ພື້ນຖານໂຄງລ່າງ
ນ້ຳປະປາ ແລະ ສຸຂາພິບານ
ຍີ່ປຸ່ນຊ່ວຍເຫຼືອການຍົກລະດັບລະບົບນ້ຳປະປາຢູ່ແຂວງຫຼວງພະບາງ
ລັດຖະບານຍີ່ປຸ່ນໄດ້ຕົກລົງໃຫ້ທຶນຊ່ວຍເຫຼືອ 97 ລ້ານເຢັນ (US$880,201 ໂດລາ) ໃນການຂະຫຍາຍລະບົບນ້ຳປະປາໃນຕົວເມືອງຫຼວງພະບາງ.ໂຄງການດັ່ງກ່າວຈະດຳເນີນແຕ່ວັນທີ 1 ມິຖຸນາ 2019 ເຖິງ 10 ຕຸລາ 2020.ໃນວັນອັງຄານຜ່ານມາ ອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນປະຈຳລາວ ໄດ້ລົງນາມໃນຂໍ້ຕົກລົງກັບກະຊວງແຜນການ ແລະ ການລົງທຶນ ກ່ຽວກັບການປັບປຸງລະບົບນ້ຳປະປາ ເພື່ອຮັບປະກັນການສະໜອງນ້ຳສະອາດທີ່ພຽງພໍສຳລັບຕົວເມືອງທີ່ມີການຂະຫຍາຍຕົວຢ່າງວ່ອງໄວ.ອ່ານຕໍ່ ...
ທີມຂ່າວວຽງຈັນທາມສ໌
ກະຊວງສ້າງລະບຽບການຄຸ້ມຄອງທຸລະກິດການຂຸດເຈາະບໍ່ນ້ຳໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ການຂຸດເຈາະນ້ຳສ້າງໃນລາວຈະບໍ່ສາມາດເຮັດໄດ້ຕາມສະດວກຄືທີ່ຜ່ານມາ ເນື່ອງຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຈະກ້າວເຂົ້າມາຄຸ້ມຄອງກິດຈະການດັ່ງກ່າວ.ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງນາມໃນຂໍ້ຕົກລົງຂອງລັດຖະມົນຕີໃນທ້າຍເດືອນທີ່ຜ່ານມາ ກ່ຽວກັບການອະນຸຍາດໃຫ້ເຈົ້າໜ້າທີ່ຊັບພະຍາກອນທຳມະຊາດທຳການຄຸ້ມຄອງທຸລະກິດການຂຸດເຈາະນ້ຳສ້າງນ້ຳບາດານໃນທົ່ວປະເທດ.ນີ້ກໍເນື່ອງຈາກວ່າ ທຸລະກິດຂຸດເຈາະນ້ຳສ້າງນ້ຳບາດານດັ່ງກ່າວມີການຂະຫຍາຍຕົວຢ່າງວ່ອງໄວ. ມີປະຊາຊົນຈຳນວນຫຼາຍ ໂດຍສະເພາະໃນຊົນນະບົດ ໃຊ້ບໍລິການທຸລະກິດດັ່ງກ່າວໃນການຂຸດເຈາະນ້ຳບາດານ ເພື່ອຈຸດປະສົງການນຳໃຊ້ພາຍໃນຄົວເຮືອນ, ການລ້ຽງສັດ, ການປູກຝັງ, ຫຼື ເພື່ອການຄ້າ.ອ່ານຕໍ່ ...
ເອກະພອນ ພູທອນສີ
ລາວຮ່ວມມືກັບນາໆຊາດໃນການທົວທວນຈຸດຢືນກ່ຽວກັບວຽກງານສຸຂາພິບານ ແລະ ນ້ຳ
ລາວຮ່ວມມືກັບນາໆຊາດ ແລະ ຄູ່ຮ່ວມພັດທະນາໃນກອງປະຊຸມຂະແໜງລັດຖະມົນຕີ (SMM) ເຊິ່ງຈັດຂຶ້ນໂດຍເຄືອຂ່າຍການຮ່ວມມືນ້ຳ ແລະ ສຸຂາພິບານເພື່ອທຸກຄົນ ທີ່ເມືອງຊັນໂຈເຊ, ປະເທດຄອສ໌ຕາຣິກາ ໃນວັນທີ 4-5 ເມສານີ້.ຫົວຂໍ້ຂອງກອງປະຊຸມແມ່ນກ່ຽວກັບການສະໜັບສະໜູນການບັນລຸເປົ້າໝາຍທີ່ກ່ຽວຂ້ອງກັບນ້ຳ, ສຸຂາພິບານ ແລະ ສຸຂະອະນາໄມ (WASH) ໃນເປົ້າໝາຍການພັດທະນາແບບຍືນຍົງ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ບໍລິສັດຈີນສຳເລັດການກໍ່ສ້າງໂຄງການນ້ຳປະປານະຄອນຫຼວງວຽງຈັນ
ວຽງຈັນ, 27 ກຸມພາ (ຊິນຫົວ) — ໂຄງການນ້ຳປະປາ, ເຊິ່ງດຳເນີນການໂດຍບໍລິສັດຈີນ China North Industries Group Corporation Limited (NORINCO) ໄດ້ສຳເລັດການກໍ່ສ້າງ ແລະ ມີການມອບຮັບໃຫ້ແກ່ເຈົ້າຂອງໂຄງການ ທີ່ນະຄອນຫຼວງວຽງຈັນ ໃນວັນພຸດນີ້.ພິທີມອບຮັບໂຄງການຂະຫຍາຍລະບົບທໍ່ສົ່ງນ້ຳປະປາສຳລັບໂຮງງານນ້ຳປະປາແສນດິນ ແລະ ປ່ຽນທໍ່ນ້ຳເກົ່າສຳລັບລັດວິສາຫະກິດນ້ຳປະປານະຄອນຫຼວງ ໄດ້ມີຂຶ້ນທີ່ຊານນະຄອນຫຼວງວຽງຈັນ, ພາຍໃຕ້ການເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ສະມາຊິກຄະນະກຳມະການກົມການເມືອງສູນການພັກປະຊາຊົນປະຕິວັດລາວ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ.ອ່ານຕໍ່ ...
Liangyu
ລັດຖະບານລົງທຶນໂຄງການນ້ຳປະປາສຳລັບຊາວນະຄອນວຽງຈັນ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລົງທຶນເພີ່ມເຕີມໃນການຂະຫຍາຍໂຄງລ່າງນ້ຳປະປາ ຈີ່ນາຍໂມ້ ເພື່ອຮັບປະກັນການສະໜອງນ້ຳຢ່າງພຽງພໍສຳລັບຊາວນະຄອນຫຼວງວຽງຈັນ.ໂຄງການດັ່ງກ່າວປະຈຸບັນແມ່ນກຳລັງດຳເນີນການດ້ານລາຍລະອຽດຂັ້ນສຸດທ້າຍ ຫຼັງຈາກທີ່ລັດຖະບານຍີ່ປຸ່ນຕົກລົງອະນຸມັດທຶນກູ້ຢືມໃນປີ 2016, ຕາມລັດວິສາຫະກິດນ້ຳປະປານະຄອນຫຼວງ (NPNL).ອ່ານຕໍ່ ...
ໂຕະຂ່າວ
ທຸລະກິດນ້ຳກ໊ອກມີທ່າຂະຫຍາຍຕົວໃນລາວ
ທຸລະກິດນ້ຳກ໊ອກໃນເມືອງຫຼວງພະບາງເມືອງທ່ອງທ່ຽວອັນດັບຕົ້ນຂອງລາວ ມີທ່າແຮງສູງໃນການຂະຫຍາຍຕົວ ເນື່ອງຈາກການຂະຫຍາຍຕົວຢ່າງວ່ອງໄວດ້ານການທ່ອງທ່ຽວ, ການປະຕິບັດໂຄງການທາງລົດໄຟຄວາມໄວສູງ ແລະ ຄວາມຕ້ອງການໃນການນຳໃຊ້ນ້ຳປະປາທີ່ມີສູງໃນທົ່ວປະເທດ, ຕາມຂໍ້ມູນຈາກທະນາຄານ ເອັກຊິມ ແລະ ນັກລົງທຶນໄທໃນລາວ.ການສະໜອງນ້ຳປະປາແມ່ນເພີ່ມສູງຂຶ້ນຢ່າງໄວວາໃນຊຸມປີຜ່ານມາ ເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນໃນອັດຕາ 10-15 ເປີເຊັນຕໍ່ປີໃນຫຼວງພະບາງ.ອ່ານຕໍ່ ...
ວິຈິດ ໃຈຕຣົງ
ລາວວອນຍີ່ປຸ່ນໃຫ້ສືບຕໍ່ຊ່ວຍເຫຼືອໃນການປັບປຸງລະບົບນ້ຳປະປາ
ລັດຖະບານຈະຮ້ອງຂໍຍີ່ປຸ່ນໃຫ້ສືບຕໍ່ຊ່ວຍເຫຼືອທາງດ້ານການເງິນ ແລະ ວິຊາການໃນການປັບປຸງລັດວິສາຫະກິດນ້ຳປະປາວຽງຈັນ ເພື່ອເພີ່ມທ່າແຮງໃນການເຂົ້າເຖິງນ້ຳປະປາຂອງປະຊາຊົນ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ມືສະອາດ - ເຄັດລັບເພື່ອຮັກສາສຸຂະພາບ
(ຂປລ) ການສົ່ງເສີມຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຄວາມສຳຄັນໃນການລ້າງມືດ້ວຍສະບູ ແມ່ນວິທີການໃນການປ້ອງກັນພະຍາດ ແລະ ຮັກສາສຸຂະພາບທີ່ງ່າຍ ແລະ ມີປະສິດທິຜົນ.ດັ່ງນັ້ນ ກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ຈັດສະເຫຼີມສະຫຼອງວັນລ້າງມືໂລກ 2018 ທີ່ໂຮງຮຽນປະຖົມທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...
ຂປລ
ເອດີບີຊ່ວຍເຫຼືອການປັບປຸງການສະໜອງນ້ຳປະປາ ແລະ ສຸຂາພິບານໃນ 6 ຕົວເມືອງໃນ ສປປ ລາວ
ວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (14 ກັນຍາ 2018)- ຄະນະບໍລິຫານຂອງທະນາຄານພັດທະນາອາຊີ (ເອດີບີ) ໄດ້ອະນຸມັດເງິນຊ່ວຍເຫຼືອເພີ່ມເຕີມ ຈຳນວນ 30.5 ລ້ານໂດລາ ໃນຮູບແບບທຶນຊ່ວຍເຫຼືອລ້າ ເພື່ອຊ່ວຍເຫຼືອລັດຖະບານລາວໃນການປັບປຸງລະບົບນ້ຳປະປາ ແລະ ສຸຂາພິບານໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ).ອ່ານຕໍ່ ...
ເອດີບີ
ສະໂມສອນໂຣແຕຣີແລັດເນີ ນຳພາດຳເນີນໂຄງການກ່ຽວກັບນ້ຳໃຊ້ສຳລັບຊຸມຊົນບ້ານໃນລາວ
ບ້ານໃນເຂດຫ່າງໄກຂອງລາວ ເຊິ່ງເປັນປະເທດທີ່ໄດ້ຮັບຜົນສະທ້ອນຈາກການຖິ້ມລະເບີດຫຼາຍທີ່ສຸດໃນປະຫວັດສາດ ມີປະຊາກອນໜຶ່ງໃນສາມເສຍຊີວິດໃນສະໄໝສົງຄາມ ຍັງບໍ່ມີການເຂົ້າເຖິງແຫຼ່ງນ້ຳສະອາດ ເຊິ່ງສົ່ງຜົນຕໍ່ສຸຂະພາບ ແລະ ການສຶກສາຂອງເດັກ.ບ້ານຊຽງດາ ໄດ້ມີນ້ຳປະປາໃຊ້ເປັນຄັ້ງທຳອິດ ເຮັດໃຫ້ເດັນນ້ອຍ ແລະ ແມ່ຍິງບໍ່ຈຳເປັນຕ້ອງເດີນທາງໄກໄປຂົນນ້ຳຈາກບ່ອນອື່ນເພື່ອມາໃຊ້ໃນໂຮງຮຽນ ແລະ ຄົວເຮືອນ. ນີ້ຍ້ອນມີການຊ່ວຍເຫຼືອຈາກສະໂມສອນໂຣແຕຮີ ລັດເນີ ແລະ ສະໂມສອນໃນ ບີຊີ ອອນຕາຮິໂອ ລວມທັງ ແລະ ສະໂມສອນ ຊໍເວີເຊັນ.ອ່ານຕໍ່ ...
ເດວຕາ ອອບຕິມີສ