ສປປ ລາວ ເລືອກຕັ້ງເອົາສະມາຊິກສະພາຊຸດທີ 9

ການເລືອກຕັ້ງສະພາແຫ່ງຊາດຊຸດທີ 9 ທົ່ວປະເທດລາວ ໄດ້ຖືກຈັດຂື້ນໃນວັນອາທິດ. ປະຊາຊົນລາວປະມານ 4,28 ລ້ານຄົນມີສິດປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ 164 ຄົນໃນ ຈຳນວນຜູ້ສະໝັກ 224 ຄົນ ແລະ ສະພາປະຊາຊົນຂັ້ນແຂວງ.ເລີ່ມແຕ່ເວລາ 7:00 ໂມງເຊົ້າ ເຖິງ 5:00 ແລງ ຕາມເວລາທ້ອງຖິ່ນ, ປະຊາຊົນລາວໃນທົ່ວປະເທດໄດ້ລົງຄະແນນສຽງເພື່ອເລືອກເອົາຜູ້ແທນຂອງພວກເຂົາທີ່ຈະມານັ່ງຢູ່ໃນສະພາແຫ່ງຊາດ ແລະ ສະພາຂັ້ນແຂວງ.ຄະນະກຳມະການເລືອກຕັ້ງແຫ່ງຊາດ ແລະ ຄະນະກຳມະການເລືອກຕັ້ງຂັ້ນທ້ອງຖິ່ນຂອງລາວ ໄດ້ໂຄສະນາຫາສຽງເພື່ອຊຸກຍູ້ໃຫ້ພົນລະເມືອງທີ່ມີສິດໄດ້ຮັບທຸກຄົນໄປປ່ອນບັດເລືອກຕັ້ງເຊິ່ງຈະດຳເນີນໃນທຸກໆ 5 ປີ.ສືບຕໍ່ອ່ານ  ...

ຮົວເຊຍ

ການຈັດຕັ້ງສະຖານທີ່ປ່ອນບັດສຳລັບພົນລະເມືອງລາວຢູ່ຕ່າງປະເທດ

ສະຖານທີ່ບ່ອນບັດຈະຖືກຈັດຕັ້ງຂື້ນເພື່ອອຳນວຍຄວາມສະດວກໃຫ້ພົນລະເມືອງລາວທີ່ອາໃສຢູ່ຕ່າງປະເທດ ເພື່ອລົງເລືອກຕັ້ງຕໍ່ຄະນະສະມາຊິກສະພາແຫ່ງຊາດຊຸດໃໝ່ ຊຶ່ງວັນເລືອກຕັ້ງຈະມີຂື້ນໃນວັນທີ 21​ ກຸມພາ. ພົນລະເມືອງລາວ ສາມາດປ່ອນບັດຢູ່ບັນດາສະຖານທູດ ແລະ ກົງສູນຂອງປະເທດຕົນຢູ່ຕ່າງປະເທດ ຢູ່ສະຖານທີ່ໄດ້ກຽມໄວ້. ບັນດາສະຖານທູດລາວ ໄດ້ຖືກແນະນຳໃນການເປັນສ່ວນໜຶ່ງໃນການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດຊຸດທີ 9 ຊຶື່ງອີງຕາມສະຖານະການທ້ອງຖິ່ນນັ້ນ. ສືບຕໍ່ອ່ານ   ...

ສົມສັກ ປ້ອງຂາວ

ສປປ ລາວ ຈະມີການເລືອກຕັ້ງຂື້ນໃນວັນທີ 21 ກຸມພາ

ການເລືອກຕັ້ງທົ່ວໄປ ຂອງບັນດາ ສະມາຊິກສະພາແຫ່ງຊາດຊຸດທີ 9 ຂອງສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ໄດ້ໄຂຂຶ້ນໃນວັນທີ 21 ກຸມພານີ້ ຕາມການລາຍງານຂອງສຳນັກຂ່າວສານປະເທດລາວ. ຜູ້ລົງສະໝັກເລືອກຕັ້ງປະກອບມີຈຳນວນ 224 ຄົນ, ໃນນັ້ນມີເພດຍິງຈຳນວນ 49 ຄົນ ທີ່ຈະໄດ້ຖືກຮັບຄັດເລືອກເປັນສະມາຊິກສະພາປະຊາຊົນຂັ້ນແຂວງ.​ອ່ານຕໍ່   ...

ຫົວເຊຍ

ສ ປປ ລາວ ກະກຽມການຮັບສະໝັກເລືອກຕັ້ງໃນ ເດືອນ ກຸມພາ 2021​

(ວຽງຈັນທາມສ໌)- ການຮັບສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະພາປະຊາຊົນແຂວງ ເທື່ອທີ 2 ຈະມີຂື້ນໃນວັນທີ 21 ເດືອນກຸມພາ 2021, ອີງຕາມການຖະແຫຼງຂ່າວໃນວັນສຸກທີ່ຜ່ານມາ ຂອງທ່ານ ປອ.ຊົມພູ ດວງສະຫວັນ ໂດຍອີງຕາມກົດໝາຍມາດຕາ 32 ວ່າດ້ວຍລັດຖະທຳມະນູນ ແລະ ກົດໝາຍການເລືອກຕັ້ງ.  ອີງຕາມ ດຳລັດຂອງທ່ານນາຍົກລັດຖະມົນຕີ ເລກທີ 200, ລົງນາມ ວັນທີ 10 ພະຈິກ, ຈຳນວນ 164 ຄົນ ໃນຈຳນວນຜູ້ລົງສະໝັກທັງໝົດ 224 ຄົນ ຈະຖືກຮັບເລືອກເປັນສະມາຊິກສະພາແຫ່ງຊາດ. ສະພາປະຊາຊົນແຂວງກໍຈະມີສະມາຊິກ 492 ຄົນ ໃນຈຳນວນ 789 ຄົນຂອງບັນດາຜູ້ລົງສະໝັກ. ຊຶ່ງຕົວເລກສະມາຊິກຈະເພິ່ມຂື້ນທຽບໃສ່ເທື່ອຜ່ານມາ ໂດຍອີງຕາມການເຕີບໂຕຂອງປະຊາກອນໃນປະເທດ.   ອ່່ານເພິ່ມເຕີມ  ...

Somsack Pongkhao

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

mEXXh
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!