News
ນະຄອນຫຼວງວຽງຈັນ ປະສົບພາວະຂາດແຄນນ້ຳປະປາເນື່ອງຈາກໄພແລ້ງ
ບໍລິສັດນ້ຳປະປານະຄອນຫຼວງວຽງຈັນ ກຳລັງທຳການຕິດຕັ້ງຈັກສູບນ້ຳເຄື່ອງໃໝ່ ເພື່ອສູບນ້ຳຈາກລຳນ້ຳງື່ມ ພາຍຫຼັງທີ່ບາງພື້ນທີ່ໃນນະຄອນວຽງຈັນໄດ້ຜະເຊີນພາວະຂາດນ້ຳໃຊ້.ໂດຍສະເພາະໃນບາງສ່ວນຂອງເມືອງໄຊທານີ, ໄຊເສດຖາ, ແລະ ຈັນທະບູລີ ແມ່ນບໍ່ມີນ້ຳພຽງພໍຕໍ່ການນຳໃຊ້, ຕາມການລາຍງານຂອງສຳນັກຂ່າວລາວພັດທະນາ.ພາວະຂາດແຄນດັ່ງກ່າວ ແມ່ນເນື່ອງຈາກສະຖານນີນ້ຳປະປາດົງໝາກຄາຍ ບໍ່ສາມາດຜະລິດນ້ຳໄດ້ພຽງພໍກັບຄວາມຕ້ອງການ ເນື່ອງຈາກລະດັບນ້ຳໃນແມ່ງື່ມຫຼຸດລົງຕ່ຳກວ່າປົກກະຕິໃນຊ່ວງກາງເດືອນນີ້.ອ່ານຕໍ່ ...
Latsamy Phonevilay
