ຍີ່ປຸ່ນຊ່ວຍເຫຼືອການຍົກລະດັບລະບົບນ້ຳປະປາຢູ່ແຂວງຫຼວງພະບາງ

ລັດຖະບານຍີ່ປຸ່ນໄດ້ຕົກລົງໃຫ້ທຶນຊ່ວຍເຫຼືອ 97 ລ້ານເຢັນ (US$880,201 ໂດລາ) ໃນການຂະຫຍາຍລະບົບນ້ຳປະປາໃນຕົວເມືອງຫຼວງພະບາງ.

ໂຄງການດັ່ງກ່າວຈະດຳເນີນແຕ່ວັນທີ 1 ມິຖຸນາ 2019 ເຖິງ 10 ຕຸລາ 2020.

ໃນວັນອັງຄານຜ່ານມາ ອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນປະຈຳລາວ ໄດ້ລົງນາມໃນຂໍ້ຕົກລົງກັບກະຊວງແຜນການ ແລະ ການລົງທຶນ ກ່ຽວກັບການປັບປຸງລະບົບນ້ຳປະປາ ເພື່ອຮັບປະກັນການສະໜອງນ້ຳສະອາດທີ່ພຽງພໍສຳລັບຕົວເມືອງທີ່ມີການຂະຫຍາຍຕົວຢ່າງວ່ອງໄວ.

ອ່ານຕໍ່…

ທີມຂ່າວວຽງຈັນທາມສ໌