ການສຶກສາ ແລະ ການຝຶກອົບຮົມ

ການສຶກສາຂັ້ນປະຖົມ ແລະ ມັດທະຍົມຕົ້ນ

ຍີ່​ປຸ່ນ​ໃຫ້ການສະ​ຫນັບ​ສະ​ຫນູນ​ການ​ສຶກ​ສາ​ຂັ້ນປະ​ຖົມ​ສໍາ​ລັບ​ເດັກ​ນ້ອຍ​ຊົນ​ເຜົ່າ​ຢູ່​ແຂວງອຸ​ດົມ​ໄຊ​

ລັດຖະບານ​ຍີ່ປຸ່ນ​ຕົກລົງ​ໃຫ້ການ​ຊ່ວຍ​ເຫຼືອ​ລ້າ​ເປັນ​ມູນ​ຄ່າ​ປະມານ 470.000 ​ໂດ​ລາ​ສະຫະລັດ ​ເພື່ອ​ການ​ສຶກສາ​ປະຖົມ​ສຶກສາ​ໃຫ້​ແກ່​ເດັກນ້ອຍ​ຊົນເຜົ່າຢູ່​ອຸດົມ​ໄຊ. ທຶນຊ່ວຍເຫຼືອລ້າແມ່ນຈະສະໜອງທຶນໃຫ້ແກ່ກິດຈະກໍາ “ການສຶກສາຂັ້ນພື້ນຖານໃຫ້ແກ່ເດັກນ້ອຍຊົນເຜົ່າໃນແຂວງອຸດົມໄຊ” ເປັນເວລາ 12 ເດືອນ. ໂຄງການດັ່ງກ່າວ ແນໃສ່ໃຫ້ການສຶກສາຊັ້ນປະຖົມ ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ ແລະ ປັບປຸງສະພາບແວດລ້ອມການສຶກສາຂອງນັກຮຽນຊົນເຜົ່າ ຢູ່ເມືອງປາກແບງ ແຂວງອຸດົມໄຊ. ເຂດ​ດັ່ງກ່າວ​ຕັ້ງ​ຢູ່​ໃນ​ເຂດ​ພູດ​ອຍ​ຢູ່​ຕາມ​ແມ່​ນ້ຳ​ຂອງ​ທີ່​ມີ​ອັດ​ຕາ​ຄວາມ​ທຸກ​ຍາກ​ສູງ. ປະມານ 90% ຂອງປະຊາກອນໃນແຂວງອຸດົມໄຊ ແມ່ນມາຈາກຊົນເຜົ່າທີ່ບໍ່ໄດ້ເວົ້າພາສາລາວເປັນພາສາທຳອິດ. ອ່ານເພິ່ມເຕີມ  ...

ຂ່າວສານປະເທດລາວ

ໂຄງການລ້ຽງອາຫານເດັກນ້ອຍຂະຫຍາຍການສະໜັບສະໜູນແກ່ໂຮງຮຽນປະຖົມ

ເດັກນັກຮຽນປະມານ 63,000 ຄົນໄດ້ຖືກກຳນົດໄວ້ໃຫ້ໄດ້ຮັບຜົນປະໂຫຍດຈາກໂຄງການລ້ຽງດູໂຮງຮຽນເພື່ອເສີມຂະຫຍາຍການຮຽນ, ສະໜັບສະໜູນການເຂົ້າເຖິງການສຶກສາ ແລະ ສົ່ງເສີມສຸຂະພາບ ແລະ ໂພສະນາການໃນໂຮງຮຽນ.ໂຄງການດັ່ງກ່າວ ດຳເນີນແຕ່ປີ 2020-2025 ດ້ວຍມູນຄ່າ 232 ຕື້ກີບ (25 ລ້ານໂດລາສະຫະລັດ) ທີ່ໄດ້ຮັບການສະໜັບສະໜູນ ຈາກກະຊວງກະສິກຳສະຫະລັດ ຊຶ່ງຈະຖືກຈັດຕັ້ງປະຕິບັດໂດຍອົງການອາຫານໂລກ (WFP) ຮ່ວມກັບ ກະຊວງສຶກສາທິການແລະກິລາ.​​​​​​ສືບຕໍ່ອ່ານ   ...

ແກ້ວວິຄອນ ບຸນວິເສດ

ໂຮງຮຽນຢູ່ແຂວງຫົວພັນໄດ້ປິດລົງສາເຫດອຸນຫະພູມຕົກຕ່ຳລົງ

ຊັ້ນຮຽນຢູ່ໂຮງຮຽນແຂວງຫົວພັນຈະຖືກໂຈະ ເນື່ອງຈາກອຸນຫະພູມໄດ້ຕ່ຳລົງເຖິງ 0-1C ໃນຕອນເຊົ້າ. ພະແນກສຶກສາທິການ ແລະ ກິລາແຂວງ ໃນວັນຈັນນີ້ໄດ້ປະກາດວ່າ ທຸກໆຫ້ອງຮຽນໃນໂຮງຮຽນອະນຸບານ, ປະຖົມ ແລະ ມັດທະຍົມກໍ່ຈະຖືກໂຈະ ເນື່ອງຈາກອາກາດໜາວ ແຕ່ບັນດາວິທະຍາໄລຈະຍັງຄົງເປີດຕໍ່ໄປ. Keep reading . ...

ແກ້ວວຽງຄອນ ບຸນວິເສດ

ອົງການຈັດຕັ້ງສາກົນ ຊ່ວຍກໍ່ສ້າງໂຮງຮຽນຫຼັງໃໝ່ສຳລັບເດັກນ້ອຍ ຢູ່ແຂວງສະຫວັນນະເຂດ

ເດັກນ້ອຍ 100 ກວ່າຄົນໃນບ້ານດົງນາຄາມ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ເຂົ້າຮຽນໃນໂຮງຮຽນຫຼັງໃໝ່ ພາຍໃຕ້ການຊ່ວຍເຫຼືອໃນການກໍ່ສ້າງ ໂດຍມູນນິທິ Acronis Cyber.ມູນນິທິ Acronis Cyber ໄດ້ຮ່ວມມືກັບມູນນິທິສານຝັນເດັກ ມອບອາຄານໂຮງຮຽນດັ່ງກ່າວ ໃຫ້ແກ່ອຳນາດການປົກຄອງທ້ອງຖິ່ນ ໃນວັນອັງຄານນີ້.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ເຈົ້າໜ້າທີ່ການສຶກສາ ແນໃສ່ການສຶກສາຊັ້ນປະຖົມໃນແຜນພັດທະນາ

ເຈົ້າໜ້າທີ່ການສຶກສາ, ສະມາຊິກອົງການຈັດຕັ້ງສາກົນ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ພົບປະໃນວັນອັງຄານນີ້ ເພື່ອຜັນຂະຫຍາຍຄຳແນະນຳກ່ຽວກັບນະໂຍບາຍທີ່ສຳຄັນ ເພື່ອເດີນໜ້າສ້າງແຜນພັດທະນາຂະແໜງການສຶກສາ ແລະ ກິລາ (ESSDP) ປີ 2021-2025.ຄຳແນະນຳດັ່ງກ່າວ ແມ່ນເນັ້ນໃສ່ການສຶກສາຂັ້ນປະຖົມ, ແນໃສ່ປັບປຸງຄວາມຮູ້ ແລະ ທັກສະການສິດສອນ ສຳລັບຄູອາຈານຊັ້ນປະຖົມ.ອ່ານຕໍ່ ...

ໂຕະຂ່າວ

ແຂວງເຊກອງ ເປີດໂຮງຮຽນມັດທະຍົມແຫ່ງໃໝ່

ເດັກນ້ອຍນັກຮຽນ ເມືອງດັກຈຶ້ງ ແຂວງເຊກອງ ໄດ້ຮັບໂຮງຮຽນມັດທະຍົມແຫ່ງໃໝ່, ມູນຄ່າການກໍ່ສ້າງ 9 ຕື້ກີບ (US$1 ລ້ານໂດລາ) ພາຍໃຕ້ທຶນຊ່ວຍເຫຼືອລ້າ ຈາກລັດຖະບານຫວຽດນາມ.ໂຮງຮຽນ ບ້ານໂນນສະຫວັນ ດັ່ງກ່າວ ໄດ້ມີການມອບຮັບຢ່າງເປັນທາງການ ໃຫ້ແກ່ອຳນາດການປົກຄອງ ໃນອາທິດແລ້ວນີ້.ເຂົ້າຮ່ວມໃນພິທີມອບຮັບດັ່ງກ່າວມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ແລະ ຮອງຫົວໜ້າຫ້ອງວ່າການທຳນຽບປະທານປະເທດ, ​ທ່ານ ຮສ.ປອ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ແລະ ທ່ານ ຫງວຽນ ປາ ຮຸງ ເອກອັກຄະລັດຖະທູດຫວຽດນາມປະຈຳລາວ.ໂຮງຮຽນຂະໜາດສອງຊັ້ນດັ່ງກ່າວ ປະກອບດ້ວຍຫົກຫ້ອງຮຽນ, ສີ່ຫ້ອງທົດລອງ, ສອງຫ້ອງຄັອມພິວເຕີ, ຫ້ອງພັກຄູ, ຫ້ອງສະໝຸດ, ຫ້ອງປະຊຸມ, ແລະ ສອງຫ້ອງສາງ ພ້ອມດ້ວຍຫ້ອງນ້ຳ ແລະ ສິ່ງອຳນວຍຄວາມສະດວກອື່ນໆ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ທະນາຄານ RHB ບໍລິຈາກໂຕະ, ຕັ່ງໃຫ້ແກ່ໂຮງຮຽນໃນຊຸມຊົນ

(ຂປລ) ທະນາຄານ RHB ລາວ ໄດ້ບໍລິຈາກໂຕະ, ຕັ່ງຈຳນວນ 20 ຊຸດ ມູນຄ່າ 12 ລ້ານກີບ ໃຫ້ແກ່ໂຮງຮຽນມັດທະຍົມເພຍວັດ ນະຄອນຫຼວງວຽງຈັນ ໃນວັນທີ 5 ຕຸລານີ້.ພິທີມອບອຸປະກອນດັ່ງກ່າວໄດ້ຈັດຂຶ້ນທີ່ໂຮງຮຽນດັ່ງກ່າວ ລະຫວ່າງທ່ານ ແດນນີ ຫຼິງ ຜູ້ອຳນວຍການທະນາຄານ RHB  ລາວ ແລະ ທ່ານ ຄຳວອນ ສໍຫຼວງໂຄງ ອຳນວຍການໂຮງຮຽນເພຍວັດ ພາຍໃຕ້ການຊ້ອງໜ້າຂອງຄູອາຈານ, ນັກຮຽນ ແລະ ພະນັກງານຈາກທະນາຄານ. ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48602

ໂຮງຮຽນທາງພາກໃຕ້ຫຼາຍຮ້ອຍແຫ່ງ ຕ້ອງຢຸດການຮຽນການສອນ ເນື່ອງຈາກໄພນ້ຳຖ້ວມ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງຮຽນທາງພາກໃຕ້ຂອງລາວຫຼາຍແຫ່ງ ຕ້ອງຢຸດການຮຽນການສອນຊົ່ວຄາວ ເນື່ອງຈາກນ້ຳຖ້ວມເຊິ່ງເປັນຜົນຈາກພະຍຸເຂດຮ້ອນໂພດູ ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ພື້ນຖານໂຄງລ່າງ ກໍຄືອາຄານຫ້ອງຮຽນ.ເດັກນ້ອຍນັກຮຽນຫຼາຍຄົນຍັງຄົງລໍຖ້າເຂົ້າໂຮງຮຽນ ໃນຂະນະທີ່ເຈົ້າໜ້າທີ່ທ້ອງຖິ່ນກຳລັງເລັ່ງມືໃນການສ້ອມແປງອາຄານຮຽນທີ່ໄດ້ຮັບຜົນກະທົບ ແລະ ຈັດຫາອຸປະກອນການສຶກສາຊຸດໃໝ່.ແຂວງສາລະວັນແມ່ນໜຶ່ງໃນແຂວງທີ່ໄດ້ຮັບຜົນກະທົບໜັກສຸດ ມີໂຮງຮຽນທີ່ປະສົບໄພນ້ຳຖ້ວມ 194 ແຫ່ງຢູ່ເມືອງສາລະວັນ, ວາປີ ແລະ ຄົງເຊໂດນ ໃນຊ່ວງວັນທີ 2-6 ກັນຍານີ້, ເຊິ່ງເປັນອາທິດທຳອິດຂອງການເປີດສົກຮຽນໃໝ່ໃນທົ່ວປະເທດ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/hundreds-southern-schools-closed-after-widespread-flooding-103964

ລັດຖະບານສຸມໃສ່ການປະຕິຮູບການສຶກສາ ເພື່ອລຶບລ້າງຄວາມບໍ່ຮູ້ໜັງສື

ລັດຖະບານສຸມໃສ່ຍົກລະດັບການເຂົ້າຮຽນຊັ້ນປະຖົມລະດັບສູງ ແລະ ຊັ້ນມັດທະຍົມຕົ້ນ ເພື່ອແນໃສ່ລົບລ້າງການກືກໜັງສື, ຕາມເຈົ້າໜ້າທີ່ການນຳ. ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປີດເຜີຍກ່ຽວກັບເຈດຈຳນົງຂອງລັດຖະບານໃນການລົບລ້າງການກືກໜັງສື ເນື່ອງໃນໂອກາດວັນຮູ້ໜັງສືສາກົນ ຄົບຮອບ 45 ປີ ໃນວັນເສົາວັນທີ 8 ກັນຍາຜ່ານມານີ້.ທ່ານໄດ້ກ່າວວ່າ ລັດຖະບານໄດ້ເອົາໃຈໃສ່ສົ່ງເສີມນັກຮຽນທີ່ຮຽນຈົບຊັ້ນປະຖົມ ໃຫ້ສືບຕໍ່ເຂົ້າຮຽນຊັ້ນມັດທະຍົມຕົ້ນ ເພື່ອແນ່ໃສ່ເປົ້າໝາຍໃຫ້ປະຊາຊົນລາວທຸກຄົນທີ່ມີອາຍຸລະຫວ່າງ 15-35 ປີ ໃຫ້ສຳເລັດການສຶກສາທຽບເທົ່າຊັ້ນມັດທະຍົມຕົ້ນ ພາຍໃນປີ 2020.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ໂຮງຮຽນມັດທະຍົມຫຼັງໃໝ່ຂອງແຂວງຊຽງຂວາງ ສຳເລັດການກໍ່ສ້າງກວ່າ 70 ສ່ວນຮ້ອຍ

ການກໍ່ສ້າງໂຮງຮຽນມັດທະຍົມໂພນສະຫວັນໃໝ່ຢູ່ບ້ານໂພນມີໄຊ ເມືອງແປກ ແຂວງຊຽງຂວາງ ປະຈຸບັນແມ່ນສຳເລັດແລ້ວ 70 ສ່ວນຮ້ອຍ ແລະ ອຳນາດການປົກຄອງຄາດວ່າໂຄງການດັ່ງກ່າວຈະສຳເລັດໃນຕົ້ນປີໜ້າ.ທ່ານ ສີໂນ ບຸນປະເສີດ ພະນັກງານໂຄງການໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ວ່າ “ຜູ້ຮັບເໝົາໂຄງການກຳລັງເລັ່ງໜ້າວຽກກໍ່ສ້າງ, ໂດຍສະເພາະແມ່ນໃນຕົວອາຄານ ແລະ ພາກສ່ວນຫຼັງຄາ.”“ໂຄງການດັ່ງກ່າວໃນປະຈຸບັນແມ່ນສຳເລັດແລ້ວ 70-80 ສ່ວນຮ້ອຍ. ເຊິ່ງພວກເຮົາຄາດວ່າຈະໃຫ້ສຳເລັດພາຍໃນເດືອນມີນາປີໜ້າ.”ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

tWnz2
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!