຳລັບເດັກນ້ອຍຊົນເຜົ່າຢູ່ແຂວງອຸດົມໄຊ

(KPL) ລັດຖະບານຍີ່ປຸ່ນ ໄດ້ສະໜອງກອງທຶນຊ່ວຍເຫຼືອຈຳນວນ 514,000 ໂດລາສະຫະລັດ ເພື່ອຊຸກຍູ້ພື້ນຖານການສຶກສາຂອງເດັກນ້ອຍຊົນເຜົ່າຢູ່ທາງພາກເໜືອ, ແຂວງອຸດົມໄຊ. ໂຄງການດັ່ງກ່າວມີຈຸດປະສົງເພື່ອປັບປຸຸງຄຸນນະພາບພື້ນຖານການສຶກສາ ແລະ ອັດຕາການເຂົ້າໂຮງຮຽນຂອງເດັກນ້ອຍຊົນເຜົ່າຢູ່ເມືອງປາກແບ່ງ, ແຂວງອຸດົມໄຊ. keep reading .  ...

KPL

ສະພາແຫ່ງຊາດ ສັ່ງສະຫງວນທຶນເພື່ອການພັດທະນາຊັບພະຍາກອນມະນຸດ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາແຫ່ງຊາດ ໄດ້ອອກມະຕິຕົກລົງ ເພື່ອຊຸກຍູ້ແຜນການຂອງລັດຖະບານໃນການຮັກສາທຶນກ້ອນໃຫຍ່ ສຳລັບການພັດທະນາຂະແໜງການສຶກສາ ແລະ ສາທາລະນະສຸກ, ເພື່ອແນໃສ່ຍົກລະດັບຄຸນນະພາບຂອງຊັບພະຍາກອນມະນຸດ.ຕາມມະຕິຂອງສະພາກ່ຽວກັບງົບປະມານພາກລັດ ປີ 2020, ເຊິ່ງມີການເຜີຍແຜ່ໃນກອງປະຊຸມແຜນການ ແລະ ການເງິນ ໃນອາທິດແລ້ວນີ້, ລັດຖະບານຕ້ອງສະຫງວນທຶນຈຳນວນ 4,098 ຕື້ກີບ ສຳລັບກະຊວງສຶກສາທິການ ແລະ ກິລາ, ແລະ 2,283 ຕື້ກີບສຳລັບກະຊວງສາທາລະນະສຸກ ເພື່ອນຳໃຊ້ເຂົ້າໃນບັນດາໂຄງການຄຸ້ມຄອງ ແລະ ລົງທຶນຂອງຂະແໜງການ.ອ່ານຕໍ່ ...

ເອກະພອນ ພູທອນສີ

ເຢຍລະມັນຊ່ວຍເຫຼືອໂຮງຮຽນການຊ່າງແຫ່ງໃໝ່ 1 ລ້ານຢູໂຣ

ລັດຖະບານເຢຍລະມັນຈະໃຫ້ການຊ່ວຍເຫຼືອລາວ ໂດຍການສະໜັບສະໜູນທຶນຮອນເຄິ່ງໜຶ່ງໃນການກໍ່ສ້າງວິທະຍາໄລການຊ່າງລາວ-ເຢຍລະມັນແຫ່ງທີ່ສອງ ເຊິ່ງມີມູນຄ່າ 2 ລ້ານຢູໂຣ ໃນນະຄອນວຽງຈັນ.  ໂຄງການກໍ່ສ້າງດັ່ງກ່າວຄາດວ່າຈະເລີ່ມລົງມືໃນທ້າຍປີນີ້, ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ເລືອກເຟັ້ນສະຖານທີ່ທີ່ເດີ່ນໂຮງຮຽນປະຖົມ ບ້ານຊຽງດາ ເມືອງໄຊເສດຖາ ເຊິ່ງຕັ້ງຢູ່ແຄມທາງເບຕົງເສັ້ນໃໝ່ໄປສະຖານນີລົດໄຟ ລາວ-ໄທ.ອ່ານຕໍ່ ...

ຄອນສະຫວັນ ລາດຊະເພົາ

ມູນນິທິເກື້ອຝັນເດັກມອບເງິນຊ່ວຍເຫຼືອ 26.5 ຕື້ກີບເພື່ອສົ່ງເສີມການສຶກສາ

ມູນນິທິເກື້ອຝັນເດັກແຫ່ງສະວິດເຊີແລນໄດ້ມອບເງິນຊ່ວຍເຫຼືອຈຳນວນກວ່າ 26.5 ຕື້ກີບ (3,137,600 ໂດລາສະຫະລັດ) ເພື່ອພັດທະນາການສຶກສາໃນລາວ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ກະຊວງສຶກສາໃຫ້ທຶນການສຶກສາສຳລັບນັກຮຽນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ນັກຮຽນຜູ້ທຸກຍາກທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື ຈະໄດ້ຮັບທຶນການສຶກສາພາຍໃຕ້ນະໂຍບາຍສຳລັບຜູ້ປະສົບໄພນ້ຳຖ້ວມ. ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າຈະມອບທຶນການສຶກສາ ໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມທີ່ເມືອງສະໜາມໄຊ ເຖິງແມ່ນວ່າກົມການສຶກສາຊັ້ນສູງຈະຍັງບໍ່ທັນຮູ້ຈຳນວນທີ່ແນ່ນອນຂອງນັກຮຽນທີ່ຕ້ອງການການຊ່ວຍເຫຼືອດ້ານການເງິນອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Wuv9k
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!