News
ຍີ່ປຸ່ນໃຫ້ການສະຫນັບສະຫນູນການສຶກສາຂັ້ນປະຖົມສໍາລັບເດັກນ້ອຍຊົນເຜົ່າຢູ່ແຂວງອຸດົມໄຊ
ລັດຖະບານຍີ່ປຸ່ນຕົກລົງໃຫ້ການຊ່ວຍເຫຼືອລ້າເປັນມູນຄ່າປະມານ 470.000 ໂດລາສະຫະລັດ ເພື່ອການສຶກສາປະຖົມສຶກສາໃຫ້ແກ່ເດັກນ້ອຍຊົນເຜົ່າຢູ່ອຸດົມໄຊ. ທຶນຊ່ວຍເຫຼືອລ້າແມ່ນຈະສະໜອງທຶນໃຫ້ແກ່ກິດຈະກໍາ “ການສຶກສາຂັ້ນພື້ນຖານໃຫ້ແກ່ເດັກນ້ອຍຊົນເຜົ່າໃນແຂວງອຸດົມໄຊ” ເປັນເວລາ 12 ເດືອນ. ໂຄງການດັ່ງກ່າວ ແນໃສ່ໃຫ້ການສຶກສາຊັ້ນປະຖົມ ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ ແລະ ປັບປຸງສະພາບແວດລ້ອມການສຶກສາຂອງນັກຮຽນຊົນເຜົ່າ ຢູ່ເມືອງປາກແບງ ແຂວງອຸດົມໄຊ. ເຂດດັ່ງກ່າວຕັ້ງຢູ່ໃນເຂດພູດອຍຢູ່ຕາມແມ່ນ້ຳຂອງທີ່ມີອັດຕາຄວາມທຸກຍາກສູງ. ປະມານ 90% ຂອງປະຊາກອນໃນແຂວງອຸດົມໄຊ ແມ່ນມາຈາກຊົນເຜົ່າທີ່ບໍ່ໄດ້ເວົ້າພາສາລາວເປັນພາສາທຳອິດ. ອ່ານເພິ່ມເຕີມ ...
ຂ່າວສານປະເທດລາວ
ຍີ່ປຸ່ນໃຫ້ການສົ່ງເສີມເພື່ອພັດທະນາພື້ນຖານການສຶກສາສຳລັບເດັກນ້ອຍຊົນເຜົ່າຢູ່ແຂວງອຸດົມໄຊ
(KPL) ລັດຖະບານຍີ່ປຸ່ນ ໄດ້ສະໜອງກອງທຶນຊ່ວຍເຫຼືອຈຳນວນ 514,000 ໂດລາສະຫະລັດ ເພື່ອຊຸກຍູ້ພື້ນຖານການສຶກສາຂອງເດັກນ້ອຍຊົນເຜົ່າຢູ່ທາງພາກເໜືອ, ແຂວງອຸດົມໄຊ. ໂຄງການດັ່ງກ່າວມີຈຸດປະສົງເພື່ອປັບປຸຸງຄຸນນະພາບພື້ນຖານການສຶກສາ ແລະ ອັດຕາການເຂົ້າໂຮງຮຽນຂອງເດັກນ້ອຍຊົນເຜົ່າຢູ່ເມືອງປາກແບ່ງ, ແຂວງອຸດົມໄຊ. keep reading . ...
KPL
ຍີ່ປຸ່ນ ໃຫ້ການຊ່ວຍເຫຼືອເພື່ອຍົກລະດັບການສຶກສາຂັ້ນພື້ນຖານ ສຳລັບເດັກນ້ອຍຊົນເຜົ່າຢູ່ແຂວງອຸດົມໄຊ
(ຂປລ) ລັດຖະບານຍີ່ປຸ່ນ ໄດ້ໃຫ້ທຶນຊ່ວຍເຫຼືອລ້າມູນຄ່າ USD 526,999 ໂດລາ ເພື່ອສະໜັບສະໜູນການສຶກສາຂັ້ນພື້ນຖານ ສຳລັບເດັກນ້ອຍຊົນເຜົ່າ ຢູ່ແຂວງອຸດົມໄຊ ສປປ ລາວ.ຂໍ້ສັນຍາກ່ຽວກັບໂຄງການຊ່ວຍເຫຼືອລ້າດັ່ງກ່າວ ໄດ້ມີການລົງນາມທີ່ສະຖານທູກຍີ່ປຸ່ນ ນະຄອນຫຼວງວຽງຈັນ ໃນວັນທີ 3 ທັນວານີ້, ລະຫວ່າງທ່ານ ເກໂຊະ ທາເກວາກະ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານນາງ ກຸມິໂກະ ຊູຊຸມຸຣະ ຫົວໜ້າໂຄງການ ອົງການແພຼນນາໆຊາດປະເທດຍີ່ປຸ່ນ.ອ່ານຕໍ່ ...
ໂຕະຂ່າວ ຂປລ
