Forest industry

ໄມ້ ແລະ ໄມ້ທ່ອນ

ການລັກລອບຕັດໄມ້ຢູ່ລາວ ຂັດຂວາງ ເປົ້າໝາຍຫຼຸດຜ່ອນການຕັດໄມ້ ຂອງລັດຖະບານລາວ

ການລັກລອບຕັດໄມ້, ການໃຫ້ສໍາປະທານແກ່ຜູ້ພັດທະນາເອກະຊົນ ແລະ ການບຸກລຸກທີ່ດິນປ່າໄມ້  ເຮັດໃຫ້ເປັນໄພອັນຕະລາຍຕໍ່ເປົ້າໝາຍຂອງລາວໃນການບັນລຸຄວາມເປົ້າໝາຍປູກປ່າໃຫ້ໄດ້ 70% ໃນປີ 2035. ນັ້ນ​ແມ່ນ​ອີງ​ຕາມ​ການ​ສຳ​ຫຼວດ​ຂອງ​ກະ​ຊວງ​ກະ​ສິ​ກຳ​ແລະ​ປ່າ​ໄມ້​ຂອງ​ລາວ​ເມື່ອ​ບໍ່​ດົນ​ມາ​ນີ້, ເຊິ່ງ​ຊີ້​ໃຫ້​ເຫັນ​ເຖິງການ​ລັກ​ລອບ​ຕັດ​ໄມ້​ຜິດ​ກົດ​ໝາຍ​ໃນ​ປະ​ເທດ​ເພີ່ມ​ຂຶ້ນ.ອ່ານເພິ່ມເຕີມ ...

ວິທະຍຸເອເຊຍເສລີ

ການລັກລອບຕັດໄມ້ຍັງເປັນບັນຫາເຖິງແມ່ນວ່າຈະມີຄຳສັ່ງຂອງນາຍົກລັດຖະມົນຕີ

ເຖິງວ່າມີຄຳສັ່ງຂອງນາຍົກລັດຖະມົນຕີ ທີ່ພົວພັນກັບການຄວບຄຸມອຸດສາຫະກຳໄມ້ໄດ້ກາຍເປັນສິ່ງບັງຄັບໃຊ້ໄດ້ຢ່າງເຄັ່ງຄັດ, ແຕ່ການລັກລອບຕັດໄມ້ຍັງສືບຕໍ່ເປັນບັນຫາຕ້ອງເອົາໃຈໃສ່ ເຖິງແມ່ນຈະຫຼຸດລົງໃນປີຜ່ານມາຢູ່. ໃນປີ 2020, ຫຼາຍກ່ວາ 2600 ເມັດກ້ອນຂອງໄມ້ທີ່ຖືກຂຸດຄົ້ນແບບຜິດກົດໝາຍ ແລະ 290 ໂຕນຂອງໄມ້ທີ່ຜິດກົດໝາຍແລະຖືກຍຶດ ໂດຍອີງຕາມການລາຍງານຈາກອົງການສືບສວນສອບສວນ. ອ່ານຕໍ່   ...

ສົມສັກ ພົງຂາວ

ລາວ: ນະຄອນຈຳປາສັກ ແຈ້ງການປະມູນໄມ້ທີ່ຍຶດໄດ້

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະກຳມະການປະມູນໄມ້ທີ່ຍຶດໄດ້ຂອງນະຄອນຈຳປາສັກ ເຊື້ອເຊີນສະມາຄົມເຟີນີເຈີ, ໂຮງງານປຸງແຕ່ງໄມ້, ໂຮງງານເຟີນີເຈີ ແລະ ຫົວໜ່ວຍທຸລະກິດໄມ້ ໃນທົ່ວປະເທດ ເຂົາຮ່ວມການປະມູນໄມ້ທີ່ຍຶດໄດ້.ລັດຖະບານໄດ້ທຳການຍຶດໄມ້ ທີ່ຖືກລັກລອບຕັດເພື່ອຂາຍແບບຜິດກົດໝາຍ ໃຫ້ເປັນກຳມະສິດຂອງລັດ.ໄມ້ທັງໝົດ 528,852 ຄິວ ລວມມີໄມ້ 5,179 ທ່ອນ, ໄມ້ຊອຍ ແລະ ໄມ້ແປ້ນຈຳນວນໜຶ່ງ, ຕາມການແຈ້ງການຂອງພະແນກອຸດສາຫະກຳ ແລະ ການຄ້ານະຄອນຈຳປາສັກ ໃນວັນອັງຄານນີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-champassak-city-announces-auction-confiscated-timber-104984

ເຈົ້າໜ້າທີ່ແຂວງສະຫວັນນະເຂດຍຶດໄມ້ເຖື່ອນໃນຂະນະທີ່ທຳການຂົນສົ່ງ

ໃນອາທິດແລ້ວນີ້ ອຳນາດການປົກຄອງແຂວງສະຫວັນນະເຂດໄດ້ຈັບລົດບັນທຸກຕູ້ສິນຄ້າ ເຊິ່ງຂັບໂດຍຄົນຫວຽດຜ່ານເມືອງພິນເພື່ອເຂົ້າສູ່ຫວຽດນາມ ແລະ ສາມາດຍຶດໄດ້ໄມ້ເຖື່ອນທີ່ຊຸກເຊື່ອງມາໃນລົດຄັນດັ່ງກ່າວ.ທ່ານ ລາຕີ ແພງສີໄທ ວ່າການຫົວໜ້າຫ້ອງການກວດກາປ່າໄມ້ແຂວງໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ວ່າ ເຈົ້າໜ້າທີ່ກວດກາປ່າໄມ້ໄດ້ສະກັດລົດຄັນດັ່ງກ່າວໃນອາທິດແລ້ວນີ້ ແລະ ກວດພົບໄມ້ປະເພດຫວງຫ້າມຈຳນວນ 486 ທ່ອນຢູ່ພາຍໃນ.ອ່ານຕໍ່  ...

ພົມພົງ ເຫຼົາອິນ

ກະຊວງອະນຸຍາດໃຫ້ມີການສົ່ງອອກຜະລິດຕະພັນໄມ້ເພີ່ມຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າໄດ້ດັດແກ້ລາຍການຜະລິດຕະພັນໄມ້ເພື່ອການສົ່ງອອກ ເພື່ອໃຫ້ຜູ້ຜະລິດເຟີນີເຈີສາມາດຈຳໜ່າຍຜະລິດຕະພັນຂອງຕົນໃນຕະຫຼາດທັງພາຍໃນ ແລະ ຕ່າງປະເທດໄດ້ສະດວກຍິ່ງຂຶ້ນ.ກະຊວງໄດ້ກຳນົດປະເພດຜະລິດຕະພັນໄມ້ໃນສາມປະເພດຫຼັກຄື: ຜະລິດຕະພັນໄມ້ປູກ, ຜະລິດຕະພັນໄມ້ທຳມະຊາດ, ແລະ ຜະລິດຕະພັນຫວາຍ ແລະ ໄມ້ໄຜ່.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-ministry-allows-more-wood-products-export-101523

ແຂວງອັດຕະປືແຈ້ງປະມູນໄມ້ທ່ອນທີ່ຍຶດໄດ້

ອັດຕະປື, ລາວ (ວຽງຈັນທາມສ໌/ANN) – ແຂວງອັດຕະປືໄດ້ແຈ້ງການປະມູນໄມ້ທ່ອນທີ່ຍຶດໄດ້ໂດຍຄະນະກຳມະການຄຸ້ມຄອງໄມ້ ພາຍໃຕ້ພະແນກອຸດສາຫະກຳ ແລະ ການຄ້າ.ການປະມູນດັ່ງກ່າວໄດ້ມີການເຊື້ອເຊີນສະມາຄົມເຟີນີເຈີ, ໂຮງງານປຸງແຕ່ງໄມ້,​ ໂຮງງານເຟີນີເຈີ ແລະ ທຸລະກິດໄມ້ທົ່ວປະເທດເພື່ອເຂົ້າຮ່ວມ.ອ່ານຕໍ່ ...

ໂຕະຂ່າວ

ລາວ, ໄທສົ່ງເສີມຜະລິດຕະພັນສິລະປະໄມ້ຜ່ານກອງປະຊຸມແລກປ່ຽນຫັດຖະກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ຜະລິດຕະພັນໄມ້ແກະສະຫຼັກຕ້ອງອາໄສຕະຫຼາດຕ່າງປະເທດ ເພື່ອເພີ່ມມູນຄ່າການຂາຍ, ເຈົ້າໜ້າທີ່ການນຳຂອງສະຖາບັນວິຈິດຕະກຳແຫ່ງຊາດກ່າວວານີ້.ທ່ານ ປອ ໄມສິງ ຈັນທະບຸດດີ ກ່າວໃຫ້ຄຳເຫັນໃນພິທີເປີດກອງປະຊຸມວິຊາການຫັດຖະກຳວັດທະນະທຳ ລາວ-ໄທ ທີ່ສູນພັດທະນາ ແລະ ຝຶກອົບຮົມທັກສະວັດສະພົງ. ທ່ານໄດ້ກ່າວວ່າ ໃນປະເທດລາວມີຜູ້ຜະລິດ ແລະ ຈຳໜ່າຍຈຳນວນຫຼາຍ, ແຕ່ວ່າຜູ້ຊື້ມີຈຳນວນຈຳກັດໃນຕະຫຼາດພາຍໃນ ຍ້ອນເຫດຜົນທາງດ້ານລາຍຮັບທີ່ຕ່ຳ ແລະ ປະຊາກອນໜ້ອຍ.ອ່ານຕໍ່ ...

ໂຕະຂ່າວ

ການປະມູນຂາຍໄມ້ເຖື່ອນທີ່ຍຶດໄດ້ໃນລາວ

 ວຽງຈັນ (ວຽງຈັນທາມສ໌/ANN) – ການປະມູນຊື້ຂາຍໄມ້ທີ່ໄດ້ຈາກການຍືດໄດ້ຈາກການລັກລອບຕັດໄມ້ເຖື່ອນ ສາມາດສ້າງລາຍຮັບເຂົ້າລັດກວ່າ 170.8 ຕື້ກີບ, ຕາມບົດລາຍງານຫຼ້າສຸດຂອງລັດຖະບານ.ຕາມຄຳສັ່ງແນະນຳຂອງນາຍົກລັດຖະມົນຕີ ໃນເດືອນ ພຶດສະພາ 2016 ກ່ຽວກັບການຫ້າມການສົ່ງອອກຜະລິດຕະພັນໄມ້ທີ່ບໍ່ຜ່ານການແປຮູບ ແລະ ການປາບປາມທຸລະກິດຄ້າຂາຍໄມ້ເຖື່ອນ, ເຈົ້າໜ້າທີ່ສາມາດຍຶດໄດ້ໄມ້ກວ່າ 75,240 ແມັດກ້ອນ ແລະ ອີກ 287.4 ໂຕນໄດ້ມີການຈັດປະມູນ ແລະ ຂາຍອອກ.ອ່ານຕໍ່  ...

ສຸກສາຄອນ ແຫວນແກ້ວ

ລາວເພີ່ມການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບເປັນສອງເທົ່າ

ການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບຂອງລາວເພີ່ມຂຶ້ນ 107% ໃນປີ 2018 ພາຍຫຼັງທີ່ລັດຖະບານໄດ້ອອກຄຳສັ່ງຫ້າມການສົ່ງອອກໄມ້ທ່ອນທີ່ບໍ່ຜ່ານຂະບວນການປຸງແຕ່ງ ເພື່ອສົ່ງເສີມມູນຄ່າຂອງຜະລິດຕະພັນໄມ້ສຳເລັດຮູບ.ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງແນະນຳເລກທີ 15 ປີ 2016 ຫ້າມການສົ່ງອອກໄມ້ທ່ອນ ແລະ ສົ່ງເສີມການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ອົງກອນພາກລັດຫາລືຂໍ້ຕົກລົງສະບັບໃໝ່ກ່ຽວກັບການຄຸ້ມຄອງໄມ້ຂອງ MIOC 

(ຂປລ) ໃນວັນທີ 10 ມັງກອນນີ້ ອົງການຈັດຕັ້ງລັດຖະບານ ໄດ້ຈັດກອງປະຊຸມປຶກສາຫາລືວິຊາການຂັ້ນສູນກາງ ເພື່ອຫາລືກ່ຽວກັບຮ່າງຂໍ້ຕົກລົງຂອງກະຊວງອຸດສາຫະກຳ ແລະ ການຄ້າ (MOIC) ວ່າດ້ວຍການຄຸ້ມຄອງ ແລະ ການຕິດຕາມໄມ້ສົ້ນເຂົ້າ ແລະ ສົ້ນອອກ.ອ່ານຕໍ່ ...

ບັນນາທິການ ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

NpMr9
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!