ງານວາງສະແດງ ປິດທ້າຍກອງປະຊຸມວິຊາການ ແກະສະຫຼັກແກ່ນໝາຍຄາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນພະຫັດແລ້ວນີ້ ສະຖາບັນວິຈິດຕະກຳແຫ່ງຊາດ (NIFA) ໄດ້ຈັດວາງສະແດງແກ່ນໝາກຄາຍແກະສະຫຼັກ ເພື່ອເປັນການປິດທ້າຍກອງປະຊຸມວິຊາການພິເສດ ທີ່ດຳເນີນໂດຍວິທະຍາກອນຈາກຈີນ.

ແກ່ນໝາຍຄາຍແກະສະຫຼັກ ມີຄວາມວິຈິດງົດງາມ ແລະ ມີຫຼາຍຮູບຫຼາຍຂະໜາດ ເຊັ່ນ ຮູບພະພຸດທະຮູບ, ດອກໄມ້ ແລະ ສັດຕ່າງໆ.

ກິດຈະກຳຝຶກອົບຮົມດັ່ງກ່າວ ເຊິ່ງຈັດຂຶ້ນໂດຍ NIFA ໃນລະຫວ່າງວັນທີ 13-30 ພະຈິກທີ່ຜ່ານມານີ້, ເຊິ່ງມີຄູອາຈານ ແລະ ນັກສຶກສາ 23 ຄົນຈາກກົມແກະສະຫຼັກເຂົ້າຮ່ວມ. ຜູ້ເຂົ້າຮ່ວມໄດ້ຮັບການຝຶກອົບຮົມຈາກ ທ່ານ ຫຼິວ ສີີ ເຊັງ ຜູ້ຊ່ຽວຊານຈີນ ທີ່ມີປະສົບການດ້ານການແກະສະຫຼັກແກ່ນໝາກຄາຍ.

ອ່ານຕໍ່…

ວິສິດ ເທບພະລັດ