ເຈົ້າໜ້າທີ່ລາດຕະເວນແຂວງບໍ່ແກ້ວ ຍືດຢາບ້າໄດ້ 2.5 ລ້ານເມັດ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນພຸດນີ້ ທະຫານຊາຍແດນແຂວງບໍ່ແກ້ວ ໄດ້ບຸກຍືດຢາບ້າກວ່າ 2.5 ລ້ານເມັດ ທີ່ບັນທຸກມາໃນເຮືອຍາວສອງລຳເພື່ອຂ້າມແມ່ນ້ຳຂອງຢູ່ເມືອງຫ້ວຍຊາຍ ຫຼັງຈາກທີ່ຜູ້ຂັບເຮືອໄຫວໂຕຫຼົບໜີໄປ.

ເຈົ້າໜ້າທີ່ຕຳຫຼວດຄວບຄຸມຢາເສບຕິດໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ ໃນມື້ວານນີ້ວ່າ ໃນຂະນະລາດຕະເວນຕາມລຳແມ່ນ້ຳຂອງ ເຈົ້າໜ້າທີ່ທະຫານໄດ້ພົບເຫັນເຮືອຕ້ອງສົງໄສ. ຈຶ່ງໄດ້ຂໍກວດຄົ້ນ, ເຊິ່ງເຮືອສອງລຳດັ່ງກ່າວໄດ້ເຂົ້າທຽບຝັ່ງ ແລະ ຄົນຂັບທັງສອງໄດ້ຫຼົບໜີໄປ.

ຈາກການກວດຄົ້ນເຮືອດັ່ງກ່າວ ພົບຢາບ້າ 2,560,000 ເມັດ ນ້ຳໜັກລວມ 290 ກິໂລ, ຈຶ່ງໄດ້ມອບໃຫ້ຫ້ອງການຄວບຄຸມ ແລະ ກວດກາຢາເສບຕິແຂວງບໍ່ແກ້ວ.

ອ່ານຕໍ່…

ໂຕະຂ່າວ
http://annx.asianews.network/content/bokeo-border-patrol-seizes-over-25-million-amphetamine-pills-102987