ພື້ນຖານໂຄງລ່າງ
ນ້ຳປະປາ ແລະ ສຸຂາພິບານ
ຫລາຍກວ່າ 40 ໝູ່ບ້ານຢູ່ເມືອງຈຳພອນ ບັນລຸ ສະຖານະໝູ່ບ້ານທີ່ບໍ່ມີການຖ່າຍຊະຊາຍ
ພິທີປະກາດ 41 ໝູ່ບ້ານເປັນເຂດປອດການຖ່າຍຊະຊາຍ ເປັນຂີດໝາຍສຳຄັນ ໃນການຮ່ວມມືລະຫວ່າງລັດຖະບານ ແລະ SNV ເພື່ອຈັດຕັ້ງປະຕິບັດ ໂຄງການສຸຂະອະນາໄມ ແລະ ສຸຂະອະນາໄມສຳລັບທຸກຄົນ (SSH4A) . ໂຄງການດັ່ງກ່າວ ແມ່ນໄດ້ຮັບການສະ ໜັບສະໜູນຈາກ ລັດຖະບານອົດສະຕາລີ ດ້ວຍງົບປະມານ 4,2 ລ້ານໂດລ້າ ສຳລັບໄລຍະປີ 2018-2022 ແລະ ມີຈຸດປະສົງເພື່ອປັບປຸງສຸຂະພາບ, ຄວາມສະເໝີພາບລະຫວ່າງຍິງ – ຊາຍ ແລະ ການມີສ່ວນຮ່ວມຂອງສັງຄົມໃຫ້ແກ່ປະຊາຊົນ ຈຳນວນ 200.000 ຄົນທີ່ອາໃສຢູ່ເມືອງອັດຕະປື, ເມືອງຈຳພອນ ແລະ ເມືອງພະລານໄຊໂດຍການບັນລຸການປ້ອງກັນບັນຫາການຖ່າຍຊະຊາຍໃນປີ 2022.ອ່ານເພິ່ມເຕີມ ...
ຜູ້ລາຍງານຂ່າວທາມສ໌
ອີຢູ ໃຫ້ການສະໜັບສະໜູນໂຄງການສະໜອງນຳ້ສະອາດຢູ່ແຂວງສະຫວັນນະເຂດ ຜ່ານໂຄງການ SUNWIP
ສຳນັກຂ່າວສານປະເທດລາວ- ລັດຖະບານ ສປປ ລາວ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ຮ່ວມມືກັນພັດທະນາໂຄງການ ສະໜອງນ້ຳໃຊ້ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໂດຍຜ່ານ ຂອບຂະຫຍາຍພື້ນຖານໂຄງຮ່າງ ດ້ານໂພສະນາການ ແລະ ໂຄງການ WASH, ເພື່ອແນໃສ່ເປົ້າໝາຍເພື່ອການພັດທະນາແບບຍືນຍົງທີ 2 ແລະ ທີ 4. ມູນຄ່າການການສະໜັບສະໜູນຈາກສະຫະພາບເອີຣົບຈຳນວນ 16.95 ລ້ານເອີໂຣ ຊຶ່ງໃນນັ້ນ 1.95 ລ້ານເອີໂຣ ແມ່ນເປັນສ່ວນຂອງລັດຖະບານ ສປປ ລາວ. ແຫຼ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ ...
ໂຕະຂ່າວສານປະເທດລາວ
ຍີ່ປຸ່ນໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງໂຮງຮຽນ, ນ້ຳປະປາ ໃນຊຸມຊົນທຸກຍາກຂອງລາວ
(ຂປລ) ລັດຖະບານຍີ່ປຸ່ນ ອະນຸມັດການຊ່ວຍເຫຼືອລ້າ ມູນຄ່າກວ່າ US$159,000 ໂດລາ ສຳລັບສອງໂຄງການກ່ຽວກັບການສຶກສາ ຢູ່ແຂວງບໍ່ແກ້ວ ແລະ ແຂວງເຊກອງ ແລະ ໜຶ່ງໂຄງການລະບົບນ້ຳປະປາ ຢູ່ແຂວງໄຊຍະບູລີ ຜ່ານໂຄງການຊ່ວຍເຫຼືອລ້າເພື່ອການສ້າງຮາກຖານຄວາມໝັ້ນຄົງຂອງມະນຸດ (GGP).ສັນຍາການຊ່ວຍເຫຼືອດັ່ງກ່າວ ໄດ້ມີການລົງນາມທີ່ສະຖານທູດຍີ່ປຸ່ນ ນະຄອນຫຼວງວຽງຈັນ ໃນວັນທີ 18 ທັນວານີ້, ລະຫວ່າງທ່ານ ທາເກວາກະ ເກໂຊະ, ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ, ແລະ ຕາງໜ້າອຳນາດການປົກຄອງແຂວງ ແລະ ເມືອງທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດໂຄງການ.ອ່ານຕໍ່ ...
ໂຕະຂ່າວ ຂປລ
ເກົາຫຼີໃຕ້ ໃຫ້ທຶນເກືອບ US$44 ລ້ານໂດລາສຳລັບໂຄງການນ້ຳປະປາໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ກອງທຶນການຮ່ວມມືເພື່ອການພັດທະນາເສດຖະກິດຂອງເກົາຫຼີໃຕ້ (EDCF) ຕົກລົງໃຫ້ທຶນກູ້ຢືມດອກເບ້ຍຕ່ຳ ມູນຄ່າເກືອບ US$44 ລ້ານໂດລາ ເພື່ອສະໜັບສະໜູນໂຄງການພັດທະນານ້ຳປະປາ ຢູ່ແຂວງຈຳປາສັກ ແລະ ແຂວງສາລະວັນ ທາງພາກໃຕ້ຂອງລາວ.ນີ້ແມ່ນການຕົກລົງໃນກອງປະຊຸມລະຫວ່າງຕົວແທນກອງທຶນ EDCF ແລະ ລັດຖະບານລາວ ເພື່ອຫາລືຊ່ອງທາງໃນການຈັດຕັ້ງປະຕິບັດໂຄງການເຫຼົ່ານີ້.ອ່ານຕໍ່ ...
ໂຕະຂ່າວ
ບໍລິສັດນ້ຳປະປາ ຂະຫຍາຍການສະໜອງນ້ຳຈາກແມ່ນ້ຳງື່ມ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ໄດ້ທຳການຕິດຕັ້ງຈັກສູບນ້ຳໃນແມ່ນ້ຳງື່ມ ເພື່ອສະໜອງນ້ຳໃຫ້ແກ່ໂຮງງານຜະລິດນ້ຳປະປາດົງໝາກຄາຍ ເມືອງໄຊທານີ, ເພື່ອຮັບປະກັນການສະໜອງນ້ຳໃຫ້ພຽງພໍກັບຄວາມຕ້ອງການຂອງປະຊາຊົນໃນທ້ອງຖິ່ນ ໃນລະດູແລ້ງນີ້.ຕາມການສຳພາດທາງໂທລະສັບກັບສຳນັກຂ່າວວຽງຈັນທາມສ໌ວານນີ້ ທ່ານ ຄຳເຜີຍ ວົງສາຄຳຜຸຍ ຫົວໜ້າລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ເປີດເຜີຍວ່າ ຫຼັງຈາກທີ່ລະດບນ້ຳໃນແມ່ນ້ຳຫຼຸດຕ່ຳລົງ ທາງວິສາຫະກິດຈຶ່ງໄດ້ຕັດສິນໃຈຕິດຕັ້ງຈັກສູບນ້ຳ ເພື່ອດູດນ້ຳຈາກແມ່ນ້ຳຂຶ້ນສູ່ໂຮງງານ.ເຄື່ອງຈັກສູບນ້ຳດັ່ງກ່າວແມ່ນດຳເນີນການໄດ້ດີ ແລະ ເຮັດໃຫ້ການສະໜອງນ້ຳປະປາໃນແຕ່ລະຄົວເຮືອນມີຄວາມສະໝ່ຳສະເໝີ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ນະຄອນຫຼວງວຽງຈັນ ປະສົບພາວະຂາດແຄນນ້ຳປະປາເນື່ອງຈາກໄພແລ້ງ
ບໍລິສັດນ້ຳປະປານະຄອນຫຼວງວຽງຈັນ ກຳລັງທຳການຕິດຕັ້ງຈັກສູບນ້ຳເຄື່ອງໃໝ່ ເພື່ອສູບນ້ຳຈາກລຳນ້ຳງື່ມ ພາຍຫຼັງທີ່ບາງພື້ນທີ່ໃນນະຄອນວຽງຈັນໄດ້ຜະເຊີນພາວະຂາດນ້ຳໃຊ້.ໂດຍສະເພາະໃນບາງສ່ວນຂອງເມືອງໄຊທານີ, ໄຊເສດຖາ, ແລະ ຈັນທະບູລີ ແມ່ນບໍ່ມີນ້ຳພຽງພໍຕໍ່ການນຳໃຊ້, ຕາມການລາຍງານຂອງສຳນັກຂ່າວລາວພັດທະນາ.ພາວະຂາດແຄນດັ່ງກ່າວ ແມ່ນເນື່ອງຈາກສະຖານນີນ້ຳປະປາດົງໝາກຄາຍ ບໍ່ສາມາດຜະລິດນ້ຳໄດ້ພຽງພໍກັບຄວາມຕ້ອງການ ເນື່ອງຈາກລະດັບນ້ຳໃນແມ່ງື່ມຫຼຸດລົງຕ່ຳກວ່າປົກກະຕິໃນຊ່ວງກາງເດືອນນີ້.ອ່ານຕໍ່ ...
Latsamy Phonevilay
ຍີ່ປຸ່ນທຸ້ມທຶນ US$17.8 ລ້ານໂດລາ ເພື່ອຍົກລະດັບລະບົບນ້ຳປະປາຢູ່ຫຼວງພະບາງ
ລັດຖະບານຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອລ້າ ມູນຄ່າ US$17.8 ລ້ານໂດລາ ເພື່ອປັບປຸງລະບົບນ້ຳປະປາຢູ່ນະຄອນຫຼວງພະບາງ, ພາຍໃຕ້ຂໍ້ຕົກລົງການຊ່ວຍເຫຼືອທີ່ໄດ້ລົງນາມທີ່ນະຄອນວຽງຈັນໃນວັນພະຫັດນີ້.ຂໍ້ຕົກລົງດັ່ງກ່າວແມ່ນຜ່ານການລົງນາມໂດຍ ທ່ານ ສີສົມບູນ ອຸນະວົງ ຫົວໜ້າກົມການຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ, ແລະ ທ່ານ ໂຢຊິຮະຣຸ ໂຢເນຢາມະ ຫົວໜ້າອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ປະຈຳລາວ.ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
ອົງການ JICA ສະໜັບສະໜູນການກໍ່ສ້າງຍົກລະດັບໂຄງລ່າງນ້ຳປະປາຢູ່ແຂວງຫຼວງພະບາງ
ອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ຈະໃຫ້ການສະໜັບສະໜູນການກໍ່ສ້າງ ເພື່ອຍົກລະດັບພື້ນຖານໂຄງລ່າງນ້ຳປະປາ ຢູ່ແຂວງຫຼວງພະບາງ ແຕ່ປີ 2019-2022 ພາຍໃຕ້ຂໍ້ຕົກລົງການຊ່ວຍເຫຼືອລ້າມູນຄ່າ US$18.4 ລ້ານໂດລາ.ບໍລິສັດທີ່ປຶກສາ Nihon Suido ຈຳກັດຈະເປັນຜູ້ກະກຽມເອກະສານການປະມູນ, ຄັດເລືອກການປະມູນ ແລະ ກວດກາໂຄງການກໍ່ສ້າງດັ່ງກ່າວ. ທ່ານ ຂັນທອງ ວໍລະຈິດ ຫົວໜ້າພະແນກນ້ຳປະປາ, ກົມນ້ຳປະປາ, ກະຊວງໂຍທາທິການ ແລະ ຂົນສົ່ງກ່າວວ່າ ບໍລິສັດທີ່ປຶກສາ Nihon Suido ຈຳກັດ ຈະຄັດເລືອກບໍລິສັດຍີ່ປຸ່ນເພື່ອເລີ່ມຕົ້ນໂຄງການກໍ່ສ້າງໃນເດືອນເມສາປີໜ້າ ເຊິ່ງຈະໃຫ້ສຳເລັດໃນປີ 2022.ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
ອົງການນິດາສ້າງລະບົບນ້ຳປະປາເຂດພູດອຍເພື່ອຊ່ວຍເຫຼືອປະຊາຊົນລາວ
ບາງກອກ – ເພື່ອເປັນສ່ວນໜຶ່ງຂອງກິດຈະກຳການຊ່ວຍເຫຼືອປະເທດເພື່ອບບ້ານ, ອົງການຮ່ວມມືເພື່ອການພັດທະນາເສດຖະກິດໃນປະເທດເພື່ອບ້ານ (NEDA) ໄດ້ຮ່ວມມືກັບບໍລິສັດລາວໂວ ວິສາວະກຳ ແລະ ກໍ່ສ້າງຈຳກັດ ເພື່ອສ້າງລະບົບນ້ຳປະປາໃນເຂດພູດອຍ ພາຍໃຕ້ງົບປະມານ 500,000 ບາດ ເພື່ອຊ່ວຍເຫຼືອປະຊາຊົນບ້ານກິ່ວແຕງ ເມືອງຈອມເພັດ ແຂວງຫຼວງພະບາງຂອງລາວ, ເຊິ່ງເປັນກຸ່ມທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງເຂື່ອນໄຟຟ້າຫົງສາ – ບ້ານຊຽງໝັ້ນ.ອ່ານຕໍ່ ...
ໂຮງບຳບັດນ້ຳເສຍສຳລັບນະຄອນຫຼວງວຽງຈັນຈະມີການຈັດຕັ້ງປະຕິບັດ
ວຽງຈັນ (ວຽງຈັນທາມສ໌/ANN) – ໂຄງການໂຮງບຳບັດນ້ຳເສຍແຫ່ງທຳອິດໃນນະຄອນຫຼວງວຽງຈັນ ຈະມີການຈັດຕັ້ງປະຕິບັດໃນປີໜ້າ.ຂ່າວດັ່ງກ່າວໄດ້ມີການຖະແຫຼງໃນກອງປະຊຸມ, “ໂອກາດ ແລະ ສິ່ງທ້າທາຍໃນການບຳບັດນ້ຳເສຍໃນລາວ” ເຊິ່ງຈັດຕັ້ງໂດຍບໍລິສັດໂຄງການລາວ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ໃນວັນພະຫັດແລ້ວນີ້.ຕາມເຈົ້າໜ້າທີ່ໂຄງການ, ລັດຖະບານຮັງກາຣີໄດ້ຕົກລົງໃຫ້ເງິນກູ້ຢືມ US$100 ລ້ານໂດລາໃນປີ 2017 ສຳລັບໂຄງການບຳບັດນ້ຳເສຍໃນນະຄອນຫຼວງວຽງຈັນ.ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/wastewater-treatment-plant-slated-vientiane-98977