ຍີ່ປຸ່ນໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງໂຮງຮຽນ, ນ້ຳປະປາ ໃນຊຸມຊົນທຸກຍາກຂອງລາວ

(ຂປລ) ລັດຖະບານຍີ່ປຸ່ນ ອະນຸມັດການຊ່ວຍເຫຼືອລ້າ ມູນຄ່າກວ່າ US$159,000 ໂດລາ ສຳລັບສອງໂຄງການກ່ຽວກັບການສຶກສາ ຢູ່ແຂວງບໍ່ແກ້ວ ແລະ ແຂວງເຊກອງ ແລະ ໜຶ່ງໂຄງການລະບົບນ້ຳປະປາ ຢູ່ແຂວງໄຊຍະບູລີ ຜ່ານໂຄງການຊ່ວຍເຫຼືອລ້າເພື່ອການສ້າງຮາກຖານຄວາມໝັ້ນຄົງຂອງມະນຸດ (GGP).

ສັນຍາການຊ່ວຍເຫຼືອດັ່ງກ່າວ ໄດ້ມີການລົງນາມທີ່ສະຖານທູດຍີ່ປຸ່ນ ນະຄອນຫຼວງວຽງຈັນ ໃນວັນທີ 18 ທັນວານີ້, ລະຫວ່າງທ່ານ ທາເກວາກະ ເກໂຊະ, ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ, ແລະ ຕາງໜ້າອຳນາດການປົກຄອງແຂວງ ແລະ ເມືອງທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດໂຄງການ.

ອ່ານຕໍ່…

ໂຕະຂ່າວ ຂປລ