ລາວ-ຫວຽດນາມ ສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວ ເພື່ອຮັດແໜ້ນສາຍພົວພັນພາຄີ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຫວຽດນາມຮ່ວມຫາລືແຜນການ ກ່ຽວກັບການຮ່ວມມືດ້ານການທ່ອງທ່ຽວ, ແນໃສ່ດຶງດູດນັກທ່ອງທ່ຽວ ແລະ ຮັດແໜ້ນສາຍພົວພັນ ລະຫວ່າງສອງປະເທດ.

ທ່ານ ຮອ.ປອ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຕ້ອນຮັບທ່ານ ຫງວຽນ ງ໋ອກ ທຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຂອງຫວຽດນາມ ໃນວັພະຫັດນີ້ ໃນຂະນະທີ່ສອງຝ່າຍໄດ້ຮ່ວມແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການຮ່ວມມືໃນຂະແໜງການດັ່ງກ່າວ ແລະ ແຜນການໃນຕໍ່ໜ້າ.

ທ່ານ ຮສ.ປອ ກິແກ້ວ ໄດ້ສະເໜີໃຫ້ທັງສອງຝ່າຍ ສືບຕໍ່ການຮ່ວມມືປະຫວັດສາດອັນຍາວນານ ໂດຍແນໃສ່ການແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານກ່ຽວກັບສະພາບການດ້ານວັດທະນະທຳ ແລະ ທ່ອງທ່ຽວສາກົນ.

ອ່ານຕໍ່…

ວຽງດາວັນ ບັນພະຮັກສາ