Uncategorized

ການຄ້າໂຕລິ່ນແບບຜິດກົດໝາຍໄດ້ແຜ່ລາມຜ່ານທາງອອນລາຍໃນລາວ

ພໍ່ຄ້າສັດປ່າກ່າວວ່າ ການຄ້າໂຕລິ່ນແບບດກົດໝາຍ ຍັງເກີດຂື້ນຢ່າງຕໍ່ເນື່ອງ ລວມເຖິງການຄ້າທາງອິນເຕີແນັດ ເຖິງວ່າຈະຈັດຢູ່ໃນສັດປ່າ ທີ່ໃກ້ຈະສູນພັນ ແລະ ເຖິງແມ່ນວ່າ ລັດຖະບານ ໄດ້ມີການສັ່ງປາບປາມ ການຄ້າສັດປ່າ ທີ່ໃກ້ຈະສູນພັນກໍຕາມ.ປະເທດລາວ, ນັບວ່າເປັນສູນກາງການຂົນສົ່ງສັດປ່າທີ່ມີຊື່ສຽງໃນການຄ້າສັດປ່າທີ່ຜິດກົດໝາຍ ແລະ ເຊິ່ງລວມທັງຊິ້ນສ່ວນຮ່າງກາຍຂອງພວກມັນ; ແລະກໍເປັນໜຶ່ງໃນບັນດາປະເທດອັນດັບຕົ້ນໆຂອງໂລກທີ່ມີການຄ້າໂຕລິ່ນທີ່ຜິດກົດໝາຍ.ອ່ານເພິ່ມເຕີມ ...

RFA lao

ເຈົາໜ້າທີ່ອຸຕຸນິຍົມ ຄາດວ່າອາກາດໃນລາວ ຍັງຈະສືບຕໍ່ໜາວເຢັນ

ເຈົ້າໜ້າທີ່ອຸຕຸນິຍົມ ໄດ້ແຈ້ງເຕືອນປະຊາຊົນໃນທົ່ວປະເທດກ່ຽວກັບສະພາບອາກາດທີ່ຍັງຈະສືບຕໍ່ໜາວເຢັນ, ພ້ອມທັງມີໝອກໜາ ແລະ ລົມພັດແຮງຢູ່ທາງພາກເໜືອຂອງລາວ ໃນຊ່ວງວັນທີ 4-8 ທັນວານີ້.ກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດ ໄດ້ອອກແຈ້ງເຕືອນວ່າສະພາບອາກາດໜາວເຢັນກຳລັງແຜ່ປົກຄຸມໃນທົ່ວປະເທດ ເຊິ່ງອຸນນະພູມຄາດວ່າຈະສືບຕໍ່ຫຼຸດລົງເຖິງລະດັບ 5-7C ຢູ່ທາງພາກເໜືອຂອງປະເທດ.ແຂວງໄຊສົມບູນ ຄາດວ່າຈະມີອາກາດທີ່ໜາວເຢັນກວ່າໝູ່ ພ້ອມມີໝອກໜາໃນຕອນເຊົ້າ ເຊັ່ນດຽວກັບຢູ່ເຂດພູພຽງບໍລະເວນທາງພາກໃຕ້  ເຊິ່ງອຸນນະພູມອາດຫຼຸດລົງເຖິງ 3-5C ພ້ອມທັງມີໝອກໜາ ແລະ ລົມພັດແຮງ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ບໍລິສັດເກົາຫຼີໃຕ້ ຈະເປີດໂຕເວັບໄຊຂາຍຫວຍອອນໄລໃນລາວ

ບໍລິສັດ Kona I ຂອງເກົາຫຼີໃຕ້ ຈະຮ່ວມກັບບໍລິສັດຫວຍລາວ ໂຕໂຕ ເປີດໂຕລະບົບຂາຍຫວຍແບບອອນໄລໃນລາວ ເຊິ່ງຈະເປັນບ່ອນອອກ, ຈັບລາງວັນ ແລະ ຄິດໄລ່ໃບຫວຍ.ໃນປະຈຸບັນ ບໍລິສັດ Kona I ເປັນຜູ້ຄຸ້ມຄອງລະບົບການຈ່າຍເງິນຜ່ານໂທລະສັບມືຖືໃນເກົາຫຼີໃຕ້, ໃນຂະນະທີ່ບໍລິສັດ ລາວໂຕໂຕ ມີໃບອະນຸຍາດດຳເນີນທຸລະກິດຫວຍ ແລະ ການພະນັນກິລາ, ເຊິ່ງຮູ້ກັນໃນຊື່ ສະປອດໂຕໂຕ, ໃນລາວ.ຖ້າມີການສ້າງຕັ້ງ, ນີ້ຈະເປັນລະບົບຂາຍ ແລະ ຄິດໄລ່ຫວຍອອນໄລ ລະບົບທຳອິດໃນລາວ, ຕາມບໍລິສັດ ລາວ ໂຕໂຕ.ໃນປະຈຸບັນ ການຂາຍຫວຍຢູ່ລາວ ແມ່ນນຳໃຊ້ລະບົບໃບຫວຍ ທີ່ວາງຂາຍຕາມໂຕະ ຫຼື ຮ້ານແຄມທາງ.ອ່ານຕໍ່ ...

Taejun Kang

ປະເທດລາວຈະໄດ້ຮັບອິດທິພົນຈາກອາກາດເຢັນ, ຝົນຕົກຊົ່ວໄລຍະ ໃນຊ່ວງຕົ້ນລະດູການ

ອາກາດເຢັນຊົ່ວໄລຍະຈະແຜ່ປົກຄຸມພື້ນທີ່ສ່ວນໃຫຍ່ຂອງປະເທດລາວ ຍ້ອນຜົນຈາກຄວາມກົດອາກາດສູງແຜ່ປົກຄຸມບໍລິເວນພາກເໜືອ ແລະ ພາກກາງຂອງປະເທດ.ຕາມຂໍ້ມູນຈາກກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດ, ພະຍາກອນອາກາດແຕ່ວັນທີ 7-11 ພະຈິກ ອາກາດຈະເຢັນລົງຢູ່ທາງພາກເໜືອ ແລະ ພາກກາງຂອງລາວ, ອຸນະພູມຕ່ຳສຸດ 13 ອົງສາ ແລະ ສູງສຸດ 27 ອົງສາ.ອ່ານຕໍ່ ...

Cameron Darke

ລາວເຜົາທຳລາຍຢາເສບຕິດ ເພື່ອເນັ້ນເຖິງຄວາມພະຍາຍາມໃນການຄວບຄຸມຢາເສບຕິດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວໄດ້ທຳການເຜົາທຳລາຍຢາເສບຕິດຈຳນວນ 700 ກວ່າກິໂລທີ່ຍຶດໄດ້ໂດຍເຈົ້າໜ້າທີ່ຕຳຫຼວດ ເນື່ອງໃນວັນຕ້ານນຳໃຊ້ ແລະ ການຄ້າຢາເສບຕິດແຫ່ງຊາດ ວັນທີ 12 ຕຸລານີ້, ທີ່ບ້ານດົງໝາກຄາຍ, ເມືອງໄຊທານີ,​ ນະຄອນຫຼງວຽງຈັນ.ໃນນັ້ນ ມີຢາບ້າ 385.94 ກິໂລ, ກັນຊາແຫ້ງ 8 ກິໂລ, ຢາໄອ 37 ກິໂລ, ສານເຄມີສຳລັບຜະລິດຢາບ້າ 67 ກິໂລ, ແລະ ຢາເສບຕິດປະເພດອື່ນໆ ລວມນ້ຳໜັກ 741 ກິໂລ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/drug-bonfire-highlights-laos%E2%80%99-efforts-control-abuse-106217

LXML ມອບວັດຖຸບູຮານທີ່ຄົ້ນພົບຢູ່ບໍ່ຄຳເຊໂປນ ໃຫ້ແກ່ລັດຖະບານ

ມື້ນີ້ ບໍລິສັດລ້ານຊານມິເນີໂຣ ເຊໂປນ ຈຳກັດ (LXML) ໄດ້ມອບວັດຖຸບູຮານ 7,800 ກວ່າຊິ້ນ ໃຫ້ແກ່ລັດຖະບານລາວ. ວັດຖຸບູຮານເຫຼົ່ານີ້ ແມ່ນເຮັດດ້ວຍທອງແດງ, ທອງເຫຼືອງ, ໂມລາ, ເຄື່ອງປັ້ນດິນເຜົາ, ໄມ້ ແລະ ອື່ນໆ ໄດ້ມີການຄົ້ນພົບໃນເໝືອງຄຳເຊໂປນ. ນີ້ແມ່ນໜຶ່ງໃນຜົນການສະໜັບສະໜູນລັດຖະບານລາວຂອງບໍລິສັດ ໃນການຄົ້ນຄວ້າດ້ານບູຮານຄະດີ ແລະ ການອະນຸລັກມໍລະດົກທາງວັດທະນະທຳ.ພາຍຫຼັງການມອບຮັບ, ວັດຖຸບູຮານເຫຼົ່ານີ້ຈະໄດ້ນຳໄປຈັດສະແດງຢູ່ທີ່ຫໍພິພິດຕະພັນແຫ່ງຊາດ (828 ຊິ້ນ), ພິພິດຕະພັນແຂວງສະຫວັນນະເຂດ (409 ຊິ້ນ), ແລະ ຫໍວັດທະນະທຳເມືອງວິລະບູລີ (6,644 ຊິ້ນ).ອ່ານຕໍ່ ...

Laotian Times
https://laotiantimes.com/2019/09/24/lxml-handover-artefacts-discovered-in-sepon-mine-to-government/

ວັດຖຸບູຮານທີ່ຂຸດພົບໃນບໍ່ຄຳເຊໂປ ມອບເຂົ້າພິພິດຕະພັນ

ວັດຖຸບູຮານທຸກຢ່າງທີ່ຄົ້ນພົບ ແລະ ເກັບກຳໄດ້ຈາກໂຄງການບໍ່ຄຳເຊໂປນ ໃນທົດສະວັດທີ່ຜ່ານມາ ຢູ່ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ມີການມອບຮັບຢ່າງເປັນທາງການໃຫ້ແກ່ລັດຖະບານລາວ.ພິທີມອບຮັບໄດ້ຈັດຂຶ້ນວານນີ້ ຢູ່ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ລະຫວ່າງບໍລິສັດລ້ານຊ້າງມິນເນີໂຣ ຈຳກັດ ແລະ ຫໍພິພິດຕະພັນແຫ່ງຊາດ, ພິພິດຕະພັນແຂວງສະຫວັນນະເຂດ, ແລະ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງວິລະບູລີ.ອ່ານຕໍ່ ...

ສົມໄຊ ແສງດາຣາ

ລາວ-ກຳປູເຈຍຖອນທະຫານອອກຈາກພື້ນທີ່ຊາຍແດນທີ່ມີຂໍ້ຂັດແຍ່ງ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ກຳປູເຈຍຖອນກຳລັງທະຫານອອກຈາກພື້ນທີ່ຊາຍແດນທີ່ມີຂໍ້ຂັດແຍ່ງ ທີ່ເມືອງມູນລູປະໂມກ ແຂວງຈຳປາສັກ ເຊິ່ງການປະຕິບັດການແມ່ນສຳເລັດຕາມກຳນົດການ.ການຖອນກຳລັງທະຫານດັ່ງກ່າວແມ່ນເປັນໄປຕາມຂໍ້ຕົກລົງຂອງຕົວແທນທະຫານຈາກສອງຊາດໃນວັນທີ 27 ສິງຫາ, ທີ່ກຳນົດໃຫ້ມີການຖອນກຳລັງທະຫານອອກຈາກພື້ນທີ່ໄຮຂາວ ຈຸດພິກັດທີ່ຕັ້ງ E0523410, N1579776.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/troops-withdrawn-unsettled-laos-cambodia-border-area-103145

ລາວ,​ ກຳປູເຈຍຕົກລົງຖອນກຳລັງທະຫານອອກຈາກພື້ນທີ່ຊາຍແດນທີ່ມີຂໍ້ຂັດແຍ່ງ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ກຳປູເຈຍໄດ້ຕົກລົງກັນຖອນກຳລັງທະຫານຂອງແຕ່ລະຝ່າຍອອກຈາກພື້ນທີ່ຊາຍແດນເມືອງມູນລະປະໂມກ ແຂວງຈຳປາສັກ ເຊິ່ງສອງປະເທດຍັງບໍ່ສາມາດຕົກລົງປັກຫຼັກໝາຍຊາຍແດນ.ທັງສອງຝ່າຍຈະຖອນກຳລັງທະຫານອອກຈາກພື້ນທີ່ໃນລະຫວ່າງ 8 ເຖິງ 11 ໂມງເຊົ້າຂອງວັນພະຫັດນີ້.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/laos-cambodia-agree-troop-withdrawal-unsettled-border-area-102923

ຄະນະຜູ້ແທນລາວສົ່ງເສີມການຮ່ວມມືລະຫວ່າງສື່ມວນຊົນໃນພາກພື້ນ

ຄະນະຜູ້ແທນລາວຢືນຢັນສະໜັບສະໜູນການເພີ່ມທະວີການຮ່ວມມືລະຫວ່າງສື່ມວນຊົນໃນພາກພື້ນເພື່ອອະນາຄົດທີ່ດີຂຶ້ນ ໃນຂະນະເຂົ້າຮ່ວມກອງປະຊຸມລະດັບສູງອາຊຽນ-ຈີນກ່ຽວກັບການຮ່ວມມືສື່ມວນຊົນ ທີ່ຈາກາຕາ, ອິນໂດເນເຊຍ.ໃນກອງປະຊຸມໃນວັນອັງຄານທີ່ຜ່ານມາ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ ກ່າວວ່າ ປະເທດລາວມີຄວາມຍິນດີໃນການສະໜັບສະໜູນ ແລະ ສົ່ງເສີມການພັດທະນາສື່ມວນຊົນ ເພື່ອສົ່ງເສີມການປັບປຸງດ້ານປະສິດທິພາບເປັນລຳດັບ.ອ່ານຕໍ່  ...

ໂຕະຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

E8N2x
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!