News
ໂຮງຮຽນຢູ່ແຂວງຫົວພັນໄດ້ປິດລົງສາເຫດອຸນຫະພູມຕົກຕ່ຳລົງ
ຊັ້ນຮຽນຢູ່ໂຮງຮຽນແຂວງຫົວພັນຈະຖືກໂຈະ ເນື່ອງຈາກອຸນຫະພູມໄດ້ຕ່ຳລົງເຖິງ 0-1C ໃນຕອນເຊົ້າ. ພະແນກສຶກສາທິການ ແລະ ກິລາແຂວງ ໃນວັນຈັນນີ້ໄດ້ປະກາດວ່າ ທຸກໆຫ້ອງຮຽນໃນໂຮງຮຽນອະນຸບານ, ປະຖົມ ແລະ ມັດທະຍົມກໍ່ຈະຖືກໂຈະ ເນື່ອງຈາກອາກາດໜາວ ແຕ່ບັນດາວິທະຍາໄລຈະຍັງຄົງເປີດຕໍ່ໄປ. Keep reading . ...
ແກ້ວວຽງຄອນ ບຸນວິເສດ
ເຈົາໜ້າທີ່ອຸຕຸນິຍົມ ຄາດວ່າອາກາດໃນລາວ ຍັງຈະສືບຕໍ່ໜາວເຢັນ
ເຈົ້າໜ້າທີ່ອຸຕຸນິຍົມ ໄດ້ແຈ້ງເຕືອນປະຊາຊົນໃນທົ່ວປະເທດກ່ຽວກັບສະພາບອາກາດທີ່ຍັງຈະສືບຕໍ່ໜາວເຢັນ, ພ້ອມທັງມີໝອກໜາ ແລະ ລົມພັດແຮງຢູ່ທາງພາກເໜືອຂອງລາວ ໃນຊ່ວງວັນທີ 4-8 ທັນວານີ້.ກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດ ໄດ້ອອກແຈ້ງເຕືອນວ່າສະພາບອາກາດໜາວເຢັນກຳລັງແຜ່ປົກຄຸມໃນທົ່ວປະເທດ ເຊິ່ງອຸນນະພູມຄາດວ່າຈະສືບຕໍ່ຫຼຸດລົງເຖິງລະດັບ 5-7C ຢູ່ທາງພາກເໜືອຂອງປະເທດ.ແຂວງໄຊສົມບູນ ຄາດວ່າຈະມີອາກາດທີ່ໜາວເຢັນກວ່າໝູ່ ພ້ອມມີໝອກໜາໃນຕອນເຊົ້າ ເຊັ່ນດຽວກັບຢູ່ເຂດພູພຽງບໍລະເວນທາງພາກໃຕ້ ເຊິ່ງອຸນນະພູມອາດຫຼຸດລົງເຖິງ 3-5C ພ້ອມທັງມີໝອກໜາ ແລະ ລົມພັດແຮງ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌