Forest products

ການປົກປັກຮັກສາປ່າໄມ້

ໄທ ແລະ ລາວເປີດຕົວແຜນປ້ອງກັນໄຟປ່າ

ບາງກອກ (NNT/VNA) – ໄທ ແລະ ລາວໄດ້ເປີດຕົວແຜນປ້ອງກັນ ແລະ ສະກັດກັ້ນໄຟປ່າປະຈຳປີລະຫວ່າງສອງປະເທດ.ທ່ານ ປຣະຊອນ ພຣັດສະກຸນ ຜູ້ວ່າລາດຊະການຈັງຫວັດຊຽງລາຍ ໄດ້ຕ້ອນຮັບຄະນະຜູ້ແທນ 30 ຄົນຈາກລາວໃນພິທີເປີດສວນອຸດທະຍານພູຊີ້ຟ້າທີ່ຈັງຫວັດຊຽງລາຍທາງພາກເໜືອຂອງປະເທດໄທໃນວັນທີ 18 ກຸມພາ.ອ່ານຕໍ່ ...

NNT/VNA

ອົງການ WWF ແລະ ເຈົ້າໜ້າທີ່ລາວທົບທວນການນຳໃຊ້ປ້າໄມ້

(ຂປລ) ເຈົ້າໜ້າທີ່ແຂວງ ແລະ ຜູ້ນຳຊຸມຊົນຮ່ວມປະຊຸມກັບອົງການກອງທຶນເພື່ອການອະນຸລັກສິ່ງແວດລ້ອມປະຈຳລາວ (WWF-Laos) ທີ່ເມືອງພຽງ ແຂວງໄຊຍະບູລີ ໃນວັນທີ 7 ກຸມພາ 2019 ເພື່ອທົບທວນຜົນການສຳຫຼວດ ແລະ ແຕ້ມແຜນທີ່ການນຳໃຊ້ທີ່ດິນຂອງຄົວເຮືອນ ແລະ ການຖືກຳມະສິດ, ລາຍຮັບ ແລະ ຕົວກຳນົດດ້ານເສດຖະກິດ-ສັງຄົມ ແລະ ກະສິກຳຕ່າງໆ.ອ່ານຕໍ່ ...

ຂປລ

ທົ່ງໄຫຫີນຈະໄດ້ຮັບພິຈາລະນາສະຖານະມໍລະດົກໂລກໃນເດືອນກໍລະກົດ

ວຽງຈັນ (ວຽງຈັນທາມສ໌/ANN) – ຂ່າວດີສຳລັບທົ່ງໄຫຫີນຂອງລາວ ເມື່ອຄະນະກຳມະການມໍລະດົກໂລກຂອງອົງການຢູເນສໂກ ຈະປະຊຸມເພື່ອຫາລືກ່ຽວກັບສະຖານະມໍລະດົກໂລກຂອງທົ່ງໄຫໃນເດືອນກໍລະກົດປີນີ້ ຕາມການເປີດເຜີຍຂອງເຈົ້າໜ້າທີ່ລັດຖະບານໃນອາທິດແລ້ວນີ້.ອ່ານຕໍ່ ...

ແກ້ວຊົມພູ ສັກດາວົງ

ລັດຖະບານລາວສ້າງແຜນເພື່ອອະນຸລັກພູພຽງບໍລະເວນ

ລັດຖະບານກຳລັງສ້າງແຜນການເພື່ອການອະນຸລັກພູພຽງບໍລະເວນທາງພາກໃຕ້ຂອງລາວ ເນື່ອງຈາກເປັນພື້ນທີ່ກະສິກຳ ແລະ ທ່ອງທ່ຽວ, ທັງຢຸດແຜນການພັດທະນາໂຮງງານອຸດສາຫະກຳໜັກຂອງບັນດາຫົວໜ່ວຍທຸລະກິດ ໃນພື້ນທີ່ທີ່ອຸດົມສົມບູນຂອງລາວ.ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ເຊິ່ງເປັນໜ່ວຍງານທີ່ຮັບຜິດຊອບການຮ່າງແຜນພັດທະນາເຂດພູພຽງດັ່ງກ່າວ ກ່າວໃນອາທິດນີ້ວ່າ ທາງສະຖາບັນກຳລັງຈຳສຳເລັດການສ້າງແຜນດັ່ງກ່າວ ແລະ ຫວັງວ່າຈະໄດ້ຮັບການສະໜັບສະໜຸນຈາກຄະນະນຳຂັ້ນເທິງໃນອະນາຄົດອັນໃກ້.ອ່ານຕໍ່  ...

ເອກະພອນ ພູທອນສີ

ລາວຢືນຢັນການບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວສັນຍາວ່າຈະສືບຕໍ່ຮ່ວມມືກັບບັນດາຄູ່ຮ່ວມງານສາກົນເພື່ອຜະເຊີນກັບສິ່ງທ້າທາຍໃນການບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ຍ້ອນວ່າປະເທດລາວຍັງມີຄວາມສ່ຽງກ່ຽວກັບການຄ້າຂາຍສັດປ່າຜິດກົດໝາຍ.ອ່ານຕໍ່  ...

News Desk

ນັກລົງທຶນມີແຜນປູກໄມ້ໃນພື້ນທີ່ປ່າເສື່ອມໂຊມໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດກະສິກຳປ່າໄມ້ບູລະພາ, ບໍລິສັດສະໂຕຣາ ເອັນໂຊ ແລະ ກະຊວງກະສິກຳ ແລະ ປ່າໄມ້ ຫາລືກ່ຽວກັບການປູກໄມ້ໃນເຂດປ່າເສື່ອມໂຊມໃນພື້ນທີ່ປ່າຜະລິດແຫ່ງຊາດ (NPFA). ຕາງໜ້າຈາກທັງສາມພາກສ່ວນໄດ້ຮ່ວມປະຊຸມໃນວັນຈັນນີ້ ເພື່ອຫາລືກ່ຽວກັບຂໍ້ກຳນົດ ແລະ ເງື່ອນໄຂທີ່ຈຳເປັນໃນການຂໍອະນຸຍາດປູກໄມ້ໃນພື້ນທີ່ດັ່ງກ່າວທີ່ແຂວງວຽງຈັນ ແລະ ຄຳມ່ວນ.ອ່ານຕໍ່ ...

News Desk

ຍຶດງາຊ້າງເຖື່ອນໄດ້ທີ່ຮ້ານຄ້າແຂວງຫຼວງພະບາງ

ຜະລິດຕະພັນງາຊ້າງກວ່າ 73 ກິໂລ ຖືກຍຶດໄດ້ຈາກຮ້ານຂາຍເຄື່ອງທີ່ລະນຶກແຫ່ງໜຶ່ງທີ່ແຂວງຫຼວງພະບາງ ແລະ ເຈົ້າຂອງຮ້ານຊາວຕ່າງຊາດຖືກກັກຕົວໃນຂໍ້ຫາຄ້າງາຊ້າງເຖື່ອນ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ເອັມອາຊີ ແລະ ໄຈກາ ເລີ່ມການຄົ້ນຄວ້າວິໄຈໃນການຮັກສາປ່າໄມ້ ເພື່ອປັບປຸງການຄຸ້ມຄອງອ່າງແມ່ນ້ຳຂອງ

(ຂປລ) ຄະນະກຳມາທິການແມ່ນ້ຳຂອງ (ເອັມອາຊີ)  ແລະ ອົງການຮ່ວມມືສາກົນຍີ່ປຸ່ນ (ໄຈກາ) ໄດ້ເລີ່ມການຄົ້ນຄວ້າວິໄຈຮ່ວມ ກ່ຽວກັບການປົກປັກຮັກສາປ່າໄມ້ ແລະ ການຄຸ້ມຄອງອ່າງແມ່ນ້ຳຂອງໃນເຂດອ່າງແມ່ນ້ຳຂອງຕອນລຸ່ມ ເພື່ອເປັນສ່ວນໜຶ່ງໃນການປັບປຸງການຄຸ້ມຄອງ ແລະ ປົກປັກຮັກສາສະພາບແວດລ້ອມຂອງອ່າງແມ່ນ້ຳຂອງ.ອ່ານຕໍ່ ...

ຂປລ

ແຂວງຈຳປາສັກຂະຫຍາຍເຂດອະນຸລັກໂລມາ

ອຳນາດການປົກຄອງ ແລະ ປະຊາຊົນແຂວງຈຳປາສັກ ໂດຍສະເພາະແມ່ນປະຊາຊົນບ້ານຫາງສະດຳ ແລະ ບ້ານຫາງຄອນ ໄດ້ຕົກລົງຂະຫຍາຍເຂດອະນຸລັກໂລມາແມ່ນ້ຳຂອງໃຫ້ໃຫຍ່ກວ່າເດີມ 7 ເທົ່າ. ນີ້ແມ່ນບາດກ້າວເພື່ອອະນຸລັກຈຳນວນປະຊາກອນໂລມາແມ່ຂອງ (ຫຼືວ່າໂລມາອີລະວະດີ) ທີ່ໃກ້ສູນພັນ.ອ່ານຕໍ່ ...

ວຽງຈັນທາມສ໌

ລັດຖະບານປະກາດພຶ້ນທີ່ 268 ເຮັກຕາ ໃຫ້ເປັນປ່າສະຫງວນພຶກສາສາດ

ລັດຖະບານໄດ້ປະກາດສ້າງຕັ້ງປ່າສະຫງວນຫ້ວຍຍາງ ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນວຽງຈັນ ໃຫ້ເປັນພື້ນທີ່ປ່າປົກປ້ອງທີ່ປາສະຈາກການບຸກລຸກລ່ວງລ້ຳ. ພິທີປະກາດການສ້າງຕັ້ງສວນພຶກສາສາດດົງໝາກຄາຍ ໃນພື້ນທີ່ 268 ເຮັກຕາ ດັ່ງກ່າວໄດ້ຈັດຂຶ້ນທີ່ບ້ານດົງໝາກຄາຍໃນວັນເສົາທີ່ຜ່ານມາ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

44CXF
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!