MAF ແລະ WWF-Laos ໃຫ້ ຄຳໝັ້ນສັນຍາໃນການຮ່ວມມືໄລຍະຍາວກ່ຽວກັບການຕ້ານການຄ້າສັດປ່າ

ກົມກວດກາປ່າໄມ້(DoFI), ກະຊວງກະສິກຳ ແລະ ປ່າໄມ້ (MAF) ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ຮ່ວມກັບກອງທຶນອະນຸລັກສັດປ່າປະຈຳລາວ (WWF-Laos) ທີ່ໂຮງແຮມລາວພາຊາ, ນະຄອນຫຼວງວຽງຈັນ. ພິທີລົງນາມດັ່ງກ່າວໄດ້ເຊັນໂດຍ ທ່ານ ສົມພອນ ແກ້ວຫາວົງ, ຫົວໜ້າກົມກວດກາໄມ້ ແລະ ທ່ານ ໂລລິດສ໌ ປາເລັນຕີນີ, ຜູ້ບໍລິຫານ ກອງທຶນອະນຸລັກສັດປ່າປະຈຳລາວ. 

ສປປ ລາວ ໃນນາມຄູ່ຮ່ວມພາກພື້ນແມ່ນ້ຳຂອງ ແລະທັງເປັນແຫຼ່ງກຳເນີດ ແລະ ຈຸດຜ່ານແດນ ໃນການຂົນສົ່ງລຳລຽງການຄ້າສັດປ່າຈາກອາຊີ ແລະ ພາກສ່ວນຕ່າງໆຂອງໂລກ. ການຮ່ວມມືລະຫວ່າງບັນດາລັດຖະບານ, ອົງການຈັດຕັ້ງຕົວແທນລັດຖະບານ ແລະ ທັງອົງການຈັດຕັ້ງທາງສັງຄົມພົນລະເຮືອນຕ່າງໆ ແມ່ນເປັນຫົວໜ່ວຍສຳຄັນໃນການຢຸດເຊົາບັນຫາການຄ້າສັດປ່າ. 

ອ່ານຕໍ່… 

ລັດສະໝີ ພອນວິໄລ