ລັດຖະບານ

Provincial and local governments

ກຳມາທິການບັນດາເຜົ່າ, ສະພາແຫ່ງຊາດຈັດກອງປະຊຸມຄົບຄະນະ

ໃນວັນທີ 20, ກຳມາທິການບັນດາເຜົ່າຂອງສະພາແຫ່ງຊາດໄດ້ຈັດກອງປະຊຸມຄົບຄະນະໂດຍການເປັນປະທານຂອງຫົວໜ້າກຳມາທິການດັ່ງກ່າວ. ທ່ານໄດ້ສະຫຼຸບການປະຕິບັດງານພາຍໃນໜຶ່ງປີຜ່ານມາກ່ຽວກັບວຽກງານຮ່ວມມືແລະພົບປະກັບຜູ້ມີສິດເລືອກຕັ້ງ ພ້ອມທັງເຜີຍແຜ່ຜົນສະຫຼຸບຂອງກອງປະຊຸມຄັ້ງທີ 6 ຂອງສພຊ ແລະ ກອງປະຊຸມສະພາປະຊາຊົນຂັ້ນແຂວງເທື່ອທີ2 ພ້ອມທັງວຽກງານຕິດຕາມກວດກາການຈັດຕັ້ງປະຕິບັດຂອງລັດຖະທຳມະນູນ, ກົດໝາຍ, ລຸ່ມກົດໝາຍ,​ແຜນພັດທະນາເສດຖະກິດສັງຄົມຂອງລັດຖະບານ ພ້ອມທັງວຽກງານສົ່ງເສີມການອະນຸລັກຮີດຄອງປະເພນີຂອງຊົນເຜົ່າ ແລະ ວິທີທາງແກ້ໄຂບັນຫາສິ່ງຫຍໍ້ທໍ້ຕ່າງໆ.ອ່ານເພິ່ມເຕີມ  ...

ຂ່າວສານປະເທດລາວ

ຫລາຍກວ່າ 40 ໝູ່ບ້ານຢູ່ເມືອງຈຳພອນ ບັນລຸ ສະຖານະໝູ່ບ້ານທີ່ບໍ່ມີການຖ່າຍຊະຊາຍ

ພິທີປະກາດ 41 ໝູ່ບ້ານເປັນເຂດປອດການຖ່າຍຊະຊາຍ ເປັນຂີດໝາຍສຳຄັນ ໃນການຮ່ວມມືລະຫວ່າງລັດຖະບານ ແລະ SNV ເພື່ອຈັດຕັ້ງປະຕິບັດ ໂຄງການສຸຂະອະນາໄມ ແລະ ສຸຂະອະນາໄມສຳລັບທຸກຄົນ (SSH4A) . ໂຄງການດັ່ງກ່າວ ແມ່ນໄດ້ຮັບການສະ ໜັບສະໜູນຈາກ ລັດຖະບານອົດສະຕາລີ ດ້ວຍງົບປະມານ 4,2 ລ້ານໂດລ້າ ສຳລັບໄລຍະປີ 2018-2022 ແລະ ມີຈຸດປະສົງເພື່ອປັບປຸງສຸຂະພາບ, ຄວາມສະເໝີພາບລະຫວ່າງຍິງ – ຊາຍ ແລະ ການມີສ່ວນຮ່ວມຂອງສັງຄົມໃຫ້ແກ່ປະຊາຊົນ ຈຳນວນ 200.000 ຄົນທີ່ອາໃສຢູ່ເມືອງອັດຕະປື, ເມືອງຈຳພອນ ແລະ ເມືອງພະລານໄຊໂດຍການບັນລຸການປ້ອງກັນບັນຫາການຖ່າຍຊະຊາຍໃນປີ 2022.ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ໌

ດ່ານວັງເຕົ່າຈະກໍສ້າງສຳເລັດໃນໄວໆນີ້

ໃນວັນທີ 24 ກຸມພາ, ທ່ານ ວິໄລວົງ ບຸດດາຄຳ, ເຈົ້າແຂວງ ແຂວງຈຳປາສັກ ໄດ້ຕົກລົງເຫັນດີ ກ່ຽວກັບການສະເໜີຟື້ນຟູການກໍ່ສ້າງດ່ານຊາຍແດນສາກົນວັງເຕົ່າ ພາຍຫຼັງມີການເລື່ອນມາຕັ້ງແຕ່ປີ 2018 ຍ້ອນສາເຫດງົບປະມານມີຈຳກັດ. ສືບຕໍ່ອ່ານ ...

ສຳນັກຂ່າວສານປະເທດລາວ

ສປປ ລາວ ຈະມີການເລືອກຕັ້ງຂື້ນໃນວັນທີ 21 ກຸມພາ

ການເລືອກຕັ້ງທົ່ວໄປ ຂອງບັນດາ ສະມາຊິກສະພາແຫ່ງຊາດຊຸດທີ 9 ຂອງສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ໄດ້ໄຂຂຶ້ນໃນວັນທີ 21 ກຸມພານີ້ ຕາມການລາຍງານຂອງສຳນັກຂ່າວສານປະເທດລາວ. ຜູ້ລົງສະໝັກເລືອກຕັ້ງປະກອບມີຈຳນວນ 224 ຄົນ, ໃນນັ້ນມີເພດຍິງຈຳນວນ 49 ຄົນ ທີ່ຈະໄດ້ຖືກຮັບຄັດເລືອກເປັນສະມາຊິກສະພາປະຊາຊົນຂັ້ນແຂວງ.​ອ່ານຕໍ່   ...

ຫົວເຊຍ

ເມືອງສາມັກຄີແຫ່ງທີສອງຂອງປະເທດໄດ້ມີການຮັບຮອງຢູ່ແຂວງບໍລິຄຳໄຊ

ເມືອງທ່າພະບາດໄດ້ຖືກປະກາດໃຫ້ເປັນເມືອງສາມັກຄີໃໝ່, ເຊິ່ງເປັນເມືອງທຳອິດຂອງແຂວງບໍລິຄຳໄຊທີ່ໄດ້ຮັບການອະນຸມັດ ແລະ ເປັນເມືອງທີ່ສອງຂອງປະເທດລາວ.ເມືອງດັ່ງກ່າວໄດ້ຮັບການແຕ່ງຕັ້ງໂດຍຄະນະກຳມະການແນວລາວສ້າງຊາດເມືອງທ່າພະບາດ ເຊິ່ງມີປະຊາຊົນ ແລະ ເຈົ້າໜ້າທີ່ເຂົ້າຮ່ວມໃນພິທີສະເຫຼີມສະຫຼອງເຊິ່ງຈັດຂຶ້ນວານນີ້.ຕາມບົດລານງາຍທາງການ ເມືອງສາມັກຄີເມືອງທຳອິດຂອງປະເທດລາວແມ່ນເມືອງເງິນ ແຂວງໄຊຍະບູລີ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ແຂວງອຸດົມໄຊ ເລັ່ງມືໃນການພັດທະນາດ້ານເສດຖະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງອຸດົມໄຊຈະສູ້ຊົນໃຫ້ບັນລຸອັດຕາການຂະຫຍາຍຕົວດ້ານເສດຖະກິດໃຫ້ໄດ້ 7.7%, ເພື່ອປະກອບສ່ວນໃນການສ້າງອັດຕາການຂະຫຍາຍຕົວຂອງເສດຖະກິດທົ່ວປະເທດ 6.8% ດັ່ງໃນຊ່ວງຫົກເດືອນຕົ້ນປີ, ເຊິ່ງສູງກວ່າຄ່າສະເລ່ຍທົ່ວປະເທດທີ່ໄດ້ວາງໄວ້.ເປົ້າໝາຍດັ່ງກ່າວແມ່ນໄດ້ກຳນົດໃນແຜນພັດທະນາຂອງແຂວງ ເຊິ່ງໄດ້ນຳສະເໜີໃນຕອນທ້າຍຂອງກອງປະຊຸມສະພາປະຊາຊົນແຂວງໃນອາທິດແລ້ວນີ້.ອ່ານຕໍ່ ...

ສົມໄຊ ແສງດາຣາ
http://annx.asianews.network/content/oudomxay-raises-bar-economic-development-101109

ສະພາປະຊາຊົນແຂວງຫາລືບັນຫາທີ່ເປັນທີ່ຖົກຖຽງກັນໃນທ້ອງຖິ່ນ

ສະພາປະຊາຊົນຫຼາຍແຂວງໄດ້ຈັດປະຊຸມໃນອາທິດນີ້ ເພື່ອຫາລືບັນຫາພົ້ນເດັ່ນໃນທ້ອງຖິ່ນ ພາຍຫຼັງການສິ້ນສຸດກອງປະຊຸມສະໄໝສາມັນເທື່ອທີເຈັດຂອງສະພາແຫ່ງຊາດ.ສະພາປະຊາຊົນແຂວງສະຫວັນນະເຂດໄດ້ໄຂກອງປະຊຸມສະໄໝສາມັນຮອບເຄິ່ງປີແຕ່ວັນຈັນຈົນເຖິງມື້ວານນີ້. ໃນກອງປະຊຸມໄລຍະສີ່ວັນດັ່ງກ່າວ ສະມາຊິກສະພາແຂວງໄດ້ຫາລືມາດຕະການກ່ຽວກັບການຄຸ້ມຄອງການຜະລິດຖ່ານ ແລະ ການຄຸ້ມຄອງທຸລະກິດຖ່ານຂາວພາຍໃນແຂວງ ເຊິ່ງສະເໜີໂດຍພະແນກອຸດສາຫະກຳ ແລະ ການຄ້າແຂວງ, ແລະ ການຄຸ້ມຄອງການຈ່າຍເບ້ຍບຳນານ ແລະ ເບ້ຍລ້ຽງສຳລັບຄົນພິການ ເຊິ່ງສະເໜີໂດຍພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.ອ່ານຕໍ່  ...

ໂຕະຂ່າວວຽງຈັນທາມສ໌

ແຂວງຊຽງຂວາງປາບປາມການຄ້າໄມ້ເຖື່ອນ ແລະ ການສໍ້ລາດບັງຫຼວງຂອງເຈົ້າໜ້າທີ່

ອຳນາດການປົກຄອງແຂວງຊຽງຂວາງຈະສືບຕໍ່ສືບສວນສອບສວນເຈົ້າໜ້າທີ່ ທີ່ຖືກກ່າວຫາວ່າຮັບສິນບົນໃນການຄ້າໄມ້ເຖື່ອນ ເຊິ່ງສ້າງຄວາມເສຍຫາຍຕໍ່ປະເທດຊາດບ້ານເມືອງ.ທ່ານ ບຸນຕອນ ຈັນທະພອນ ແຂວງແຂວງຊຽງຂວາງ ລາຍງານໃນກອງປະຊຸມສື່ມວນຊົນ ເຊິ່ງເປັນສ່ວນໜຶ່ງຂອງກອງປະຊຸມລະຫວ່າງຄະນະລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນວຽງຈັນ ວ່າເຈົ້າໜ້າທີ່ທີ່ທຳການສໍ້ລາດບັງຫຼວງຕ້ອງຖືກລົງໂທດ.ອ່ານຕໍ່  ...

ສົມສັກ ພົງຂາວ

ກອງປະຊຸມທົບທວນຄວາມຄືບໜ້າໃນການບໍລິຫານຈັດການທີ່ດີ

ຖັນແຖວກະຊວງ ແລະ ບັນດາຄູ່ຮວມພັດທະນາໄດ້ທົບທວນຄວາມຄືບໜ້າຂອງແຜນງານ ແລະ ສິ່ງທ້າທາຍໃນການບໍລິຫານຈຈັດການ ໃນກອງປະຊຸມປະຈຳປີຂອງກຸ່ມເຮັດວຽກໃນຂະແໜງການບໍລິຫານຈັດການ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ການສັບປ່ຽນຄະນະພັກທີ່ແຂວງບໍ່ແກ້ວ ແລະ ອຸດົມໄຊ

ຈະມີການດຳເນີນການໝູນວຽນເລຂາທິການພັກແຂວງ ແລະ ເຈົ້າແຂວງແຂວງອຸດົມໄຊ ແລະ ບໍ່ແກ້ວທາງພາກເໜືອ ຫຼັງຈາກໄດ້ຮັບການອະນຸມັດຈາກພັກປະຊາຊົນປະຕິວັດລາວ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

BFRp9
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!