ການພັດທະນາດ້ານສັງຄົມ

ການສຶກສາ ແລະ ການຝຶກອົບຮົມ

ຍີ່​ປຸ່ນ​ໃຫ້ການສະ​ຫນັບ​ສະ​ຫນູນ​ການ​ສຶກ​ສາ​ຂັ້ນປະ​ຖົມ​ສໍາ​ລັບ​ເດັກ​ນ້ອຍ​ຊົນ​ເຜົ່າ​ຢູ່​ແຂວງອຸ​ດົມ​ໄຊ​

ລັດຖະບານ​ຍີ່ປຸ່ນ​ຕົກລົງ​ໃຫ້ການ​ຊ່ວຍ​ເຫຼືອ​ລ້າ​ເປັນ​ມູນ​ຄ່າ​ປະມານ 470.000 ​ໂດ​ລາ​ສະຫະລັດ ​ເພື່ອ​ການ​ສຶກສາ​ປະຖົມ​ສຶກສາ​ໃຫ້​ແກ່​ເດັກນ້ອຍ​ຊົນເຜົ່າຢູ່​ອຸດົມ​ໄຊ. ທຶນຊ່ວຍເຫຼືອລ້າແມ່ນຈະສະໜອງທຶນໃຫ້ແກ່ກິດຈະກໍາ “ການສຶກສາຂັ້ນພື້ນຖານໃຫ້ແກ່ເດັກນ້ອຍຊົນເຜົ່າໃນແຂວງອຸດົມໄຊ” ເປັນເວລາ 12 ເດືອນ. ໂຄງການດັ່ງກ່າວ ແນໃສ່ໃຫ້ການສຶກສາຊັ້ນປະຖົມ ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ ແລະ ປັບປຸງສະພາບແວດລ້ອມການສຶກສາຂອງນັກຮຽນຊົນເຜົ່າ ຢູ່ເມືອງປາກແບງ ແຂວງອຸດົມໄຊ. ເຂດ​ດັ່ງກ່າວ​ຕັ້ງ​ຢູ່​ໃນ​ເຂດ​ພູດ​ອຍ​ຢູ່​ຕາມ​ແມ່​ນ້ຳ​ຂອງ​ທີ່​ມີ​ອັດ​ຕາ​ຄວາມ​ທຸກ​ຍາກ​ສູງ. ປະມານ 90% ຂອງປະຊາກອນໃນແຂວງອຸດົມໄຊ ແມ່ນມາຈາກຊົນເຜົ່າທີ່ບໍ່ໄດ້ເວົ້າພາສາລາວເປັນພາສາທຳອິດ. ອ່ານເພິ່ມເຕີມ  ...

ຂ່າວສານປະເທດລາວ

ໂຄງການໃໝ່ເພື່ອສ້າງຄວາມເຂັ້ມແຂງໃນການຄຸ້ມຄອງສະຖາບັນການສຶກສາ

ລາວ ແລະ ອາເມລິກາ ກະກຽມສ້າງຄວາມເຂັ້ມແຂງດ້ານການຈັດການ, ການບໍລິຫານຄວາມສາມາດທາງດ້ານເຕັກນິກໃຫ້ແກ່ສະຖາບັນການສຶກສາ ເພື່ອທີ່ສາມາດປະກອບສ່ວນຢ່າງມີປະສິດທິຜົນໃຫ້ແກ່ການພັດທະນາສັງຄົມ-ເສດຖະກິດໃນປະເທດລາວ. ພາຍໃຕ້ການເຊັນບົດບັນທຶກຄວາມເຂົ້າໃຈ, ໂຄງການການດັ່ງກ່າວຈະມີການອອກແບບ ແລະ ພັດທະນາບັນດາຫຼັກສູດການຝຶກອົບຮົມຕ່າງໆ ເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງນັກຮຽນແລະຄູອາຈານຢູ່ສະຖາບັນມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລຈຳປາສັກ. ອ່ານເພິ່ມເຕີມ...  ...

ຜູ້ລາຍງານຂ່າວທາມສ໌

ການຮຽນອອນລາຍປະສົບບັນຫາຫຍຸ້ງຍາກທ່າມກາງສະຖານະການໂຄວິດ-19

ປັດຈຸບັນ, ຫ້ອງການການຮຽນ ແລະ ກິລາ ໄດ້ເກັບກຳຂໍ້ມູນໂຮງຮຽນທີ່ໄດ້ຈັດການຮຽນ-ການສອນອອນລາຍໂດຍຜ່ານຈໍຊຸມ; ຫົວໜ້າອຳນວຍການກົມການສຶກສາ ແລະ ກິລາໄດ້ກ່າວວ່າ: “ການສອນອອນລາຍບໍ່ສາມາດຖ່າຍທອດຜົນການຮຽນໄດ້ດີເທົ່າທີ່ຄວນ ແລະ ມັນກໍເປັນບັນຫາໃຫ້ບັນດາໂຮງຮຽນລັດ ແລະ ເອກະຊົນ ພ້ອມທັງຜູ້ປົກຄອງທີ່ຍັງບໍ່ມີຄວາມພ້ອມຕໍ່ລະບົບດັ່ງກ່າວ”. ອ່ານເພິ່ມເຕີມ .  ...

ຂ່າວສານປະເທດລາວ

ໂຄງການລ້ຽງອາຫານເດັກນ້ອຍຂະຫຍາຍການສະໜັບສະໜູນແກ່ໂຮງຮຽນປະຖົມ

ເດັກນັກຮຽນປະມານ 63,000 ຄົນໄດ້ຖືກກຳນົດໄວ້ໃຫ້ໄດ້ຮັບຜົນປະໂຫຍດຈາກໂຄງການລ້ຽງດູໂຮງຮຽນເພື່ອເສີມຂະຫຍາຍການຮຽນ, ສະໜັບສະໜູນການເຂົ້າເຖິງການສຶກສາ ແລະ ສົ່ງເສີມສຸຂະພາບ ແລະ ໂພສະນາການໃນໂຮງຮຽນ.ໂຄງການດັ່ງກ່າວ ດຳເນີນແຕ່ປີ 2020-2025 ດ້ວຍມູນຄ່າ 232 ຕື້ກີບ (25 ລ້ານໂດລາສະຫະລັດ) ທີ່ໄດ້ຮັບການສະໜັບສະໜູນ ຈາກກະຊວງກະສິກຳສະຫະລັດ ຊຶ່ງຈະຖືກຈັດຕັ້ງປະຕິບັດໂດຍອົງການອາຫານໂລກ (WFP) ຮ່ວມກັບ ກະຊວງສຶກສາທິການແລະກິລາ.​​​​​​ສືບຕໍ່ອ່ານ   ...

ແກ້ວວິຄອນ ບຸນວິເສດ

ໂຮງຮຽນຢູ່ແຂວງຫົວພັນໄດ້ປິດລົງສາເຫດອຸນຫະພູມຕົກຕ່ຳລົງ

ຊັ້ນຮຽນຢູ່ໂຮງຮຽນແຂວງຫົວພັນຈະຖືກໂຈະ ເນື່ອງຈາກອຸນຫະພູມໄດ້ຕ່ຳລົງເຖິງ 0-1C ໃນຕອນເຊົ້າ. ພະແນກສຶກສາທິການ ແລະ ກິລາແຂວງ ໃນວັນຈັນນີ້ໄດ້ປະກາດວ່າ ທຸກໆຫ້ອງຮຽນໃນໂຮງຮຽນອະນຸບານ, ປະຖົມ ແລະ ມັດທະຍົມກໍ່ຈະຖືກໂຈະ ເນື່ອງຈາກອາກາດໜາວ ແຕ່ບັນດາວິທະຍາໄລຈະຍັງຄົງເປີດຕໍ່ໄປ. Keep reading . ...

ແກ້ວວຽງຄອນ ບຸນວິເສດ

ມະຫາວິທະຍາໄລແຫ່ງຊາດລາວ ເລິ່ມຈັດຕັ້ງດັບປະລິນຍາເອກສາຂາບໍລິຫານການສຶກສາ

ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ເລິ່ມເປີດໃຫ້ມີລະດັບປະລິນຍາເອກສາຂາບໍລິຫານການສຶກສາ ເພື່ອຝຶກບັນດານັກຮຽນຮູ້ໃຫ້ກາຍເປັນຜູ້ນຳໃນຂະແໜງການ. ແຜນງານດັ່ງກ່າວ ຈະເລິ່ມມີການສິດສອນຢູ່ຄະນະສຶກສາສາດ ໂດຍຄາດໝາຍເພື່ອບັນລຸມາດຕະຖານສາກົນ ແລະ ພາກພື້ນອາຊຽນ.​ ມະຫາວິທະຍາໄລ ຈະຈ້າງເອົານັກວິທະຍາກອນຈາກປະເທດລາວ ແລະ ປະເທດອື່ນ ເພື່ອມາເຜີຍແຜ່ຄວາມຮູ້ຈາກຫຼາກຫຼາຍແຫຼ່ງ ໃຫ້ແກ່ນັກຮຽນ-ນັກສຶກສາ. ອ່ານຕໍ່   ...

ຜູ້ລາຍງານຂ່າວທາມສ໌

ຍີ່ປຸ່ນໃຫ້ການສົ່ງເສີມເພື່ອພັດທະນາພື້ນຖານການສຶກສາສຳລັບເດັກນ້ອຍຊົນເຜົ່າຢູ່ແຂວງອຸດົມໄຊ

(KPL) ລັດຖະບານຍີ່ປຸ່ນ ໄດ້ສະໜອງກອງທຶນຊ່ວຍເຫຼືອຈຳນວນ 514,000 ໂດລາສະຫະລັດ ເພື່ອຊຸກຍູ້ພື້ນຖານການສຶກສາຂອງເດັກນ້ອຍຊົນເຜົ່າຢູ່ທາງພາກເໜືອ, ແຂວງອຸດົມໄຊ. ໂຄງການດັ່ງກ່າວມີຈຸດປະສົງເພື່ອປັບປຸຸງຄຸນນະພາບພື້ນຖານການສຶກສາ ແລະ ອັດຕາການເຂົ້າໂຮງຮຽນຂອງເດັກນ້ອຍຊົນເຜົ່າຢູ່ເມືອງປາກແບ່ງ, ແຂວງອຸດົມໄຊ. keep reading .  ...

KPL

ສະພາແຫ່ງຊາດ ສັ່ງສະຫງວນທຶນເພື່ອການພັດທະນາຊັບພະຍາກອນມະນຸດ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາແຫ່ງຊາດ ໄດ້ອອກມະຕິຕົກລົງ ເພື່ອຊຸກຍູ້ແຜນການຂອງລັດຖະບານໃນການຮັກສາທຶນກ້ອນໃຫຍ່ ສຳລັບການພັດທະນາຂະແໜງການສຶກສາ ແລະ ສາທາລະນະສຸກ, ເພື່ອແນໃສ່ຍົກລະດັບຄຸນນະພາບຂອງຊັບພະຍາກອນມະນຸດ.ຕາມມະຕິຂອງສະພາກ່ຽວກັບງົບປະມານພາກລັດ ປີ 2020, ເຊິ່ງມີການເຜີຍແຜ່ໃນກອງປະຊຸມແຜນການ ແລະ ການເງິນ ໃນອາທິດແລ້ວນີ້, ລັດຖະບານຕ້ອງສະຫງວນທຶນຈຳນວນ 4,098 ຕື້ກີບ ສຳລັບກະຊວງສຶກສາທິການ ແລະ ກິລາ, ແລະ 2,283 ຕື້ກີບສຳລັບກະຊວງສາທາລະນະສຸກ ເພື່ອນຳໃຊ້ເຂົ້າໃນບັນດາໂຄງການຄຸ້ມຄອງ ແລະ ລົງທຶນຂອງຂະແໜງການ.ອ່ານຕໍ່ ...

ເອກະພອນ ພູທອນສີ

ສະຫະພາບຢູໂຣບ ຢືນຢັນສະໜັບສະໜູນການລິເລີ່ມດ້ານການສຶກສາ ແລະ ໂພຊະນາການຂອງລັດຖະບານ

ຄະນະຜູ້ແທນສະຫະພາບຢູໂຣບປະຈຳລາວ ໄດ້ກ່າວສະໜັບສະໜູນຄວາມພະຍາຍາມຂອງລັດຖະບານລາວ ໃນການສືບຕໍ່ການພັດທະນາ ແລະ ຍົກລະດັບລະບົບການສຶກສາ ແລະ ໂພຊະນາການ ໃນທຸກເຂດທົ່ວປະເທດ.ການສະໜັບສະໜູນນີ້ ລວມມີການຊ່ວຍເຫຼືອດ້ານການເງິນ ແລະ ວິຊາການ ສຳລັບການລິເລີ່ມຕ່າງໆ ເຊັ່ນ ໂຄງການສົ່ງເສີມການສຶກສາຂັ້ນພື້ນຖານ ແລະ ໂຄງການສະໜັບສະໜູນງົບປະມານດ້ານໂພຊະນາການ.ອ່ານຕໍ່ ...

ສົງຄົມໄຊ ບຸບຜານຸວົງ

ຍີ່ປຸ່ນໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງໂຮງຮຽນ, ນ້ຳປະປາ ໃນຊຸມຊົນທຸກຍາກຂອງລາວ

(ຂປລ) ລັດຖະບານຍີ່ປຸ່ນ ອະນຸມັດການຊ່ວຍເຫຼືອລ້າ ມູນຄ່າກວ່າ US$159,000 ໂດລາ ສຳລັບສອງໂຄງການກ່ຽວກັບການສຶກສາ ຢູ່ແຂວງບໍ່ແກ້ວ ແລະ ແຂວງເຊກອງ ແລະ ໜຶ່ງໂຄງການລະບົບນ້ຳປະປາ ຢູ່ແຂວງໄຊຍະບູລີ ຜ່ານໂຄງການຊ່ວຍເຫຼືອລ້າເພື່ອການສ້າງຮາກຖານຄວາມໝັ້ນຄົງຂອງມະນຸດ (GGP).ສັນຍາການຊ່ວຍເຫຼືອດັ່ງກ່າວ ໄດ້ມີການລົງນາມທີ່ສະຖານທູດຍີ່ປຸ່ນ ນະຄອນຫຼວງວຽງຈັນ ໃນວັນທີ 18 ທັນວານີ້, ລະຫວ່າງທ່ານ ທາເກວາກະ ເກໂຊະ, ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ, ແລະ ຕາງໜ້າອຳນາດການປົກຄອງແຂວງ ແລະ ເມືອງທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດໂຄງການ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

fdHAv
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!