ເກົາຫຼີໃຕ້, ບັນດາປະເທດໃນພາກພື້ນແມ່ນ້ຳຂອງ ຍົກການຮ່ວມມືໃນ 7 ຂະແໜງການບູລິມະສິດ

ປູຊານ, 27 ພະຈິກ (Yonhap/ຂປລ) — ໃນວັນພຸດນີ້ ຜູ້ນຳເກົາຫຼີໃຕ້ ແລະ ຫ້າປະເທດໃນພາກພຶ້ນແມ່ນ້ຳຂອງ ໄດ້ຕົກລົງສ້າງບູລິມະສິດການຮ່ວມມືໃນ 7 ຂົງເຂດວຽກງານ, ເພື່ອເສີມຂະຍາຍຄວາມພະຍາຍາມໃນການຮ່ວມມືແລກປ່ຽນ ລະຫວ່າງປະເທດເກົາຫຼີທີ່ມີປະສົບການດ້ານການພັດທະນາ ແລະ ບັນດາປະເທດແມ່ນ້ຳຂອງທີ່ມີທ່າແຮງການຂະຫຍາຍຕົວສູງ.

ເຈັດຂະແໜງການບູລີມະສິດລວມມີ ຂະແໜງວັດທະນະທຳ ແລະ ທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ, ກະສິກຳ ແລະ ການພັດທະນາຊົນນະບົດ, ພື້ນຖານໂຄງລ່າງ, ເທັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ, ສິ່ງແວດລ້ອມ, ບັນຫາຄວາມໝັ້ນຄົງທີ່ບໍ່ກ່ຽວຂ້ອງກັບປະເພນີ, ຕາມຖະແຫຼງການຮ່ວມທີ່ປະກາດໃນພິທີເປີດກອງປະຊຸມສຸດຍອດແມ່ນ້ຳຂອງ-ສາທາລະນະລັດເກົາຫຼີ ທີ່ນະຄອນປູຊານ.

ອ່ານຕໍ່…

ໂຕະຂ່າວ ຂປລ