ລັດຖະບານ

ການພົວພັນຕ່າງປະເທດ

MAF ແລະ WWF-Laos ໃຫ້ ຄຳໝັ້ນສັນຍາໃນການຮ່ວມມືໄລຍະຍາວກ່ຽວກັບການຕ້ານການຄ້າສັດປ່າ

ກົມກວດກາປ່າໄມ້(DoFI), ກະຊວງກະສິກຳ ແລະ ປ່າໄມ້ (MAF) ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ຮ່ວມກັບກອງທຶນອະນຸລັກສັດປ່າປະຈຳລາວ (WWF-Laos) ທີ່ໂຮງແຮມລາວພາຊາ, ນະຄອນຫຼວງວຽງຈັນ. ພິທີລົງນາມດັ່ງກ່າວໄດ້ເຊັນໂດຍ ທ່ານ ສົມພອນ ແກ້ວຫາວົງ, ຫົວໜ້າກົມກວດກາໄມ້ ແລະ ທ່ານ ໂລລິດສ໌ ປາເລັນຕີນີ, ຜູ້ບໍລິຫານ ກອງທຶນອະນຸລັກສັດປ່າປະຈຳລາວ. ສປປ ລາວ ໃນນາມຄູ່ຮ່ວມພາກພື້ນແມ່ນ້ຳຂອງ ແລະທັງເປັນແຫຼ່ງກຳເນີດ ແລະ ຈຸດຜ່ານແດນ ໃນການຂົນສົ່ງລຳລຽງການຄ້າສັດປ່າຈາກອາຊີ ແລະ ພາກສ່ວນຕ່າງໆຂອງໂລກ. ການຮ່ວມມືລະຫວ່າງບັນດາລັດຖະບານ, ອົງການຈັດຕັ້ງຕົວແທນລັດຖະບານ ແລະ ທັງອົງການຈັດຕັ້ງທາງສັງຄົມພົນລະເຮືອນຕ່າງໆ ແມ່ນເປັນຫົວໜ່ວຍສຳຄັນໃນການຢຸດເຊົາບັນຫາການຄ້າສັດປ່າ. ອ່ານຕໍ່  ...

ລັດສະໝີ ພອນວິໄລ

ເຈົ້າໜ້າທີ່ການຕ່າງປະເທດ ຫາລືແຜນການ ພາຍໃຕ້ສະພາບແວດລ້ອມໂລກທີ່ກຳລັງປ່ຽນແປງ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນພະຫັດນີ້​ກະຊວງການຕ່າງປະເທດ ໄດ້ເປີດກອງປະຊຸມຄັ້ງທີ 14 ຢ່າງເປັນທາງການ ເພື່ອທົບທວນ ແລະ ອະນຸມັດແຜນການເຮັດວຽກໃໝ່ ເພື່ອຜະເຊີນກັບສະພາບແວດລ້ອມໂລກທີ່ກຳລັງປ່ຽນແປງ.ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມເປັນປະທານ ໃນພິທີເປີດກອງປະຊຸມທາງການ ໄລຍະສອງວັນ ທີ່ສູນຝຶກອົບຮົມການຮ່ວມມືສາກົນ (ICTC) ນະຄອນຫຼວງວຽງຈັນ. ໂດຍມີບັນດາລັດຖະມົນຕີ, ຮອງເຈົ້າແຂວງ, ເອກອັກຄະລັດຖະທູດ, ນັກການທູດລາວທີ່ປະຈຳການຢູ່ຕ່າງປະເທດ ພ້ອມດ້ວຍເຈົ້າໜ້າທີ່ກະຊວງ ເຂົ້າຮ່ວມຊ້ອງໜ້າ.ອ່ານຕໍ່  ...

ໂຕະຂ່າວວຽງຈັນທາມສ໌

ລາວ-ຫວຽດນາມ ສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວ ເພື່ອຮັດແໜ້ນສາຍພົວພັນພາຄີ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຫວຽດນາມຮ່ວມຫາລືແຜນການ ກ່ຽວກັບການຮ່ວມມືດ້ານການທ່ອງທ່ຽວ, ແນໃສ່ດຶງດູດນັກທ່ອງທ່ຽວ ແລະ ຮັດແໜ້ນສາຍພົວພັນ ລະຫວ່າງສອງປະເທດ.ທ່ານ ຮອ.ປອ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຕ້ອນຮັບທ່ານ ຫງວຽນ ງ໋ອກ ທຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຂອງຫວຽດນາມ ໃນວັພະຫັດນີ້ ໃນຂະນະທີ່ສອງຝ່າຍໄດ້ຮ່ວມແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການຮ່ວມມືໃນຂະແໜງການດັ່ງກ່າວ ແລະ ແຜນການໃນຕໍ່ໜ້າ.ທ່ານ ຮສ.ປອ ກິແກ້ວ ໄດ້ສະເໜີໃຫ້ທັງສອງຝ່າຍ ສືບຕໍ່ການຮ່ວມມືປະຫວັດສາດອັນຍາວນານ ໂດຍແນໃສ່ການແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານກ່ຽວກັບສະພາບການດ້ານວັດທະນະທຳ ແລະ ທ່ອງທ່ຽວສາກົນ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ລາວ, ແຂວງຢຸນນານຂອງຈີນ ສົ່ງເສີມການພັດທະນາຢູ່ແຂວງພາກເໜືອຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ແຂວງຢຸນນານຂອງຈີນ ຕົກລົງກ່ຽວກັບແຜນການຮ່ວມມື ເພື່ອສົ່ງເສີມການພັດທະນາຢູ່ແຂວງພາກເໜືອຂອງລາວ ແນໃສ່ເສີມຂະຫຍາຍສາຍພົວພັນລະຫວ່າງສອງປະເທດ.ຂໍ້ຕົກລົງດັ່ງກ່າວ ໄດ້ມີການລົງນາມໃນລະຫວ່າງກອງປະຊຸມ ເພື່ອປະສານງານການຮ່ວມມືລະຫວ່າງແຂວງພາກເໜືອຂອງລາວ ແລະ ແຂວງຢຸນນານ, ເຊິ່ງຈັດຂຶ້ນທີ່ນະຄອນຄຸນໝິງ ແຂວງຢຸນນານ. ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ລາວ, ເກົາຫຼີ ລົງນາມໃນສາມຂໍ້ຕົກລົງການຮ່ວມມື

ລາວ ແລະ ສາທາລະນະລັດເກົາຫຼີ (ROK) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOUs) ສາມສະບັບ ເພື່ອສືບຕໍ່ເສີມຂະຫຍາຍການຮ່ວມມື. ບົດບັນທຶກຄວາມເຂົ້າໃຈກ່ຽວກັບລະບົບຂໍ້ມູນຂ່າວສານເພື່ອການຄຸ້ມຄອງທ່າເຮືອ, ຊັບສິນທາງປັນຍາ, ການຮ່ວມມືທາງວິຊາການ ແລະ ການຮ່ວມມືວິຊາຊີບ ໄດ້ມີການລົງນາມໃນກອງປະຊຸມພາຄີລະຫວ່າງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະ ທ່ານ ມູນ ແຈອິນ ປະທານປະເທດແຫ່ງສາທາລະນະລັດເກົາຫຼີ, ອີງຕາມກະຊວງການຕ່າງປະເທດລາວ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ລາວ, ອອສ໌ເຕຣເລຍ ເສີມຂະຫຍາຍການຮ່ວມມື ດ້ານການພັດທະນາຊັບພະຍາກອນມະນຸດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ມີການຮ່ວມມືຢ່າງໃກ້ຊິດກັບປະເທດອອສ໌ເຕຼເລຍ ໃນດ້ານການພັດທະນາຊັບພະຍາກອນມະນຸດ ແລະ ການຈັດຕັ້ງປະຕິບັດນະໂຍບາຍການພັດທະນາ ໃນຂົງເຂດດັ່ງກ່າວ.ບັນຫາດັ່ງກ່າວໄດ້ມີການຫາລື ໃນກອງປະຊຸມປຶກສາຫາລຶ ດ້ານການພັດທະນາຊັບພະຍາກອນມະນຸດແຫ່ງຊາດປະຈຳປີ ຄັ້ງທີສາມ ທີ່ນະຄອນຫຼວງວຽງຈັນ ຫວ່າງໝໍ່ໆມານີ້.ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມປະມານ 60 ຄົນຈາກຖັນແຖວກະຊວງ ແລະ ບັນດາຄູ່ຮ່ວມພັດທະນາ, ເພື່ອຮ່ວມປະກອບຄຳຄິດຄຳເຫັນກ່ຽວກັບການລິເລີ່ມຂອງລັດຖະບານ ໃນການຍົກລະດັບກຳລັງແຮງງານລາວ ແລະ ກຳນົດພື້ນທີ່ເພື່ອການຮ່ວມມືໃນອະນາຄົດ,​ ຕາມບົດຂ່າວຂອງສະຖານທູດອອສ໌ເຕຼເລຍ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ເກົາຫຼີໃຕ້, ບັນດາປະເທດໃນພາກພື້ນແມ່ນ້ຳຂອງ ຍົກການຮ່ວມມືໃນ 7 ຂະແໜງການບູລິມະສິດ

ປູຊານ, 27 ພະຈິກ (Yonhap/ຂປລ) — ໃນວັນພຸດນີ້ ຜູ້ນຳເກົາຫຼີໃຕ້ ແລະ ຫ້າປະເທດໃນພາກພຶ້ນແມ່ນ້ຳຂອງ ໄດ້ຕົກລົງສ້າງບູລິມະສິດການຮ່ວມມືໃນ 7 ຂົງເຂດວຽກງານ, ເພື່ອເສີມຂະຍາຍຄວາມພະຍາຍາມໃນການຮ່ວມມືແລກປ່ຽນ ລະຫວ່າງປະເທດເກົາຫຼີທີ່ມີປະສົບການດ້ານການພັດທະນາ ແລະ ບັນດາປະເທດແມ່ນ້ຳຂອງທີ່ມີທ່າແຮງການຂະຫຍາຍຕົວສູງ.ເຈັດຂະແໜງການບູລີມະສິດລວມມີ ຂະແໜງວັດທະນະທຳ ແລະ ທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ, ກະສິກຳ ແລະ ການພັດທະນາຊົນນະບົດ, ພື້ນຖານໂຄງລ່າງ, ເທັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ, ສິ່ງແວດລ້ອມ, ບັນຫາຄວາມໝັ້ນຄົງທີ່ບໍ່ກ່ຽວຂ້ອງກັບປະເພນີ, ຕາມຖະແຫຼງການຮ່ວມທີ່ປະກາດໃນພິທີເປີດກອງປະຊຸມສຸດຍອດແມ່ນ້ຳຂອງ-ສາທາລະນະລັດເກົາຫຼີ ທີ່ນະຄອນປູຊານ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ລາວ, ຮັງກາລີ ຮ່ວມກັນສົ່ງເສີມຄວາມປອດໄພຂອງອາຫານ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຮັງກາລີ ໄດ້ລົງນາມໃນຂໍ້ຕົກລົງໃນອາທິດແລ້ວນີ້ ເພື່ອສືບຕໍ່ຮັດແໜ້ນການຮ່ວມມືໃນດ້ານຄວາປອດໄພຂອງອາຫານ.ຂໍ້ຕົກລົງດັ່ງກ່າວ ໄດ້ຜ່ານການລົງນາມໃນລະຫວ່າງຢ້ຽມຢາມປະເທດຮັງກາລີ ຂອງທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຕາມການເປີດເຜີຍຂອງກະຊວງການຕ່າງປະເທດລາວ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ລາວ, ຈີນ ມີເປົ້າໝາຍຮັດແໜ້ນການຮ່ວມມືຢ່າງໃກ້ຊິດ

ລັດຖະບານລາວ ແລະ ຈີນ ເສີມຂະຫຍາຍສາຍພົວພັນ ເພື່ອຈຸດປະສົງຮັດແໜ້ນການຮ່ວມມື ແລະ ການເຮັດວຽກຢ່າງໃກ້ຊິດໃນການສ້າງສາພັດທະນາທັງສອງປະເທດ.ນີ້ແມ່ນຫົວຂໍ້ຫຼັກໃນການຫາລືໃນລະຫວ່າງການຢ້ຽມຢາມປະເທດລາວຢ່າງເປັນທາງການຂອງທ່ານ ຫວັງ ຢາງ ສະມາຊິກຄະນະປະຈຳ ຫ້ອງການກົມການເມືອງສູນກາງພັກຄັອມມຸຍນິດຈີນ ແລະ ປະທານຄະນະກຳມະການກອງປະຊຸມປຶກສາການເມືອງປະຊາຊົນຈີນ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຄະນະທູດໜຸ່ມ ແລກປ່ຽນປະສົບການໃນກອງປະຊຸມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ຜູ້ຕາງໜ້າໄວໜຸ່ມຈາກບັນດາປະເທດພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຂົ້າຮ່ວມປະຊຸມທີ່ນະຄອນວຽງຈັນ ເພື່ອຫາລືກ່ຽວກັບການຮ່ວມມືໃນອະນາຄົດ ແລະ ແລກປ່ຽນປະສົບການຈາກການປະຕິບັດໜ້າທີ່ການທູດ.ກອງປະຊຸມການຮ່ວມມືນັກການທູດໜຸ່ມພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຈະຈັດຂຶ້ນໃນລະຫວ່າງວັນທີ 14-18 ພະຈິກນີ້. ເປັນກຽດເຂົ້າຮ່ວມໃນພິທີເປີດກອງປະຊຸມດັ່ງກ່າວ ມີທ່ານ ວິລະສັກ ສົມພົງ ວ່າການຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ, ແລະ ທ່ານ ເຈົ້າ ເສີນກັງ ທີ່ປຶກສາ, ຮອງຫົວໜ້າໜ່ວຍພາລະກິດການທູດ ສະຖານທູດຈີນປະຈຳລາວ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Y2vYW
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!