ບໍລິສັດເກົາຫຼີໃຕ້ ຈະເປີດໂຕເວັບໄຊຂາຍຫວຍອອນໄລໃນລາວ

ບໍລິສັດ Kona I ຂອງເກົາຫຼີໃຕ້ ຈະຮ່ວມກັບບໍລິສັດຫວຍລາວ ໂຕໂຕ ເປີດໂຕລະບົບຂາຍຫວຍແບບອອນໄລໃນລາວ ເຊິ່ງຈະເປັນບ່ອນອອກ, ຈັບລາງວັນ ແລະ ຄິດໄລ່ໃບຫວຍ.

ໃນປະຈຸບັນ ບໍລິສັດ Kona I ເປັນຜູ້ຄຸ້ມຄອງລະບົບການຈ່າຍເງິນຜ່ານໂທລະສັບມືຖືໃນເກົາຫຼີໃຕ້, ໃນຂະນະທີ່ບໍລິສັດ ລາວໂຕໂຕ ມີໃບອະນຸຍາດດຳເນີນທຸລະກິດຫວຍ ແລະ ການພະນັນກິລາ, ເຊິ່ງຮູ້ກັນໃນຊື່ ສະປອດໂຕໂຕ, ໃນລາວ.

ຖ້າມີການສ້າງຕັ້ງ, ນີ້ຈະເປັນລະບົບຂາຍ ແລະ ຄິດໄລ່ຫວຍອອນໄລ ລະບົບທຳອິດໃນລາວ, ຕາມບໍລິສັດ ລາວ ໂຕໂຕ.

ໃນປະຈຸບັນ ການຂາຍຫວຍຢູ່ລາວ ແມ່ນນຳໃຊ້ລະບົບໃບຫວຍ ທີ່ວາງຂາຍຕາມໂຕະ ຫຼື ຮ້ານແຄມທາງ.

ອ່ານຕໍ່…

Taejun Kang