ກະຊວງ, ອົງການ WWF ລາວ ເລີ່ມໂຄງການອະນຸລັກປ່າໄມ້

ວຽງຈັນ (ວຽງຈັນທາມສ໌/ANN) – ກົມປ່າໄມ້ ແລະ ອົງການກອງທຶນອະນຸລັກສັດປ່າ ປະຈຳລາວ (WWF-ລາວ) ໄດ້ເລິ່ມປະຕິບັດໂຄງການໃຫຍ່ໃນເຂດປະເທດລາວ ໃນການປົກປັກຮັກສາປ່າໄມ້ ແລະ ສັດປ່າ ຢູ່ທາງພາກໃຕ້ຂອງລາວ ແລະ ພາກກາງຂອງຫວຽດນາມ.

ໂຄງການດັ່ງກ່າວມີໄລຍະດຳເນີນການຫົກປີ ພາຍໃຕ້ງົບປະມານດຳເນີນກິດຈະກຳ EUR 3.3 ລ້ານຢູໂຣ (32 ຕື້ກວ່າກີບ) ໃນເຂດປະເທດລາວ.

ໂຄງການດັ່ງກ່າວມືຊື່ວ່າ “ການການຫຼີກລ່ຽງການທຳລາຍປ່າໄມ້ ແລະ ການເສື່ອມໂຊມຂອງປ່າໄມ້ ລຽບຕາມຊາຍແດນລະຫວ່າງພາກກາງຂອງຫວຽດນາມ ແລະ ພາກໃຕ້ຂອງລາວ ຢູ່ແຂວງສາລະວັນ ແລະ ແຂວງເຊກອງ (ທາດຄາບອນ ແລະ ຊີວະນາໆພັນ, ໄລຍະທີ 2)”, ຕາມບົດຂ່າວຈາກອົງການ WWF-ລາວ.

ອ່ານຕໍ່…

ພົມພົງ ເຫຼົາອິນ