ສປປ ລາວ ເລືອກຕັ້ງເອົາສະມາຊິກສະພາຊຸດທີ 9

ການເລືອກຕັ້ງສະພາແຫ່ງຊາດຊຸດທີ 9 ທົ່ວປະເທດລາວ ໄດ້ຖືກຈັດຂື້ນໃນວັນອາທິດ. ປະຊາຊົນລາວປະມານ 4,28 ລ້ານຄົນມີສິດປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ 164 ຄົນໃນ ຈຳນວນຜູ້ສະໝັກ 224 ຄົນ ແລະ ສະພາປະຊາຊົນຂັ້ນແຂວງ.

ເລີ່ມແຕ່ເວລາ 7:00 ໂມງເຊົ້າ ເຖິງ 5:00 ແລງ ຕາມເວລາທ້ອງຖິ່ນ, ປະຊາຊົນລາວໃນທົ່ວປະເທດໄດ້ລົງຄະແນນສຽງເພື່ອເລືອກເອົາຜູ້ແທນຂອງພວກເຂົາທີ່ຈະມານັ່ງຢູ່ໃນສະພາແຫ່ງຊາດ ແລະ ສະພາຂັ້ນແຂວງ.

ຄະນະກຳມະການເລືອກຕັ້ງແຫ່ງຊາດ ແລະ ຄະນະກຳມະການເລືອກຕັ້ງຂັ້ນທ້ອງຖິ່ນຂອງລາວ ໄດ້ໂຄສະນາຫາສຽງເພື່ອຊຸກຍູ້ໃຫ້ພົນລະເມືອງທີ່ມີສິດໄດ້ຮັບທຸກຄົນໄປປ່ອນບັດເລືອກຕັ້ງເຊິ່ງຈະດຳເນີນໃນທຸກໆ 5 ປີ.

ສືບຕໍ່ອ່ານ… 

ຮົວເຊຍ