ເຈົ້າໜ້າທີ່ຍຶດລິ່ນເປັນໆທີ່ລັກລອບຄ້າຂາຍຈາກລາວໄດ້ຢູ່ຫວຽດນາມ

ລິ່ນແມ່ນສັດລ້ຽງລູກດ້ວຍນົມທີ່ມີການລັກລອບຄ້າຂາຍຫຼາຍທີ່ສຸດໃນໂລກ

ເຈົ້າໜ້າທີ່ໄດ້ກວດພົບລິ່ນຫຼາຍສິບໂຕ ທີ່ຖືກລັກລອບຄ້າຂາຍຈາກປະເທດລາວ ເຊິ່ງຢູ່ໃນສະພາບຂາດນ້ຳ ແລະ ອ່ອນແຮງ ຢູ່ໃນກ່ອງເທິງລົດເມໂດຍສານຢູ່ຫວຽດນາມ.

ເຈົ້າໜ້າທີ່ຕຳຫຼວດຫວຽດນາມໄດ້ຈັບຕົວຄົນຂັບລົດພ້ອມດ້ວຍເມຍ ໃນຂໍ້ຫາລັກລອບຄ້າສັດປ່າຈາກລາວ, ສຳນັກຂ່າວ AFP  ລາຍງານໃນວັນທີ 30 ກໍລະກົດຜ່ານມາ.

ອົງການອະນຸລັກສັດປ່າຫວຽດນາມເຜີຍວ່າ ໃນຈຳນວນດັ່ງກ່າວ ມີລິ່ນຕາຍແລ້ວສີ່ໂຕ ແລະ ອີກຫຼາຍໂຕແມ່ນມີອາການບາດເຈັບ.

ອ່ານຕໍ່…

The Laotian Times
https://laotiantimes.com/2019/08/02/live-pangolins-smuggled-from-laos-seized-in-vietnam/