Biodiversity

ສັດ

ລູກເສືອຖຶກຍຶດໄດ້ຈາກການຄ້າສັດຢູ່ທີ່ປະເທດໄທ

ພາຍຫຼັງການສອບສວນຜົວເມຍຄູ່ໜຶ່ງ ເປັນເວລາຫຼາຍເດືອນຕາມຂໍ້ສົງໄສໃນເບື້ອງຕົ້ນ, ຕຳຫຼວດສາມາດຈັບຕົວພວກກ່ຽວໄດ້ ແລະ ຢຶດໄດ້ລູກເສືອ 4 ໂຕ ທີ່ຕົກໃນຂໍ້ຫາການລັກລອບຄ້າສັດປ່າຈາກປະເທດລາວ. ຕຳຫຼວດໄທໄດ້ທຳການສືບສວນຕັ້ງແຕ່ເດືອນກັນຍາ ເປັນຕົ້ນມາ, ໃນທີ່ສຸດ ເຈົ້າໜ້າທີ່ໄດ້ຈັບຕົວຜູ້ກ່ຽວ ແລະ ເມຍຂອງລາວ ແລະ ຊ່ວຍຊີວິດເສືອນ້ອຍ 4 ໂຕ ໃນວັນອັງຄານມື້ນີ້ ທີ່ແຂວງມຸກດາຫານຂອງໄທ.  ອ່ານເພິ່ມເຕີມ ...

ພອນທຳ ວິຊັບລະ

ແຜນການສະແດງຊ້າງຢູ່ນະຄອນຫຼວງວຽງຈັນສ້າງຄວາມບໍ່ພໍໃຈໃຫ້ແກ່ນັກອະນຸລັກສັດປ່າ

ບໍລິສັດຈີນໄດ້ສ້າງກະແສຄວາມບໍ່ພໍໃຈ ໃຫ້ແກ່ນັກອະນຸລັກສັດ ໂດຍການນຳເອົາຊ້າງ 10 ໂຕ ມາຈາກພາກເໜືອຂອງປະເທດ ເພື່ອສ້າງຄວາມບັນເທິງໃຫ້ແກ່ນັກທ່ອງທ່ຽວໃນເຂດເສດຖະກິດພິເສດ ໃນນະຄອນຫຼວງວຽງຈັນ ເພື່ອສົ່ງເສີມປີທ່ອງທ່ຽວລາວ-ຈີນ 2019.ແຜນສົ່ງເສີມການທ່ອງທ່ຽວດັ່ງກ່າວ ແມ່ນເພື່ອສົ່ງເສີມການທ່ອງທ່ຽວ ແລະ ແລກປ່ຽນວັດທະນະທຳຢ່າງເປັນທາງການລະຫວ່າງສອງປະເທດ ເຊິ່ງລາວຫວັງວ່າຈະກັກຕວງຜົນປະໂຫຍດທາງເສດຖະກິດ ຜ່ານການດຶງດູດນັກທ່ອງທ່ຽວຈີນໃຫ້ເຂົ້າມາທ່ຽວປະເທດເພື່ອນບ້ານທາງພາກໃຕ້ຄືລາວ.ແຕ່ວ່ານັກອະນຸລັກສິດທິສັດພັດໃຫ້ຄຳເຫັນວ່າ ການຂົນສົ່ງຊ້າງໄລຍະໄກຈາກແຂວງໄຊຍະບູລີ ເພື່ອມາບໍລິການນັກທ່ອງທ່ຽວຈີນໃນນະຄອນຫຼວງວຽງຈັນທີ່ແອອັດ ເປັນການທາລຸນສັດໂດຍບໍ່ຈຳເປັນ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ອົງການອາເມລິກາຊ່ວຍເຫຼືອ $617,744 ໂດລາ ໃນການເຝົ້າລະວັງການລະບາດຂອງພະຍາດສັດປ່າໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການປ້ອງກັນຫຼຸດຜ່ອນຄວາມສ່ຽງໄພ ຂອງສະຫະລັດອາເມລິກາ ໄດ້ໃຫ້ທຶນຊ່ວຍເຫຼືອ 5.4 ຕື້ກວ່າກີບ (US$617,744 ໂດລາ) ເພື່ອດຳເນີນໂຄງການພັດທະນາເຄືອຂ່າຍເຝົ້້າລະວັງການລະບາດຂອງພະຍາດສັດປ່າໃນລາວ.ບົດບັນທຶກຄວາມເຂົາໃຈຂອງໂຄງການດັ່ງກ່າວ ໄດ້ມີການລົງນາມທີ່ນະຄອນວຽງຈັນ ໃນວັນສຸກຜ່ານມານີ້ ລະຫວ່າງທ່ານ ປອ. ສີທອງ ພິພຸຄະວົງ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້, ແລະ ທ່ານ ປອ. ສັນຕິ ໄຊປັນຍາ ຫົວໜ້າອົງການອະນຸລັກສັດປ່າປະຈຳລາວ.ອ່ານຕໍ່ ...

ສີລັດດາ ສຸລິຍົງ
http://annx.asianews.network/content/us-agency%E2%80%99s-617744-supports-lao-wildlife-disease-surveillance-105666

ເຈົ້າໜ້າທີ່ຍຶດລິ່ນເປັນໆທີ່ລັກລອບຄ້າຂາຍຈາກລາວໄດ້ຢູ່ຫວຽດນາມ

ລິ່ນແມ່ນສັດລ້ຽງລູກດ້ວຍນົມທີ່ມີການລັກລອບຄ້າຂາຍຫຼາຍທີ່ສຸດໃນໂລກເຈົ້າໜ້າທີ່ໄດ້ກວດພົບລິ່ນຫຼາຍສິບໂຕ ທີ່ຖືກລັກລອບຄ້າຂາຍຈາກປະເທດລາວ ເຊິ່ງຢູ່ໃນສະພາບຂາດນ້ຳ ແລະ ອ່ອນແຮງ ຢູ່ໃນກ່ອງເທິງລົດເມໂດຍສານຢູ່ຫວຽດນາມ.ເຈົ້າໜ້າທີ່ຕຳຫຼວດຫວຽດນາມໄດ້ຈັບຕົວຄົນຂັບລົດພ້ອມດ້ວຍເມຍ ໃນຂໍ້ຫາລັກລອບຄ້າສັດປ່າຈາກລາວ, ສຳນັກຂ່າວ AFP  ລາຍງານໃນວັນທີ 30 ກໍລະກົດຜ່ານມາ.ອົງການອະນຸລັກສັດປ່າຫວຽດນາມເຜີຍວ່າ ໃນຈຳນວນດັ່ງກ່າວ ມີລິ່ນຕາຍແລ້ວສີ່ໂຕ ແລະ ອີກຫຼາຍໂຕແມ່ນມີອາການບາດເຈັບ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/02/live-pangolins-smuggled-from-laos-seized-in-vietnam/

ໂຄງການຊ່ວຍເຫຼືອຂອງອີຢູ ຈະຊ່ວຍແກ້ໄຂບັນຫາການຄ້າສັດປ່າໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພາບຢູໂຣບ (ອີຢູ) ໄດ້ໃຫ້ທຶນຊ່ວຍເຫຼືອຈຳນວນ 8 ລ້ານຢູໂຣ ເພື່ອສະໜັບສະໜູນໂຄງການໃໝ່ໃນເຈັດປະເທດ ລວມທັງປະເທດລາວ, ເພື່ອເປັນໜຶ່ງໃນບາດກ້າວການສ້າງຄວາມເຂັ້ມແຂງໃຫ້ແກ່ລັດຖະບານ ໃນການແກ້ໄຂບັນຫາການຄ້າສັດປ່າ ແລະ ອາດຊະຍາກຳປ່າໄມ້.ສຳລັບປະເທດລາວ ໄດ້ດຳເນີນກິດຈະກຳການລິເລີ່ມລະດັບຊາດຂອງອີຢູ ທີ່ມີຊື່ວ່າ ຄູ່ຮ່ວມງານເພື່ອຕ້ານອາດຊະຍາກຳກ່ຽວກັບສັດປ່າ ເຊິ່ງຈັດຂຶ້ນໃນວັນເສົາຜ່ານມານີ້ ທີ່ສູນຟື້ນຟູສັດປ່າ ບ້ານເກີນ ແຂວງວຽງຈັນ.ອ່ານຕໍ່  ...

ສົມສັກ ພົງຂາວ
http://annx.asianews.network/content/eu-funded-project-tackles-wildlife-trafficking-100196

ພະຍາດອະຫິວາໝູອາຟຣິກາ ເຮັດໃຫ້ມີໝູຕາຍແລ້ວ 2,500 ໂຕຢູ່ແຂວງສາລະວັນ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງສາລະວັນຢືນຢັນວ່າ ທາງແຂວງກຳລັງຜະເຊີນບັນຫາຮ້າຍແຮງໃນການສະກັດກັ້ນການລະບາດຂອງພະຍາດອະຫິວາໝູອາຟຣິກາ ເຊິ່ງພົບວ່າມີຈຳນວນໝູຕາຍຍ້ອນພະຍາດດັ່ງກ່າວເພີ່ມຂຶ້ນ.ເຈົ້າໜ້າທີ່ແຂວງລາຍງານວ່າ ມາເຖິງວັນທີ 20 ມິຖຸນາ ມີໝູຕາຍຍ້ອນພະຍາດດັ່ງກ່າວແລ້ວຈຳນວນ 1,500 ໂຕ, ແຕ່ວ່າຕົວເລກຫຼ້າສຸດຢືນຢັນວ່າພົບໝູຕາຍທັງໝົດປະມານ 2,500 ໂຕ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/saravan-reports-2500-pig-deaths-african-swine-fever-99325

ລາວຊາບຊຶ້ງຕໍ່ການຊ່ວຍເຫຼືອຂອງໄທໃນການຕ້ານພະຍາດອະຫະວາໝູ

ລັດຖະບານລາວໄດ້ສະແດງຄວາມຮູ້ບຸນຄຸນຕໍ່ໄທ ໃນການສົ່ງອຸປະກອນຂ້າເຊື້ອເຂົ້າມາຊ່ວຍໃນການຕ້ານການລະບາດຂອງພະຍາດອະຫິວາໝູອາຟຣິກາ ຢູ່ແຂວງສາລະວັນ.ທ່ານ ສໍຣິວິດ ຖານິໂຕ ຫົວໜ້າກົມການພັດທະນາການລ້ຽງສັດຂອງໄທ ກ່າວໃນວັນອາທິດຜ່ານມານີ້ວ່າ ກົມລ້ຽງສັດ ແລະ ການປະມົງຂອງລາວໄດ້ສົ່ງຈົດໝາຍສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງໄທໃນດ້ານອຸປະກອນເພື່ອສະກັດກັ້ນການລະບາດຂອງພະຍາດໃນຊ່ວງເດືອນນີ້.ອ່ານຕໍ່ ...

ບັນນາທິການ The Nation
http://www.nationmultimedia.com/detail/national/30371594

ກອງປະຊຸມວິຊາການເປີດຕົວຄູ່ມືການປະເມີນເຂດຮັກສາພັນປາໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດທີ່ປຶກສາ FISHBIO ລາວໄດ້ຈັດກອງປະຊຸມວິຊາການຮ່ວມກັບກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອອະທິບາຍກ່ຽວກັບປື້ມຄູ່ມືສະບັບໃໝ່ ເຊິ່ງຈັດທຳຂຶ້ນເພື່ອເປັນແຫຼ່ງຂໍ້ມູນເພື່ອການປັບປຸງການປະເມີນເຂດຮັກສາພັນປາໃນລາວ.ປະຈຸບັນມີແຫຼ່ງຂໍ້ມູນພຽງຈຳນວນໜ້ອຍສຳລັບນັກອະນຸລັກພັນປາ ທີ່ຕ້ອງການປະເມີນປະສິດທິພາບຂອງພື້ນທີ່ປົກປ້ອງພັນປານ້ຳຈືດ ເຊັ່ນ ເຂດຮັກສາພັນປາ ທັນທີທີ່ມີການຈັດຕັ້ງປະຈິບັດ.ອ່ານຕໍ່ ...

ໂຕະຂ່າວ

ກະຊວງອອກລະບຽບຄຸ້ມຄອງການເຄື່ອນໄຫວກ່ຽວກັບສັດປ່າ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງໄດ້ອອກແນວທາງໃໝ່ເພື່ອຄຸ້ມຄອງການສ້າງ ແລະ ການເຄື່ອນໄຫວສວນສັດ, ຟາມສັດປ່າ ແລະ ການຊື້ຂາຍສັດ ແລະ ພືດປ່າຈຳນວນໜຶ່ງ.ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ໄດ້ອອກທິດຊີ້ນຳໃໝ່ໃນຂໍ້ຕົກລົງເລກທີ 0188 ວ່າດ້ວຍການສ້າງ ແລະ ຄຸ້ມຄອງສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນສັດປ່າ ແລະ ສວນພືດປ່າ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ສູນອະນຸລັກຊ້າງລາວໄດ້ຮັບລາງວັນການທ່ອງທ່ຽວອາຊຽນ

ວຽງຈັນ (ວຽງຈັນທາມສ໌/ANN) – ສູນອະນຸລັກຊ້າງແຂວງໄຊຍະບູລີ ສ້າງຊື່ສຽງໃນງານວາງສະແດງ Experience Mekong Collection Showcase 2019 ໃນກອງປະຊຸມການທ່ອງທ່ຽວອາຊຽນໃນເດືອນມັງກອນ ທີ່ຮາລອງເບ ຫວຽດນາມ ດ້ວຍການຄວ້າລາງວັນກຽດນິຍົມສູງສຸດປະເພດ “ການກະທຳ”.ສູນດັ່ງກ່າວໄດ້ຮັບລາງວັນປະເພດ “ການກະທຳ” ສຳລັບປະເທດລາວ ໂດຍການສ້າງປະສົບການການຮຽນຮູ້ຮ່ວມກັບຊ້າງ ເຊິ່ງນຳໂດຍທີມຄູຝຶກ, ກວານຊ້າງ ແລະ ສັດຕະວະແພດຊ້າງ ຕາມບົດລານງາຍຂອງສູນ.ອ່ານຕໍ່  ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

2z5SZ
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!