News
ການຄ້າໂຕລິ່ນແບບຜິດກົດໝາຍໄດ້ແຜ່ລາມຜ່ານທາງອອນລາຍໃນລາວ
ພໍ່ຄ້າສັດປ່າກ່າວວ່າ ການຄ້າໂຕລິ່ນແບບດກົດໝາຍ ຍັງເກີດຂື້ນຢ່າງຕໍ່ເນື່ອງ ລວມເຖິງການຄ້າທາງອິນເຕີແນັດ ເຖິງວ່າຈະຈັດຢູ່ໃນສັດປ່າ ທີ່ໃກ້ຈະສູນພັນ ແລະ ເຖິງແມ່ນວ່າ ລັດຖະບານ ໄດ້ມີການສັ່ງປາບປາມ ການຄ້າສັດປ່າ ທີ່ໃກ້ຈະສູນພັນກໍຕາມ.ປະເທດລາວ, ນັບວ່າເປັນສູນກາງການຂົນສົ່ງສັດປ່າທີ່ມີຊື່ສຽງໃນການຄ້າສັດປ່າທີ່ຜິດກົດໝາຍ ແລະ ເຊິ່ງລວມທັງຊິ້ນສ່ວນຮ່າງກາຍຂອງພວກມັນ; ແລະກໍເປັນໜຶ່ງໃນບັນດາປະເທດອັນດັບຕົ້ນໆຂອງໂລກທີ່ມີການຄ້າໂຕລິ່ນທີ່ຜິດກົດໝາຍ.ອ່ານເພິ່ມເຕີມ ...
RFA lao
ເຈົ້າໜ້າທີ່ຍຶດລິ່ນເປັນໆທີ່ລັກລອບຄ້າຂາຍຈາກລາວໄດ້ຢູ່ຫວຽດນາມ
ລິ່ນແມ່ນສັດລ້ຽງລູກດ້ວຍນົມທີ່ມີການລັກລອບຄ້າຂາຍຫຼາຍທີ່ສຸດໃນໂລກເຈົ້າໜ້າທີ່ໄດ້ກວດພົບລິ່ນຫຼາຍສິບໂຕ ທີ່ຖືກລັກລອບຄ້າຂາຍຈາກປະເທດລາວ ເຊິ່ງຢູ່ໃນສະພາບຂາດນ້ຳ ແລະ ອ່ອນແຮງ ຢູ່ໃນກ່ອງເທິງລົດເມໂດຍສານຢູ່ຫວຽດນາມ.ເຈົ້າໜ້າທີ່ຕຳຫຼວດຫວຽດນາມໄດ້ຈັບຕົວຄົນຂັບລົດພ້ອມດ້ວຍເມຍ ໃນຂໍ້ຫາລັກລອບຄ້າສັດປ່າຈາກລາວ, ສຳນັກຂ່າວ AFP ລາຍງານໃນວັນທີ 30 ກໍລະກົດຜ່ານມາ.ອົງການອະນຸລັກສັດປ່າຫວຽດນາມເຜີຍວ່າ ໃນຈຳນວນດັ່ງກ່າວ ມີລິ່ນຕາຍແລ້ວສີ່ໂຕ ແລະ ອີກຫຼາຍໂຕແມ່ນມີອາການບາດເຈັບ.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/08/02/live-pangolins-smuggled-from-laos-seized-in-vietnam/