ລາວ, ອອສ໌ເຕຣເລຍ ເສີມຂະຫຍາຍການຮ່ວມມື ດ້ານການພັດທະນາຊັບພະຍາກອນມະນຸດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ມີການຮ່ວມມືຢ່າງໃກ້ຊິດກັບປະເທດອອສ໌ເຕຼເລຍ ໃນດ້ານການພັດທະນາຊັບພະຍາກອນມະນຸດ ແລະ ການຈັດຕັ້ງປະຕິບັດນະໂຍບາຍການພັດທະນາ ໃນຂົງເຂດດັ່ງກ່າວ.

ບັນຫາດັ່ງກ່າວໄດ້ມີການຫາລື ໃນກອງປະຊຸມປຶກສາຫາລຶ ດ້ານການພັດທະນາຊັບພະຍາກອນມະນຸດແຫ່ງຊາດປະຈຳປີ ຄັ້ງທີສາມ ທີ່ນະຄອນຫຼວງວຽງຈັນ ຫວ່າງໝໍ່ໆມານີ້.

ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມປະມານ 60 ຄົນຈາກຖັນແຖວກະຊວງ ແລະ ບັນດາຄູ່ຮ່ວມພັດທະນາ, ເພື່ອຮ່ວມປະກອບຄຳຄິດຄຳເຫັນກ່ຽວກັບການລິເລີ່ມຂອງລັດຖະບານ ໃນການຍົກລະດັບກຳລັງແຮງງານລາວ ແລະ ກຳນົດພື້ນທີ່ເພື່ອການຮ່ວມມືໃນອະນາຄົດ,​ ຕາມບົດຂ່າວຂອງສະຖານທູດອອສ໌ເຕຼເລຍ.

ອ່ານຕໍ່…

ພົມພົງ ເຫຼົາອິນ