ໂຄງການຊ່ວຍເຫຼືອຂອງອີຢູ ຈະຊ່ວຍແກ້ໄຂບັນຫາການຄ້າສັດປ່າໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພາບຢູໂຣບ (ອີຢູ) ໄດ້ໃຫ້ທຶນຊ່ວຍເຫຼືອຈຳນວນ 8 ລ້ານຢູໂຣ ເພື່ອສະໜັບສະໜູນໂຄງການໃໝ່ໃນເຈັດປະເທດ ລວມທັງປະເທດລາວ, ເພື່ອເປັນໜຶ່ງໃນບາດກ້າວການສ້າງຄວາມເຂັ້ມແຂງໃຫ້ແກ່ລັດຖະບານ ໃນການແກ້ໄຂບັນຫາການຄ້າສັດປ່າ ແລະ ອາດຊະຍາກຳປ່າໄມ້.

ສຳລັບປະເທດລາວ ໄດ້ດຳເນີນກິດຈະກຳການລິເລີ່ມລະດັບຊາດຂອງອີຢູ ທີ່ມີຊື່ວ່າ ຄູ່ຮ່ວມງານເພື່ອຕ້ານອາດຊະຍາກຳກ່ຽວກັບສັດປ່າ ເຊິ່ງຈັດຂຶ້ນໃນວັນເສົາຜ່ານມານີ້ ທີ່ສູນຟື້ນຟູສັດປ່າ ບ້ານເກີນ ແຂວງວຽງຈັນ.

ອ່ານຕໍ່…

 

ສົມສັກ ພົງຂາວ
http://annx.asianews.network/content/eu-funded-project-tackles-wildlife-trafficking-100196