ກະຊວງສ້າງລະບຽບການຄຸ້ມຄອງທຸລະກິດການຂຸດເຈາະບໍ່ນ້ຳໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ການຂຸດເຈາະນ້ຳສ້າງໃນລາວຈະບໍ່ສາມາດເຮັດໄດ້ຕາມສະດວກຄືທີ່ຜ່ານມາ ເນື່ອງຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຈະກ້າວເຂົ້າມາຄຸ້ມຄອງກິດຈະການດັ່ງກ່າວ.

ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງນາມໃນຂໍ້ຕົກລົງຂອງລັດຖະມົນຕີໃນທ້າຍເດືອນທີ່ຜ່ານມາ ກ່ຽວກັບການອະນຸຍາດໃຫ້ເຈົ້າໜ້າທີ່ຊັບພະຍາກອນທຳມະຊາດທຳການຄຸ້ມຄອງທຸລະກິດການຂຸດເຈາະນ້ຳສ້າງນ້ຳບາດານໃນທົ່ວປະເທດ.

ນີ້ກໍເນື່ອງຈາກວ່າ ທຸລະກິດຂຸດເຈາະນ້ຳສ້າງນ້ຳບາດານດັ່ງກ່າວມີການຂະຫຍາຍຕົວຢ່າງວ່ອງໄວ. ມີປະຊາຊົນຈຳນວນຫຼາຍ ໂດຍສະເພາະໃນຊົນນະບົດ ໃຊ້ບໍລິການທຸລະກິດດັ່ງກ່າວໃນການຂຸດເຈາະນ້ຳບາດານ ເພື່ອຈຸດປະສົງການນຳໃຊ້ພາຍໃນຄົວເຮືອນ, ການລ້ຽງສັດ, ການປູກຝັງ, ຫຼື ເພື່ອການຄ້າ.

ອ່ານຕໍ່…

 

ເອກະພອນ ພູທອນສີ