ນ້ຳປະປາ ແລະ ສຸຂາພິບານ

ການຊ່ວຍເຫຼືອດ້ານການພັດທະນານ້ຳປະປາ ແລະ ສຸຂາພິບານ

ຫລາຍກວ່າ 40 ໝູ່ບ້ານຢູ່ເມືອງຈຳພອນ ບັນລຸ ສະຖານະໝູ່ບ້ານທີ່ບໍ່ມີການຖ່າຍຊະຊາຍ

ພິທີປະກາດ 41 ໝູ່ບ້ານເປັນເຂດປອດການຖ່າຍຊະຊາຍ ເປັນຂີດໝາຍສຳຄັນ ໃນການຮ່ວມມືລະຫວ່າງລັດຖະບານ ແລະ SNV ເພື່ອຈັດຕັ້ງປະຕິບັດ ໂຄງການສຸຂະອະນາໄມ ແລະ ສຸຂະອະນາໄມສຳລັບທຸກຄົນ (SSH4A) . ໂຄງການດັ່ງກ່າວ ແມ່ນໄດ້ຮັບການສະ ໜັບສະໜູນຈາກ ລັດຖະບານອົດສະຕາລີ ດ້ວຍງົບປະມານ 4,2 ລ້ານໂດລ້າ ສຳລັບໄລຍະປີ 2018-2022 ແລະ ມີຈຸດປະສົງເພື່ອປັບປຸງສຸຂະພາບ, ຄວາມສະເໝີພາບລະຫວ່າງຍິງ – ຊາຍ ແລະ ການມີສ່ວນຮ່ວມຂອງສັງຄົມໃຫ້ແກ່ປະຊາຊົນ ຈຳນວນ 200.000 ຄົນທີ່ອາໃສຢູ່ເມືອງອັດຕະປື, ເມືອງຈຳພອນ ແລະ ເມືອງພະລານໄຊໂດຍການບັນລຸການປ້ອງກັນບັນຫາການຖ່າຍຊະຊາຍໃນປີ 2022.ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ໌

ຍີ່ປຸ່ນໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງໂຮງຮຽນ, ນ້ຳປະປາ ໃນຊຸມຊົນທຸກຍາກຂອງລາວ

(ຂປລ) ລັດຖະບານຍີ່ປຸ່ນ ອະນຸມັດການຊ່ວຍເຫຼືອລ້າ ມູນຄ່າກວ່າ US$159,000 ໂດລາ ສຳລັບສອງໂຄງການກ່ຽວກັບການສຶກສາ ຢູ່ແຂວງບໍ່ແກ້ວ ແລະ ແຂວງເຊກອງ ແລະ ໜຶ່ງໂຄງການລະບົບນ້ຳປະປາ ຢູ່ແຂວງໄຊຍະບູລີ ຜ່ານໂຄງການຊ່ວຍເຫຼືອລ້າເພື່ອການສ້າງຮາກຖານຄວາມໝັ້ນຄົງຂອງມະນຸດ (GGP).ສັນຍາການຊ່ວຍເຫຼືອດັ່ງກ່າວ ໄດ້ມີການລົງນາມທີ່ສະຖານທູດຍີ່ປຸ່ນ ນະຄອນຫຼວງວຽງຈັນ ໃນວັນທີ 18 ທັນວານີ້, ລະຫວ່າງທ່ານ ທາເກວາກະ ເກໂຊະ, ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ, ແລະ ຕາງໜ້າອຳນາດການປົກຄອງແຂວງ ແລະ ເມືອງທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດໂຄງການ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ຍີ່ປຸ່ນທຸ້ມທຶນ US$17.8 ລ້ານໂດລາ ເພື່ອຍົກລະດັບລະບົບນ້ຳປະປາຢູ່ຫຼວງພະບາງ

ລັດຖະບານຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອລ້າ ມູນຄ່າ US$17.8 ລ້ານໂດລາ ເພື່ອປັບປຸງລະບົບນ້ຳປະປາຢູ່ນະຄອນຫຼວງພະບາງ, ພາຍໃຕ້ຂໍ້ຕົກລົງການຊ່ວຍເຫຼືອທີ່ໄດ້ລົງນາມທີ່ນະຄອນວຽງຈັນໃນວັນພະຫັດນີ້.ຂໍ້ຕົກລົງດັ່ງກ່າວແມ່ນຜ່ານການລົງນາມໂດຍ ທ່ານ ສີສົມບູນ ອຸນະວົງ ຫົວໜ້າກົມການຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ, ແລະ ທ່ານ ໂຢຊິຮະຣຸ ໂຢເນຢາມະ ຫົວໜ້າອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ປະຈຳລາວ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ອົງການນິດາສ້າງລະບົບນ້ຳປະປາເຂດພູດອຍເພື່ອຊ່ວຍເຫຼືອປະຊາຊົນລາວ

ບາງກອກ – ເພື່ອເປັນສ່ວນໜຶ່ງຂອງກິດຈະກຳການຊ່ວຍເຫຼືອປະເທດເພື່ອບບ້ານ, ອົງການຮ່ວມມືເພື່ອການພັດທະນາເສດຖະກິດໃນປະເທດເພື່ອບ້ານ (NEDA) ໄດ້ຮ່ວມມືກັບບໍລິສັດລາວໂວ ວິສາວະກຳ ແລະ ກໍ່ສ້າງຈຳກັດ ເພື່ອສ້າງລະບົບນ້ຳປະປາໃນເຂດພູດອຍ ພາຍໃຕ້ງົບປະມານ  500,000 ບາດ ເພື່ອຊ່ວຍເຫຼືອປະຊາຊົນບ້ານກິ່ວແຕງ ເມືອງຈອມເພັດ ແຂວງຫຼວງພະບາງຂອງລາວ, ເຊິ່ງເປັນກຸ່ມທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງເຂື່ອນໄຟຟ້າຫົງສາ – ບ້ານຊຽງໝັ້ນ.ອ່ານຕໍ່ ...

NNT
https://www.pattayamail.com/thailandnews/neda-sets-up-mountain-area-water-supply-for-lao-villagers-258552

ເອດີບີຊ່ວຍເຫຼືອການປັບປຸງການສະໜອງນ້ຳປະປາ ແລະ ສຸຂາພິບານໃນ 6 ຕົວເມືອງໃນ ສປປ ລາວ

ວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (14 ກັນຍາ 2018)- ຄະນະບໍລິຫານຂອງທະນາຄານພັດທະນາອາຊີ (ເອດີບີ) ໄດ້ອະນຸມັດເງິນຊ່ວຍເຫຼືອເພີ່ມເຕີມ ຈຳນວນ 30.5 ລ້ານໂດລາ ໃນຮູບແບບທຶນຊ່ວຍເຫຼືອລ້າ ເພື່ອຊ່ວຍເຫຼືອລັດຖະບານລາວໃນການປັບປຸງລະບົບນ້ຳປະປາ ແລະ ສຸຂາພິບານໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ).ອ່ານຕໍ່  ...

ເອດີບີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

5rjzm
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!