ເຈົ້າໜ້າທີ່ຕຳຫຼວດແຈ້ງເຕືອນກ່ຽວກັບໂຈນທຸບແວ່ນລົດ

ພະແນກຕຳຫຼວດຈໍລະຈອນນະຄອນຫຼວງວຽງຈັນ ໄດ້ແຈ້ງເຕືອນຜູ້ຂັບຂີ່ ໃຫ້ມີສະຕິລະມັດລະວັງໃນການປົກປ້ອງຍານພາຫະນະຂອງຕົນ ຕໍ່ກັບກຸ່ມໂຈນທຸບແວ່ນລົດເພື່ອລັກເຄື່ອງ, ເຊິ່ງເກີດຂຶ້ນຫຼ້າສຸດໃນຄືນວັນຈັນທີ່ຜ່ານມາ ທີ່ບ້ານນາຄຳ ເມືອງສີໂຄດຕະບອງ.

ລົດທີ່ຈອດໄວ້ບໍລິເວນຮ້ານອາຫານແຫ່ງໜຶ່ງໄດ້ຖືກທຸບ ແລະ ລັກເອົາສິ່ງຂອງມີຄ່າຢູ່ພາຍໃນລົດ, ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດ. ທາງເຈົ້າໜ້າທີ່ໄດ້ທຳການກວດເບິ່ງວີດີໂອທີ່ບັນທຶກໄວ້ໂດຍກ້ອງວົງຈອນປິດທີ່ຢູ່ໃກ້ຄຽງ ເພື່ອຂະຫຍາຍຜົນຈັບໂຕຜູ້ກະທຳຜິດດັ່ງກ່າວໃຫ້ໄວທີ່ສຸດ.

ອ່ານຕໍ່…

ພົມພົງ ເຫຼົາອິນ