ງານວາງສະແດງ ປິດທ້າຍກອງປະຊຸມວິຊາການ ແກະສະຫຼັກແກ່ນໝາຍຄາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນພະຫັດແລ້ວນີ້ ສະຖາບັນວິຈິດຕະກຳແຫ່ງຊາດ (NIFA) ໄດ້ຈັດວາງສະແດງແກ່ນໝາກຄາຍແກະສະຫຼັກ ເພື່ອເປັນການປິດທ້າຍກອງປະຊຸມວິຊາການພິເສດ ທີ່ດຳເນີນໂດຍວິທະຍາກອນຈາກຈີນ.ແກ່ນໝາຍຄາຍແກະສະຫຼັກ ມີຄວາມວິຈິດງົດງາມ ແລະ ມີຫຼາຍຮູບຫຼາຍຂະໜາດ ເຊັ່ນ ຮູບພະພຸດທະຮູບ, ດອກໄມ້ ແລະ ສັດຕ່າງໆ.ກິດຈະກຳຝຶກອົບຮົມດັ່ງກ່າວ ເຊິ່ງຈັດຂຶ້ນໂດຍ NIFA ໃນລະຫວ່າງວັນທີ 13-30 ພະຈິກທີ່ຜ່ານມານີ້, ເຊິ່ງມີຄູອາຈານ ແລະ ນັກສຶກສາ 23 ຄົນຈາກກົມແກະສະຫຼັກເຂົ້າຮ່ວມ. ຜູ້ເຂົ້າຮ່ວມໄດ້ຮັບການຝຶກອົບຮົມຈາກ ທ່ານ ຫຼິວ ສີີ ເຊັງ ຜູ້ຊ່ຽວຊານຈີນ ທີ່ມີປະສົບການດ້ານການແກະສະຫຼັກແກ່ນໝາກຄາຍ.ອ່ານຕໍ່ ...

ວິສິດ ເທບພະລັດ

ແຂວງຈຳປາສັກຈະເປັນເຈົ້າພາບຈັດງານມະຫາກຳຊັບສິນທາງປັນຍາ

ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ໃນວັນສຸກແລ້ວນີ້ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີໄດ້ຈັດກອງປະຊຸມສື່ມວນຊົນ ເພື່ອຖະແຫຼງກ່ຽວກັບແຜນການໃນການຈັດງານມະຫາກຳຊັບສິນທາງປັນຍາ 2019 ເຊິ່ງຈະຈັດຂຶ້ນທີ່ແຂວງຈຳປາສັກ ໃນວັນທີ 24-28 ເມສານີ້.ງານດັ່ງກ່າວຈະມີການວາງສະແດງຜະລິດຕະພັນໃນ 162 ບູທ໌ ຈາກປະເທດລາວ ແລະ ບັນດາປະເທດສະມາຊິກອາຊຽນ, ເຊິ່ງແນໃສ່ສ້າງເຄືອຂ່າຍໃຫ້ມີຄວາມເຂັ້ມແຂງ. ໃນຕອນແລງຂອງແຕ່ລະມື້ຈະມີກິດຈະກຳ ຄອນເສີດພ້ອມທັງການສະແດງ ຈາກສິລະປິນທ້ອງຖິ່ນ ແລະ ນັກສະແດງຕ່າງໆ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວ, ໄທສົ່ງເສີມຜະລິດຕະພັນສິລະປະໄມ້ຜ່ານກອງປະຊຸມແລກປ່ຽນຫັດຖະກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ຜະລິດຕະພັນໄມ້ແກະສະຫຼັກຕ້ອງອາໄສຕະຫຼາດຕ່າງປະເທດ ເພື່ອເພີ່ມມູນຄ່າການຂາຍ, ເຈົ້າໜ້າທີ່ການນຳຂອງສະຖາບັນວິຈິດຕະກຳແຫ່ງຊາດກ່າວວານີ້.ທ່ານ ປອ ໄມສິງ ຈັນທະບຸດດີ ກ່າວໃຫ້ຄຳເຫັນໃນພິທີເປີດກອງປະຊຸມວິຊາການຫັດຖະກຳວັດທະນະທຳ ລາວ-ໄທ ທີ່ສູນພັດທະນາ ແລະ ຝຶກອົບຮົມທັກສະວັດສະພົງ. ທ່ານໄດ້ກ່າວວ່າ ໃນປະເທດລາວມີຜູ້ຜະລິດ ແລະ ຈຳໜ່າຍຈຳນວນຫຼາຍ, ແຕ່ວ່າຜູ້ຊື້ມີຈຳນວນຈຳກັດໃນຕະຫຼາດພາຍໃນ ຍ້ອນເຫດຜົນທາງດ້ານລາຍຮັບທີ່ຕ່ຳ ແລະ ປະຊາກອນໜ້ອຍ.ອ່ານຕໍ່ ...

ໂຕະຂ່າວ

“ຈຳປາບານ” ໄດ້ຮັບລາງວັນຮູບເງົາດີເດັ່ນ ໃນບຸນມະໂຫລານຮູບເງົາສາກົນໄມອາມີ

(ຂປລ) “ຈຳປາບານ” ຮູບເງົາລາວ-ຈີນເລື່ອງທຳອິດ ໄດ້ຮັບລາງວັນຮູບເງົາທີ່ສ້າງຈາກການຮ່ວມມືດີເດັ່ນ ທີ່ງານບຸນມະໂຫລານຮູບເງົາສາກົນໄມອາມີ ເຊິ່ງຈັດຂຶ້ນຢູ່ອາເມລິກາ ແຕ່ວັນທີ 4-7 ມິຖຸນາ 2018.ອ່ານຕໍ່ ...

ສຸກທະວີ ເທບພະວົງ

ນັກສ້າງຮູບເງົາຢູ່ອາເມລິກາຂົນຂວາຍທຶນເພື່ອສ້າງຮູບເງົາສາລະຄະດີກ່ຽວກັບສົງຄາມລັບໃນລາວ

ນັກສ້າງຮູບເງົາເຈົ້າຂອງລາງວັນພູລີເຊີ ເອຣິນ ແມັກກ໊ອຟ ກຳລັງດຳເນີນກິດຈະກຳຂົນຂວາຍແຫຼ່ງທຶນອິນດີໂກໂກ ໄລຍະ 30 ວັນ ເພື່ອຊ່ວຍສົມທົບທຶນຈຳນວນ 37,000 ໂດລາ ເພື່ອສ້າງຮູບເງົາສາລະຄະດີໃນຝັນ ທີ່ສະທ້ອນການຖິ້ມລະເບີດປິດລັບໃນລາວ, ເຊິ່ງເປັນສາກສົງຄາມລັບສຸດຍອດທີ່ເຂັ້ມຂຸ້ນໃນໄລຍະຂັດແຍ່ງກັບຫວຽດນາມ.ອ່ານຕໍ່ ...

ເດີລາວທຽນທາມສ໌

ນັກສ້າງຮູບເງົາສາລະຄະດີອາເມລິກາສົ່ງເສີມການສ້າງທຸລະກິດໃນລາວ

(ຄປລ) ນັກສ້າງຮູບເງົາສາລະຄະດີອາເມລິກາໄດ້ຢ້ຽມຢຽມນະຄອນຫຼວງວຽງຈັນ ໃນວັນທີ 11-16 ພຶດສະພາ ເພື່ອຈັດສະແດງຮູບເງົາກ່ຽວກັບການສ້າງທຸລະກິດ ແລະ ແນະນຳວິທີການສົ່ງເສີມທຸລະກິດຂະໜາດນ້ອຍໃນລາວ.ອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

DMWsJ
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!