ນ້ຳປະປາ ແລະ ສຸຂາພິບານ
Water and sanitation infrastructure and facilities
ອີຢູ ໃຫ້ການສະໜັບສະໜູນໂຄງການສະໜອງນຳ້ສະອາດຢູ່ແຂວງສະຫວັນນະເຂດ ຜ່ານໂຄງການ SUNWIP
ສຳນັກຂ່າວສານປະເທດລາວ- ລັດຖະບານ ສປປ ລາວ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ຮ່ວມມືກັນພັດທະນາໂຄງການ ສະໜອງນ້ຳໃຊ້ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໂດຍຜ່ານ ຂອບຂະຫຍາຍພື້ນຖານໂຄງຮ່າງ ດ້ານໂພສະນາການ ແລະ ໂຄງການ WASH, ເພື່ອແນໃສ່ເປົ້າໝາຍເພື່ອການພັດທະນາແບບຍືນຍົງທີ 2 ແລະ ທີ 4. ມູນຄ່າການການສະໜັບສະໜູນຈາກສະຫະພາບເອີຣົບຈຳນວນ 16.95 ລ້ານເອີໂຣ ຊຶ່ງໃນນັ້ນ 1.95 ລ້ານເອີໂຣ ແມ່ນເປັນສ່ວນຂອງລັດຖະບານ ສປປ ລາວ. ແຫຼ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ ...
ໂຕະຂ່າວສານປະເທດລາວ
ເກົາຫຼີໃຕ້ ໃຫ້ທຶນເກືອບ US$44 ລ້ານໂດລາສຳລັບໂຄງການນ້ຳປະປາໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ກອງທຶນການຮ່ວມມືເພື່ອການພັດທະນາເສດຖະກິດຂອງເກົາຫຼີໃຕ້ (EDCF) ຕົກລົງໃຫ້ທຶນກູ້ຢືມດອກເບ້ຍຕ່ຳ ມູນຄ່າເກືອບ US$44 ລ້ານໂດລາ ເພື່ອສະໜັບສະໜູນໂຄງການພັດທະນານ້ຳປະປາ ຢູ່ແຂວງຈຳປາສັກ ແລະ ແຂວງສາລະວັນ ທາງພາກໃຕ້ຂອງລາວ.ນີ້ແມ່ນການຕົກລົງໃນກອງປະຊຸມລະຫວ່າງຕົວແທນກອງທຶນ EDCF ແລະ ລັດຖະບານລາວ ເພື່ອຫາລືຊ່ອງທາງໃນການຈັດຕັ້ງປະຕິບັດໂຄງການເຫຼົ່ານີ້.ອ່ານຕໍ່ ...
ໂຕະຂ່າວ
ບໍລິສັດນ້ຳປະປາ ຂະຫຍາຍການສະໜອງນ້ຳຈາກແມ່ນ້ຳງື່ມ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ໄດ້ທຳການຕິດຕັ້ງຈັກສູບນ້ຳໃນແມ່ນ້ຳງື່ມ ເພື່ອສະໜອງນ້ຳໃຫ້ແກ່ໂຮງງານຜະລິດນ້ຳປະປາດົງໝາກຄາຍ ເມືອງໄຊທານີ, ເພື່ອຮັບປະກັນການສະໜອງນ້ຳໃຫ້ພຽງພໍກັບຄວາມຕ້ອງການຂອງປະຊາຊົນໃນທ້ອງຖິ່ນ ໃນລະດູແລ້ງນີ້.ຕາມການສຳພາດທາງໂທລະສັບກັບສຳນັກຂ່າວວຽງຈັນທາມສ໌ວານນີ້ ທ່ານ ຄຳເຜີຍ ວົງສາຄຳຜຸຍ ຫົວໜ້າລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ເປີດເຜີຍວ່າ ຫຼັງຈາກທີ່ລະດບນ້ຳໃນແມ່ນ້ຳຫຼຸດຕ່ຳລົງ ທາງວິສາຫະກິດຈຶ່ງໄດ້ຕັດສິນໃຈຕິດຕັ້ງຈັກສູບນ້ຳ ເພື່ອດູດນ້ຳຈາກແມ່ນ້ຳຂຶ້ນສູ່ໂຮງງານ.ເຄື່ອງຈັກສູບນ້ຳດັ່ງກ່າວແມ່ນດຳເນີນການໄດ້ດີ ແລະ ເຮັດໃຫ້ການສະໜອງນ້ຳປະປາໃນແຕ່ລະຄົວເຮືອນມີຄວາມສະໝ່ຳສະເໝີ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ອົງການ JICA ສະໜັບສະໜູນການກໍ່ສ້າງຍົກລະດັບໂຄງລ່າງນ້ຳປະປາຢູ່ແຂວງຫຼວງພະບາງ
ອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ຈະໃຫ້ການສະໜັບສະໜູນການກໍ່ສ້າງ ເພື່ອຍົກລະດັບພື້ນຖານໂຄງລ່າງນ້ຳປະປາ ຢູ່ແຂວງຫຼວງພະບາງ ແຕ່ປີ 2019-2022 ພາຍໃຕ້ຂໍ້ຕົກລົງການຊ່ວຍເຫຼືອລ້າມູນຄ່າ US$18.4 ລ້ານໂດລາ.ບໍລິສັດທີ່ປຶກສາ Nihon Suido ຈຳກັດຈະເປັນຜູ້ກະກຽມເອກະສານການປະມູນ, ຄັດເລືອກການປະມູນ ແລະ ກວດກາໂຄງການກໍ່ສ້າງດັ່ງກ່າວ. ທ່ານ ຂັນທອງ ວໍລະຈິດ ຫົວໜ້າພະແນກນ້ຳປະປາ, ກົມນ້ຳປະປາ, ກະຊວງໂຍທາທິການ ແລະ ຂົນສົ່ງກ່າວວ່າ ບໍລິສັດທີ່ປຶກສາ Nihon Suido ຈຳກັດ ຈະຄັດເລືອກບໍລິສັດຍີ່ປຸ່ນເພື່ອເລີ່ມຕົ້ນໂຄງການກໍ່ສ້າງໃນເດືອນເມສາປີໜ້າ ເຊິ່ງຈະໃຫ້ສຳເລັດໃນປີ 2022.ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
ກະຊວງສ້າງລະບຽບການຄຸ້ມຄອງທຸລະກິດການຂຸດເຈາະບໍ່ນ້ຳໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ການຂຸດເຈາະນ້ຳສ້າງໃນລາວຈະບໍ່ສາມາດເຮັດໄດ້ຕາມສະດວກຄືທີ່ຜ່ານມາ ເນື່ອງຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຈະກ້າວເຂົ້າມາຄຸ້ມຄອງກິດຈະການດັ່ງກ່າວ.ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງນາມໃນຂໍ້ຕົກລົງຂອງລັດຖະມົນຕີໃນທ້າຍເດືອນທີ່ຜ່ານມາ ກ່ຽວກັບການອະນຸຍາດໃຫ້ເຈົ້າໜ້າທີ່ຊັບພະຍາກອນທຳມະຊາດທຳການຄຸ້ມຄອງທຸລະກິດການຂຸດເຈາະນ້ຳສ້າງນ້ຳບາດານໃນທົ່ວປະເທດ.ນີ້ກໍເນື່ອງຈາກວ່າ ທຸລະກິດຂຸດເຈາະນ້ຳສ້າງນ້ຳບາດານດັ່ງກ່າວມີການຂະຫຍາຍຕົວຢ່າງວ່ອງໄວ. ມີປະຊາຊົນຈຳນວນຫຼາຍ ໂດຍສະເພາະໃນຊົນນະບົດ ໃຊ້ບໍລິການທຸລະກິດດັ່ງກ່າວໃນການຂຸດເຈາະນ້ຳບາດານ ເພື່ອຈຸດປະສົງການນຳໃຊ້ພາຍໃນຄົວເຮືອນ, ການລ້ຽງສັດ, ການປູກຝັງ, ຫຼື ເພື່ອການຄ້າ.ອ່ານຕໍ່ ...
ເອກະພອນ ພູທອນສີ
ບໍລິສັດຈີນສຳເລັດການກໍ່ສ້າງໂຄງການນ້ຳປະປານະຄອນຫຼວງວຽງຈັນ
ວຽງຈັນ, 27 ກຸມພາ (ຊິນຫົວ) — ໂຄງການນ້ຳປະປາ, ເຊິ່ງດຳເນີນການໂດຍບໍລິສັດຈີນ China North Industries Group Corporation Limited (NORINCO) ໄດ້ສຳເລັດການກໍ່ສ້າງ ແລະ ມີການມອບຮັບໃຫ້ແກ່ເຈົ້າຂອງໂຄງການ ທີ່ນະຄອນຫຼວງວຽງຈັນ ໃນວັນພຸດນີ້.ພິທີມອບຮັບໂຄງການຂະຫຍາຍລະບົບທໍ່ສົ່ງນ້ຳປະປາສຳລັບໂຮງງານນ້ຳປະປາແສນດິນ ແລະ ປ່ຽນທໍ່ນ້ຳເກົ່າສຳລັບລັດວິສາຫະກິດນ້ຳປະປານະຄອນຫຼວງ ໄດ້ມີຂຶ້ນທີ່ຊານນະຄອນຫຼວງວຽງຈັນ, ພາຍໃຕ້ການເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ສະມາຊິກຄະນະກຳມະການກົມການເມືອງສູນການພັກປະຊາຊົນປະຕິວັດລາວ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ.ອ່ານຕໍ່ ...
Liangyu
ສະໂມສອນໂຣແຕຣີແລັດເນີ ນຳພາດຳເນີນໂຄງການກ່ຽວກັບນ້ຳໃຊ້ສຳລັບຊຸມຊົນບ້ານໃນລາວ
ບ້ານໃນເຂດຫ່າງໄກຂອງລາວ ເຊິ່ງເປັນປະເທດທີ່ໄດ້ຮັບຜົນສະທ້ອນຈາກການຖິ້ມລະເບີດຫຼາຍທີ່ສຸດໃນປະຫວັດສາດ ມີປະຊາກອນໜຶ່ງໃນສາມເສຍຊີວິດໃນສະໄໝສົງຄາມ ຍັງບໍ່ມີການເຂົ້າເຖິງແຫຼ່ງນ້ຳສະອາດ ເຊິ່ງສົ່ງຜົນຕໍ່ສຸຂະພາບ ແລະ ການສຶກສາຂອງເດັກ.ບ້ານຊຽງດາ ໄດ້ມີນ້ຳປະປາໃຊ້ເປັນຄັ້ງທຳອິດ ເຮັດໃຫ້ເດັນນ້ອຍ ແລະ ແມ່ຍິງບໍ່ຈຳເປັນຕ້ອງເດີນທາງໄກໄປຂົນນ້ຳຈາກບ່ອນອື່ນເພື່ອມາໃຊ້ໃນໂຮງຮຽນ ແລະ ຄົວເຮືອນ. ນີ້ຍ້ອນມີການຊ່ວຍເຫຼືອຈາກສະໂມສອນໂຣແຕຮີ ລັດເນີ ແລະ ສະໂມສອນໃນ ບີຊີ ອອນຕາຮິໂອ ລວມທັງ ແລະ ສະໂມສອນ ຊໍເວີເຊັນ.ອ່ານຕໍ່ ...
ເດວຕາ ອອບຕິມີສ