ເຈົ້າໜ້າທີ່ຕຳຫຼວດແຈ້ງເຕືອນກ່ຽວກັບໂຈນທຸບແວ່ນລົດ

ພະແນກຕຳຫຼວດຈໍລະຈອນນະຄອນຫຼວງວຽງຈັນ ໄດ້ແຈ້ງເຕືອນຜູ້ຂັບຂີ່ ໃຫ້ມີສະຕິລະມັດລະວັງໃນການປົກປ້ອງຍານພາຫະນະຂອງຕົນ ຕໍ່ກັບກຸ່ມໂຈນທຸບແວ່ນລົດເພື່ອລັກເຄື່ອງ, ເຊິ່ງເກີດຂຶ້ນຫຼ້າສຸດໃນຄືນວັນຈັນທີ່ຜ່ານມາ ທີ່ບ້ານນາຄຳ ເມືອງສີໂຄດຕະບອງ.ລົດທີ່ຈອດໄວ້ບໍລິເວນຮ້ານອາຫານແຫ່ງໜຶ່ງໄດ້ຖືກທຸບ ແລະ ລັກເອົາສິ່ງຂອງມີຄ່າຢູ່ພາຍໃນລົດ, ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດ. ທາງເຈົ້າໜ້າທີ່ໄດ້ທຳການກວດເບິ່ງວີດີໂອທີ່ບັນທຶກໄວ້ໂດຍກ້ອງວົງຈອນປິດທີ່ຢູ່ໃກ້ຄຽງ ເພື່ອຂະຫຍາຍຜົນຈັບໂຕຜູ້ກະທຳຜິດດັ່ງກ່າວໃຫ້ໄວທີ່ສຸດ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ເຈົ້າໜ້າທີ່ລາດຕະເວນແຂວງບໍ່ແກ້ວ ຍືດຢາບ້າໄດ້ 2.5 ລ້ານເມັດ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນພຸດນີ້ ທະຫານຊາຍແດນແຂວງບໍ່ແກ້ວ ໄດ້ບຸກຍືດຢາບ້າກວ່າ 2.5 ລ້ານເມັດ ທີ່ບັນທຸກມາໃນເຮືອຍາວສອງລຳເພື່ອຂ້າມແມ່ນ້ຳຂອງຢູ່ເມືອງຫ້ວຍຊາຍ ຫຼັງຈາກທີ່ຜູ້ຂັບເຮືອໄຫວໂຕຫຼົບໜີໄປ.ເຈົ້າໜ້າທີ່ຕຳຫຼວດຄວບຄຸມຢາເສບຕິດໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ ໃນມື້ວານນີ້ວ່າ ໃນຂະນະລາດຕະເວນຕາມລຳແມ່ນ້ຳຂອງ ເຈົ້າໜ້າທີ່ທະຫານໄດ້ພົບເຫັນເຮືອຕ້ອງສົງໄສ. ຈຶ່ງໄດ້ຂໍກວດຄົ້ນ, ເຊິ່ງເຮືອສອງລຳດັ່ງກ່າວໄດ້ເຂົ້າທຽບຝັ່ງ ແລະ ຄົນຂັບທັງສອງໄດ້ຫຼົບໜີໄປ.ຈາກການກວດຄົ້ນເຮືອດັ່ງກ່າວ ພົບຢາບ້າ 2,560,000 ເມັດ ນ້ຳໜັກລວມ 290 ກິໂລ, ຈຶ່ງໄດ້ມອບໃຫ້ຫ້ອງການຄວບຄຸມ ແລະ ກວດກາຢາເສບຕິແຂວງບໍ່ແກ້ວ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/bokeo-border-patrol-seizes-over-25-million-amphetamine-pills-102987

ເຈົ້າໜ້າທີ່ແຂວງສະຫວັນນະເຂດຍຶດໄມ້ເຖື່ອນໃນຂະນະທີ່ທຳການຂົນສົ່ງ

ໃນອາທິດແລ້ວນີ້ ອຳນາດການປົກຄອງແຂວງສະຫວັນນະເຂດໄດ້ຈັບລົດບັນທຸກຕູ້ສິນຄ້າ ເຊິ່ງຂັບໂດຍຄົນຫວຽດຜ່ານເມືອງພິນເພື່ອເຂົ້າສູ່ຫວຽດນາມ ແລະ ສາມາດຍຶດໄດ້ໄມ້ເຖື່ອນທີ່ຊຸກເຊື່ອງມາໃນລົດຄັນດັ່ງກ່າວ.ທ່ານ ລາຕີ ແພງສີໄທ ວ່າການຫົວໜ້າຫ້ອງການກວດກາປ່າໄມ້ແຂວງໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ວ່າ ເຈົ້າໜ້າທີ່ກວດກາປ່າໄມ້ໄດ້ສະກັດລົດຄັນດັ່ງກ່າວໃນອາທິດແລ້ວນີ້ ແລະ ກວດພົບໄມ້ປະເພດຫວງຫ້າມຈຳນວນ 486 ທ່ອນຢູ່ພາຍໃນ.ອ່ານຕໍ່  ...

ພົມພົງ ເຫຼົາອິນ

ເຈົ້າໜ້າທີ່ຍຶດລິ່ນເປັນໆທີ່ລັກລອບຄ້າຂາຍຈາກລາວໄດ້ຢູ່ຫວຽດນາມ

ລິ່ນແມ່ນສັດລ້ຽງລູກດ້ວຍນົມທີ່ມີການລັກລອບຄ້າຂາຍຫຼາຍທີ່ສຸດໃນໂລກເຈົ້າໜ້າທີ່ໄດ້ກວດພົບລິ່ນຫຼາຍສິບໂຕ ທີ່ຖືກລັກລອບຄ້າຂາຍຈາກປະເທດລາວ ເຊິ່ງຢູ່ໃນສະພາບຂາດນ້ຳ ແລະ ອ່ອນແຮງ ຢູ່ໃນກ່ອງເທິງລົດເມໂດຍສານຢູ່ຫວຽດນາມ.ເຈົ້າໜ້າທີ່ຕຳຫຼວດຫວຽດນາມໄດ້ຈັບຕົວຄົນຂັບລົດພ້ອມດ້ວຍເມຍ ໃນຂໍ້ຫາລັກລອບຄ້າສັດປ່າຈາກລາວ, ສຳນັກຂ່າວ AFP  ລາຍງານໃນວັນທີ 30 ກໍລະກົດຜ່ານມາ.ອົງການອະນຸລັກສັດປ່າຫວຽດນາມເຜີຍວ່າ ໃນຈຳນວນດັ່ງກ່າວ ມີລິ່ນຕາຍແລ້ວສີ່ໂຕ ແລະ ອີກຫຼາຍໂຕແມ່ນມີອາການບາດເຈັບ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/02/live-pangolins-smuggled-from-laos-seized-in-vietnam/

ເຈົ້າໜ້າທີ່ຕຳຫຼວດແຂວງສະຫວັນນະເຂດບຸກກວາດລ້າງໄຮ່ກັນຊາ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນຈັນຜ່ານມານີ້ ເຈົ້າໜ້າທີ່ຕຳຫຼວດແຂວງສະຫວັນນະເຂດ ໄດ້ບຸກຍຶດໄຮ່ກັນຊາຂະໜາດໃຫຍ່ ຢູ່ບ້ານສົມສະອາດ, ເມືອງໄກສອນ ພົມວິຫານ ເຊິ່ງຊາວບ້ານໄດ້ລັກລອບປູກ ຢູ່ໃນໄຮ່ຢາງພາລາ.ການບຸກຄົ້ນດັ່ງກ່າວສາມາດຍຶດໄດ້ຕົ້ນກັນຊາສົດ 166 ຕົ້ນ ແລະ ຕົ້ນກັນຊາແຫ້ງ 154 ຕົ້ນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/savannakhet-police-raid-weeds-out-marijuana-crop-101261

ຈັບຊາຍຄົນລາວສາມຄົນໃນຂະນະຂົນສົ່ງຢາເສບຕິດມູນຄ່າ $430,000 ໂດລາ

ເຈົ້າໜ້າທີ່ໄດ້ຈັບກຸມຊາຍຄົນລາວສາມຄົນ ຢູ່ແຂວງຮາຕິນ ໃນວັນຈັນຜ່ານມາ ໃນຂະນະຂົນຍ້າຍຢາເສບຕິດມູນຄ່າ 10 ຕື້ດົງ ($430,000 ໂດລາ) ຈາກລາວໄປຫວຽດນາມ.ຊາຍສາມຄົນດັ່ງກ່າວ ທີ່ຍັງບໍ່ທັນໄດ້ຢືນຢັນຕົວຕົນ ແມ່ນຖືກຈັບຕົວໄດ້ໃກ້ກັບປະຕູດ່ານຊາຍແດນ ທີ່ເມືອງຮຸງຊົນ ທາງພາກກາງຂອງຫວຽດນາມ ໂດຍເຈົ້າໜ້າທີ່ຊາຍແດນຮາຕິນ ແລະ ເຈົ້າໜ້າທີ່ຕຳຫຼວດລາວ. ເຈົ້າໜ້າທີ່ສາມາດຍຶດຂອງກາງເປັນຢາເສບຕິດ 62,000 ເມັດທີ່ເຊື່ອງມານຳກະເປົາ ແລະ ຖົງຊາ, ລົດໃຫຍ່ສອງຄັນ ພ້ອມດ້ວຍເອກະສານທີ່ກ່ຽວຂ້ອງຈຳນວນໜຶ່ງ.ອ່ານຕໍ່ ...

Duc Hung
https://e.vnexpress.net/news/news/three-lao-men-caught-transporting-drugs-worth-430-000-3960803.html

ນາຍົກຮຽກຮ້ອງການຮ່ວມມືເພື່ອຕ້ານບັນຫາຢາເສບຕິດ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມມືກັນປະກອບສ່ວນໃນການຕ້ານການຄ້າຢາເສບຕິດ.ທ່ານ ທອງລຸນ ໄດ້ກ່າວຄຳຮຽກຮ້ອງດັ່ງກ່າວໃນວັນອັງຄານຜ່ານມາ ເຊິ່ງກົງກັບວັນຕ້ານການນຳໃຊ້ ແລະ ຊື້ຂາຍຢາເສບຕິດສາກົນ ຄົບຮອບ 32 ປີ ເຊິ່ງວຽນມາບັນຈົບຄົບຮອບໃນວັນທີ 26 ມິຖຸນານີ້.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/laos-pm-calls-joint-effort-combat-drugs-problem-99159

ລາວ, ໄທເສີມຂະຫຍາຍວຽກງານການຮ່ວມມືດ້ານຄວາມປອດໄພຊາຍແດນ 

ວຽງຈັນ (ວຽງຈັນທາມສ໌/ANN) — ລັດຖະບານລາວ ແລະ ໄທ ຈະສືບຕໍ່ຊ່ວຍເຫຼືອເຊິ່ງກັນແລະກັນໃນດ້ານຄວາມປອດໄພຊາຍແດນ ແລະ ການປ້ອງກັນອາດສະຍາກຳຂ້າມຊາດ, ໂດຍສະເພາະຢູລຽບເຂດຊາຍແດນແຂວງໄຊຍະບູລີ ແລະ ຈັງຫວັດນ່ານ.ຂໍ້ຕົກລົງການຮ່ວມມືດັ່ງກ່າວໄດ້ມີການລົງນາມທີ່ບໍລິສັດໄຟຟ້າຫົງສາ ຈຳກັດ ແຂວງໄຊຍະບູລີ ໃນອາທິດແລ້ວນີ້ ລະຫວ່າງທ່ານພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ແລະ ທ່ານ ວໍຣະກິດຕິ ສີທິບພະກອນ ຜູ້ວ່າລາດຊະການຈັງຫວັດນ່ານ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/laos-thailand-extend-partnership-border-security-cooperation-99102

ສົ່ງຕົວ 191 ຜູ້ຕ້ອງສົງໄສໃນການສໍ້ໂກງທາງໂທລະຄົມກັບປະເທດຈີນ

ໃນວັນສຸກຜ່ານມານີ້ ເຈົ້າໜ້າທີ່ຕຳຫຼວດໄດ້ສົ່ງຕົວ 191 ຜູ້ຕ້ອງສົງໄສສັນຊາດຈີນ ໃນການສໍ້ໂກງຜ່ານທາງໂທລະຄົມ ຜ່ານການສືບສວນສອບສວນຂອງເຈົ້າໜ້າທີ່ລາວ ແລະ ຈີນ.ຕາມການສືບສວນສອບສວນຂໍ້ມູນຈາກຖັນແຖວສະມາຊິກໃນເດືອນແລ້ວນີ້, ເຈົ້າໜ້າທີ່ຕຳຫຼວດຈີນໄດ້ພົບວ່າມີກຸ່ມນັກຫຼອກລວງຊາວຈີນທຳໄດ້ການເຄື່ອນໄຫວຫຼອກລວງສໍ້ໂກງໃນລາວ.ອ່ານຕໍ່  ...

ພົມພົງ ເຫຼົ່າອິນ

ບຸກຈັບນັກຄ້າຢາເສບຕິດ, ຍຶດຢາບ້າໄດ້ 5.76 ລ້ານເມັດ

(ຂປລ) ໃນວັນອາທິດຜ່ານມາ ເຈົ້າໜ້າທີ່ທະຫານໄດ້ບຸກຈັບ ທ້າວ ຊົ້ງ ທໍ່ ນັກຄ້າຢາເສບຕິດ ໃນຂະນະທີ່ກຳລັງຂົນຍ້າຍຢາບ້າຈຳນວນ 5.76 ລ້ານເມັດ ແລະ ເຮໂລອິນ 3 ຫໍ່ (180 ແທ່ງ) ດ້ວຍລົດກະບະ ວີໂກ ປ້າຍທະບຽນວຽງຈັນ ທີ່ເດີນທາງອອກຈາກບ້ານຫ້ວຍລົມ ໄປທາງບ້ານຫ້ວຍຄາຍ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ.ອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Vtw94
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!