Forest products

ການປົກປັກຮັກສາປ່າໄມ້

ລູກເສືອຖຶກຍຶດໄດ້ຈາກການຄ້າສັດຢູ່ທີ່ປະເທດໄທ

ພາຍຫຼັງການສອບສວນຜົວເມຍຄູ່ໜຶ່ງ ເປັນເວລາຫຼາຍເດືອນຕາມຂໍ້ສົງໄສໃນເບື້ອງຕົ້ນ, ຕຳຫຼວດສາມາດຈັບຕົວພວກກ່ຽວໄດ້ ແລະ ຢຶດໄດ້ລູກເສືອ 4 ໂຕ ທີ່ຕົກໃນຂໍ້ຫາການລັກລອບຄ້າສັດປ່າຈາກປະເທດລາວ. ຕຳຫຼວດໄທໄດ້ທຳການສືບສວນຕັ້ງແຕ່ເດືອນກັນຍາ ເປັນຕົ້ນມາ, ໃນທີ່ສຸດ ເຈົ້າໜ້າທີ່ໄດ້ຈັບຕົວຜູ້ກ່ຽວ ແລະ ເມຍຂອງລາວ ແລະ ຊ່ວຍຊີວິດເສືອນ້ອຍ 4 ໂຕ ໃນວັນອັງຄານມື້ນີ້ ທີ່ແຂວງມຸກດາຫານຂອງໄທ.  ອ່ານເພິ່ມເຕີມ ...

ພອນທຳ ວິຊັບລະ

ເຈົ້າຄອງນະຄອນຫຼວງອອກຄຳສັ່ງຫ້າມບຸກລຸກປ່າສະຫງວນແຫ່ງຊາດ ພູພະນັງ ພູເຂົາຄວາຍ

ເຈົ້າຄອງນະຄອນຫຼວງອອກຄຳສັ່ງເລກທີ 031/ຈນວ,ວ່າດ້ວຍການ ປົກປັກຮັກສາປ່າສະຫງວນແຫ່ງຊາດ ພູພະນັງ ພູເຂົາຄວາຍໃນຂອບເຂດນະຄອນຫຼວງວຽງຈັນ ໃຫ້ຖະຫານປ້ອງກັນການບຸກລຸກປ່າ, ລົບລ້າງສິ່ງກໍສ້າງໃນປ່າສະຫງວນ, ຫ້າມຊື້ຂາຍກ່ຽວກັບອຸປະກອນການຕັດໄມ້, ປິດກັັ້ນເສັ້ນທາງເຂົ້າອອກ ແລະ ຫ້າມປະຊາຊົນຫາກິນໃນເຂດດັ່ງກ່າວ.​ ອ່ານເພິ່ມເຕີມ. ...

ລາວພັດທະນາ

ສປປ ລາວ ຈະໄດ້ລາຍຮັບຈາກການຂາຍສິນເຊື່ອຄາບອນໃນປີໜ້າ

ລັດຖະບານຄາດຫວັງມີລາຍຮັບຈະໄດ້ລາຍຮັບຈາກການຂາຍສິນເຊື່ອຄາບອນໃນປີໜ້າ ພາຍຫຼັງການເຊັນຂໍ້ຕົກລົງຮ່ວມກັບທະນາຄານໂລກ. ທ່ານ ຄຳແສນ ອຸ່ນຄຳ, ຮອງຫົວໜ້າກົມປ່າໄມ້ກ່າວໃນວັນພະຫັດວ່າ ລັດຖະບານໄດ້ເຊັນຂໍ້ຕົກລົງຮ່ວມກັບທະນາຄານໂລກ ໃນການຂາຍສິນເຊື່ອຄາບອນຈາກພື້ນທີ່ປ່າທີ່ໄດ້ທຳການອອກແບບໄວ້ສະເພາະ ຢູ່ທີ່ບັນດາ 6 ແຂວງທາງພາກເໜືອຂອງລາວເຊັ່ນ: ແຂວງຫົວພັນ, ຫຼວງພະບາງ, ອຸດົມໄຊ, ຫຼວງນ້ຳທາ, ບໍແກ້ວ ແລະ ໄຊຍະບູລີ. ສືບຕໍ່ອ່ານ .  ...

ຜູ້ສື່ຂ່າວທາມສ໌

ກະຊວງ, ອົງການ WWF ລາວ ເລີ່ມໂຄງການອະນຸລັກປ່າໄມ້

ວຽງຈັນ (ວຽງຈັນທາມສ໌/ANN) – ກົມປ່າໄມ້ ແລະ ອົງການກອງທຶນອະນຸລັກສັດປ່າ ປະຈຳລາວ (WWF-ລາວ) ໄດ້ເລິ່ມປະຕິບັດໂຄງການໃຫຍ່ໃນເຂດປະເທດລາວ ໃນການປົກປັກຮັກສາປ່າໄມ້ ແລະ ສັດປ່າ ຢູ່ທາງພາກໃຕ້ຂອງລາວ ແລະ ພາກກາງຂອງຫວຽດນາມ.ໂຄງການດັ່ງກ່າວມີໄລຍະດຳເນີນການຫົກປີ ພາຍໃຕ້ງົບປະມານດຳເນີນກິດຈະກຳ EUR 3.3 ລ້ານຢູໂຣ (32 ຕື້ກວ່າກີບ) ໃນເຂດປະເທດລາວ.ໂຄງການດັ່ງກ່າວມືຊື່ວ່າ “ການການຫຼີກລ່ຽງການທຳລາຍປ່າໄມ້ ແລະ ການເສື່ອມໂຊມຂອງປ່າໄມ້ ລຽບຕາມຊາຍແດນລະຫວ່າງພາກກາງຂອງຫວຽດນາມ ແລະ ພາກໃຕ້ຂອງລາວ ຢູ່ແຂວງສາລະວັນ ແລະ ແຂວງເຊກອງ (ທາດຄາບອນ ແລະ ຊີວະນາໆພັນ, ໄລຍະທີ 2)”, ຕາມບົດຂ່າວຈາກອົງການ WWF-ລາວ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ແຂວງຊຽງຂວາງປາບປາມການຄ້າໄມ້ເຖື່ອນ ແລະ ການສໍ້ລາດບັງຫຼວງຂອງເຈົ້າໜ້າທີ່

ອຳນາດການປົກຄອງແຂວງຊຽງຂວາງຈະສືບຕໍ່ສືບສວນສອບສວນເຈົ້າໜ້າທີ່ ທີ່ຖືກກ່າວຫາວ່າຮັບສິນບົນໃນການຄ້າໄມ້ເຖື່ອນ ເຊິ່ງສ້າງຄວາມເສຍຫາຍຕໍ່ປະເທດຊາດບ້ານເມືອງ.ທ່ານ ບຸນຕອນ ຈັນທະພອນ ແຂວງແຂວງຊຽງຂວາງ ລາຍງານໃນກອງປະຊຸມສື່ມວນຊົນ ເຊິ່ງເປັນສ່ວນໜຶ່ງຂອງກອງປະຊຸມລະຫວ່າງຄະນະລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນວຽງຈັນ ວ່າເຈົ້າໜ້າທີ່ທີ່ທຳການສໍ້ລາດບັງຫຼວງຕ້ອງຖືກລົງໂທດ.ອ່ານຕໍ່  ...

ສົມສັກ ພົງຂາວ

ລັດຖະບານຮ່າງແຜນການເຄື່ອນໄຫວປົກປັກຮັກສາປ່າໄມ້ສຳລັບນັກສ້າງກົດໝາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ການປົກປັກຮັກສາປ່າໄມ້ ແລະ ສົ່ງເສີມການປູກຕົ້ນໄມ້ທົ່ວປະເທດ ແມ່ນເປົ້າໝາຍຫຼັກໃນກົດໝາຍປ່າໄມ້ສະບັບດັດແກ້, ເຈົ້າໜ້າທີ່ການນຳລັດຖະບານກ່າວ.ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ສະເໜີຮ່າງກົດໝາຍປ່າໄມ້ສະບັບດັດແກ້ໃນກອງປະຊຸມສະພາແຫ່ງຊາດທີ່ກຳລັງດຳເນີນ ທີ່ວຽງຈັນ ວານນີ້.ແຜນການເຄື່ອນໄຫວດັ່ງກ່າວແມ່ນເພື່ອຮອງຮັບແນວທາງນະໂຍບາຍຂອງລັດຖະບານກ່ຽວກັບການພັດທະນາເສດຖະກິດສີຂຽວ ແລະ ການພັດທະນາແບບຍືນຍົງ ເພື່ອຫຼຸດຜ່ອນການອີງໃສ່ຊັບພະຍາກອນທຳມະຊາດໃນການພັດທະນາ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/lao-govt-outlines-forestry-protection-moves-lawmakers-98462

ລາວສັ່ງປິດໂຮງງານປຸງແຕ່ງໄມ້ຕາມຄຳສັ່ງນາຍົກ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງງານປຸງແຕ່ງໄມ້ ແລະ ໂຮງເຟີນີເຈີລະດັບຄົວເຮືອນກວ່າ 500 ແຫ່ງໄດ້ຖືກສັ່ງປິດ ນັບແຕ່ມີການອອກຄຳສັ່ງນາຍົກລັດຖະມົນຕີສະບັບເລກທີ 5 ໃນປີ 2016.ໃນຈຳນວນໂຮງງານປຸງແຕ່ງໄມ້ ແລະ ໂຮງເຟີນີເຈີທັງໝົດ 1,595 ແຫ່ງໃນທົ່ວປະເທດທີ່ມີການທຳການໃນປີ 2016, ມີໂຮງງານໄມ້ພຽງ 1,086 ແຫ່ງທີ່ຍັງຄົງດຳເນີນການ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວຕໍ່ທີ່ປະຊຸມນິຕິບັດຍັດຂອງສະພາແຫ່ງຊາດສະໄໝສາມັນຄັ້ງທີ 7.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-closes-wood-processing-plants-comply-pm%E2%80%99s-order-98316

ລາວສະໜັບສະໜູນການຟື້ນຟູປ່າໄມ້ ຫ້ວຍຍາງ-ດົງໝາກຄາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ພິທີລົງນາມໃນຂໍ້ຕົກການລົງທຶນໄດ້ມີຂຶ້ນໃນອາທິດແລ້ວນີ້ທີ່ວຽງຈັນ ລະຫວ່າງກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ກົມປ່າໄມ້ ຂອງກະຊວງກະສິກຳ ແລະ ປ່າໄມ້, ແລະ ກົມແຜນການ ແລະ ການຮ່ວມມື ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.ລັດຖະບານໄດ້ອະນຸມັດທຶນກວ່າ 2.4 ຕື້ກີບສຳລັບການຟື້ນຟູປ່າໄມ້ໃນສວນພຶກສາຫ້ວຍຍາງ-ດົງໝາກຄາຍ ເພື່ອສົ່ງເສີມການຄົ້ນຄວ້າກ່ຽວກັບປ່າໄມ້ ແລະ ລະບົບນິເວດ ກໍຄືການທ່ອງທ່ຽວຢ້ຽມຢາມພື້ນທີ່.ອ່ານຕໍ່ ...

ໂຕະຂ່າວ

ລັດສ້າງຕັ້ງສອງອຸດທະຍານແຫ່ງຊາດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ສ້າງສອງອຸດທະຍານແຫ່ງຊາດຢູ່ທາງພາກເໜອ ແລະ ພາກກາງຂອງລາວ ເພື່ອປົກປັກຮັກສາປ່າໄມ້, ຊີວະນາໆພັນ, ຄວາມອຸດົມສົມບູນຂອງທຳມະຊາດ ແລະ ການພັດທະນາທາງທໍລະນີວິທະຍາຂອງປະເທດ.ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ລົງນາມຮັບຮອງເອົາດຳລັດຂອງນາຍົກລັດຖະມົນຕີສອງສະບັບໃນເດືອນແລ້ວນີ້, ເພື່ອສ້າງຕັ້ງເຂດອຸດທະຍານແຫ່ງຊາດນ້ຳແອດ-ພູເລີຍ ທາງພາກເໜືອ ແລະ ອຸດທະຍານແຫ່ງຊາດນາກາຍ-ນ້ຳເທີນ ທາງພາກກາງຂອງລາວ.ອ່ານຕໍ່ ...

ເອກະພອນ ພູທອນສີ

ເຈົ້າໜ້າທີ່ລາວທົບທວນການນຳໃຊ້ປ່າ, ທີ່ດິນໃນເຂດປ່າສະຫງວນຊີວະນາໆພັນແຫ່ງຊາດນ້ຳພຸຍ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ແຂວງໄຊຍະບູລີ ແລະ ການນຳບ້ານໆນາແວນ ຮ່ວມປະຊຸມກັບພະນັກງານອົງການອະນຸລັກທຳມະຊາດໂລກປະຈຳລາວ (WWF-Laos) ທີ່ເມືອງພຽງໃນຕົ້ນເດືອນນີ້ ເພື່ອທົບທວນຜົນການສຳຫຼວດ ແລະ ແຕ້ມແຜນວາດການນຳໃຊ້ທີ່ດິນຄົວເຮືອນ ແລະ ການຖືກຳມະສິດ, ລາຍຮັບ ແລະ ຕົວກຳນົດດ້ານເສດຖະກິດສັງຄົມ ແລະ ກະສິກຳ.ບ້ານນາແວນຕັ້ງຢູ່ໃນເຂດປ່າສະຫງວນຊີວະນາໆພັນແຫ່ງຊາດ (NBCA) ນ້ຳພຸຍ ແຂວງໄຊຍະບູລີ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

VawMa
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!