ແຜນການສະແດງຊ້າງຢູ່ນະຄອນຫຼວງວຽງຈັນສ້າງຄວາມບໍ່ພໍໃຈໃຫ້ແກ່ນັກອະນຸລັກສັດປ່າ

ບໍລິສັດຈີນໄດ້ສ້າງກະແສຄວາມບໍ່ພໍໃຈ ໃຫ້ແກ່ນັກອະນຸລັກສັດ ໂດຍການນຳເອົາຊ້າງ 10 ໂຕ ມາຈາກພາກເໜືອຂອງປະເທດ ເພື່ອສ້າງຄວາມບັນເທິງໃຫ້ແກ່ນັກທ່ອງທ່ຽວໃນເຂດເສດຖະກິດພິເສດ ໃນນະຄອນຫຼວງວຽງຈັນ ເພື່ອສົ່ງເສີມປີທ່ອງທ່ຽວລາວ-ຈີນ 2019.

ແຜນສົ່ງເສີມການທ່ອງທ່ຽວດັ່ງກ່າວ ແມ່ນເພື່ອສົ່ງເສີມການທ່ອງທ່ຽວ ແລະ ແລກປ່ຽນວັດທະນະທຳຢ່າງເປັນທາງການລະຫວ່າງສອງປະເທດ ເຊິ່ງລາວຫວັງວ່າຈະກັກຕວງຜົນປະໂຫຍດທາງເສດຖະກິດ ຜ່ານການດຶງດູດນັກທ່ອງທ່ຽວຈີນໃຫ້ເຂົ້າມາທ່ຽວປະເທດເພື່ອນບ້ານທາງພາກໃຕ້ຄືລາວ.

ແຕ່ວ່ານັກອະນຸລັກສິດທິສັດພັດໃຫ້ຄຳເຫັນວ່າ ການຂົນສົ່ງຊ້າງໄລຍະໄກຈາກແຂວງໄຊຍະບູລີ ເພື່ອມາບໍລິການນັກທ່ອງທ່ຽວຈີນໃນນະຄອນຫຼວງວຽງຈັນທີ່ແອອັດ ເປັນການທາລຸນສັດໂດຍບໍ່ຈຳເປັນ.

ອ່ານຕໍ່…

ໜ່ວຍຂ່າວ RFA ລາວ