ເຈົາໜ້າທີ່ອຸຕຸນິຍົມ ຄາດວ່າອາກາດໃນລາວ ຍັງຈະສືບຕໍ່ໜາວເຢັນ

ເຈົ້າໜ້າທີ່ອຸຕຸນິຍົມ ໄດ້ແຈ້ງເຕືອນປະຊາຊົນໃນທົ່ວປະເທດກ່ຽວກັບສະພາບອາກາດທີ່ຍັງຈະສືບຕໍ່ໜາວເຢັນ, ພ້ອມທັງມີໝອກໜາ ແລະ ລົມພັດແຮງຢູ່ທາງພາກເໜືອຂອງລາວ ໃນຊ່ວງວັນທີ 4-8 ທັນວານີ້.

ກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດ ໄດ້ອອກແຈ້ງເຕືອນວ່າສະພາບອາກາດໜາວເຢັນກຳລັງແຜ່ປົກຄຸມໃນທົ່ວປະເທດ ເຊິ່ງອຸນນະພູມຄາດວ່າຈະສືບຕໍ່ຫຼຸດລົງເຖິງລະດັບ 5-7C ຢູ່ທາງພາກເໜືອຂອງປະເທດ.

ແຂວງໄຊສົມບູນ ຄາດວ່າຈະມີອາກາດທີ່ໜາວເຢັນກວ່າໝູ່ ພ້ອມມີໝອກໜາໃນຕອນເຊົ້າ ເຊັ່ນດຽວກັບຢູ່ເຂດພູພຽງບໍລະເວນທາງພາກໃຕ້  ເຊິ່ງອຸນນະພູມອາດຫຼຸດລົງເຖິງ 3-5C ພ້ອມທັງມີໝອກໜາ ແລະ ລົມພັດແຮງ.

ອ່ານຕໍ່…

ໂຕະຂ່າວວຽງຈັນທາມສ໌