ທີ່ດິນ

ມິນ, ລະເບີດທີ່ຍັງບໍ່ທັນແຕກ ແລະ ການເກັບກູ້

ອົງການເກັບກູ້ລະເບີດບໍ່ທັນແຕກ (UXO) ຊອກຫາແຫຼ່ງທຶນເພີ່ມເຕີມ

ລັດຖະບານໄດ້ຮຽກຮ້ອງ ການໃຫ້ສະໍໜັບສະໜູນ ເພິ່ມຂື້ນ ໃນການປະຕິບັດງານເກັບກູ້ລະເບີດບໍ່ທັນແຕກ, ເຊິ່ງເນື້ອທີ່ທັງໝົດ 132,000 ເຮັກຕາໄດ້ຖືກສຳຫຼວດ ແລະ ຢັ້ງຢືນລະເບີດທີ່ຍັງບໍ່ທັນແຕກ. ຫົວໜ້າກົມ ອົງການຄຸ້ມຄອງເພື່ອຂະແໜງເກັບກູ້ລະເບີດບໍ່ທັນແຕກແຫ່ງຊາດ ພາຍໃຕ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຈອມມະນີເພັງທອງສະຫວາດກ່າວຕໍ່ນັກຂ່າວໃນລະຫວ່າງການລົງຢ້ຽມຢາມພາກສະໜາມ ຢູ່ແຂວງຊຽງຂວາງເມື່ອບໍ່ດົນມານີ້ວ່າ ເຈົ້າໜ້າທີ່ ກຳລັງຊອກຫາແຫຼ່ງທຶນແລະ ການຊ່ວຍເຫລືອດ້ານວິຊາການເພີ່ມເຕີມສຳລັບການເກັບກູ້ລະເບີດບໍ່ທັນແຕກຢູ່ໃນເກົ້າແຂວງໃນລາວ.​ ອ່ານເພິ່ມເຕີມ   ...

ພົມພົງ ລາວອິນ

ສະຫະລັດອາເມລິກາ ສະໜອງອຸປະກອນ, ເຄື່ອງມືມູນຄ່າຈຳນວນເງິນ 1 ລ້ານໂດລາ ໃຫ້ແກ່ ໂຄງການລະເບີດບໍ່ທັນແຕກແຫ່ງຊາດລາວ

ສະຫະລັດອາເມລິກາ ປະກອບສ່ວນບັນດາເຄື່ອງກວດລູກລະເບີດທີ່ຍັງບໍ່ທັນແຕກເປັນມູນຄ່າຫຼາຍກ່ວາ 1 ລ້ານໂດລາສະຫະລັດ ຊຶ່ງໄດ້ມອບໃນພິທີຈັດຂື້ນທີ່ສູນພັດທະນາເກັບກູ້ລະເບີດບໍ່ທັນແຕກແຫ່ງຊາດລາວ, ນະຄອນຫຼວງວຽງຈັນ ວັນທີ 19 ມັງກອນ 2021. ເຄື່ອງອຸປະກອນເຫຼົ່ານັ້ນຈະຖືກມອບໃຫ້ແກ່ໜ່ວຍງານເກັບກູ້ລະເບີດປະຈຳແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ອັດຕະປື ແລະ ຫົວພັນ. ເອກອັກຄະລັດຖະທູດອາເມລິກາປະຈຳລາວ ທ່ານ ເຮມອນ ໄດ້ກ່າວວ່າ “ມັນເປັນຂີດໝາຍທີ່ເຄື່ອງມືດັ່ງກ່າວຈະສາມາດຊ່ວຍໃຫ້ການເຮັດວຽກຂອງຄະນະເກັບກູ້ລະເບີດມີປະສິດທິພາບຂື້ນຕື່ມ ໂດຍສະເພາະໃນການເຂົ້າເຖິງສະຖານທີ່ຫຍຸ້ງຍາກແລະກັນດານ”. ອ່ານຕໍ່ .  ...

ສຳນັກຂ່າວສານປະເທດລາວ

ລາວ, UNDP ແກ້ໄຂບັນຫາການເກັບກູ້ ລບຕ ເພື່ອການພັດທະນາ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ສືບຕໍ່ສົ່ງເສີມຄວາມສາມາດແຫ່ງຊາດ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG) 18 – ມີຊີວິດທິ່ປອດໄພຈາກລະເບີດບໍ່ທັນແຕກ (ລບຕ).ຕາງໜ້າຈາກໜ່ວຍງານລັດຖະບານ ແລະ ອົງການພັດທະນາທີ່ກ່ຽວຂ້ອງ ໄດ້ຮ່ວມຫາລືບາດກ້າວ ເພື່ອບັນລຸເປົ້າໝາຍ SDG18 ໃນວັນອັງຄານນີ້, ເຊິ່ງລັດຖະບານ ແລະ ອົງການ UNDP ໄດ້ຮ່ວມມືກັນເພື່ອແກ້ໄຂບັນຫາ ພາຍໃຕ້ໂຄງການແຕ່ປີ 2017 ເຖິງ 2021.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ຍີ່ປຸ່ນໃຫ້ການຊ່ວຍເຫຼືອເຄື່ອງຈັັກເກັບກູ້ລະເບີດລູກຫວ່ານ ສຳລັບການເກັບກູ້ຢູ່ແຂວງຊຽງຂວາງ

(ຂປລ) ໃນວັນທີ 11 ທັນວາ 2019 ນີ້, ລັດຖະບານຍີ່ປຸ່ນ ໄດ້ອະນຸມັດການຊ່ວຍເຫຼືອລ້າມູນຄ່າ USD 746,128 ໂດລາ ເພື່ອສະໜັບສະໜູນການເກັບກູ້ລະບີດບໍ່ທັນແຕກ (ລບຕ) ໂດຍການນຳໃຊ້ເຄື່ອງຈັກເກັບກູ້ລະເບີດລູກຫວ່ານ ຢູ່ແຂວງຊຽງຂວາງ.ສັນຍາກ່ຽວກັບໂຄງການດັ່ງກ່າວ ໄດ້ມີການລົງນາມ ທີ່ສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ໃນວັນທີ 11 ທັນວານີ້ ລະຫວ່າງທ່ານ ທາເກວະກະ ເຄໂຊະ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ໂດໂກະ ທາກາຮິຊະ ຮອງປະທານອົງການເກັບກູ້ລະເບີດຍີ່ປຸ່ນ (JMAS), ເຊິ່ງເປັນອົງການຈັດຕັ້ງທີ່ບໍ່ຫວັງຜົນກຳໄລ ທີ່ເປັນຜູ້ລິເລີ່ມ ແລະ ຄຸ້ມຄອງໂຄງການດັ່ງກ່າວ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ລາວ, ບັນດາປະເທດອາຊຽນບວກສາມ ຫາລືການຮ່ວມມືໃນການເກັບກູ້ລະເບີດມີນ

ວຽງຈັນ (ວຽງຈັນທາມສ໌/ANN) – ຊ່ຽວຊານ ລບຕ ຈາກລາວ ແລະ ບັນດາປະເທດອາຊຽນບວກສາມ ແລະ ຄູ່ຮ່ວມພັດທະນາ ໄດ້ປະຊຸມກັນທີ່ນະຄອນຫຼວງວຽງຈັນ ໃນວັນທີ 3-6 ທັນວານີ້ ເພື່ອຫາລືແຜນການໃນການເກັບກູ້ລະເບີດມີນ ໃນພາກພື້ນ ໃນໄລຍະສາມປີຕໍ່ໜ້າ.ກອງປະຊຸມດັ່ງກ່າວໄດ້ຫາລືໃນວັນອັງຄານນີ້ວ່າ ລະເບີດບໍ່ທັນແຕກແຕ່ສະໄໝສົງຄາມ ຍັງຄົງເປັນໄພຮຸກຮານຕໍ່ຄວາມໝັ້ນຄົງຂອງມະນຸດ ທັງໃນພາກພື້ນ ແລະ ໃນທົ່ວໂລກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ອົງການເກັບກູ້ລະເບີດແມັກ ສະເຫຼີມສະຫຼອງຄົບຮອບ 25 ປີໃນການປະຕິບັດງານໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການເກັບກູ້ລະເບີດແມັກ (MAG) ໄດ້ຮັບການຍ້ອງຍໍຈາກລັດຖະບານໃນການປະຕິບັດພາລະກິດໃນລາວ ໃນໄລຍະ 25 ປີຜ່ານມາ, ເຊິ່ງສາມາດທຳລາຍລະເບີດບົມໃຫຍ່ກວ່າ 257,000 ລູກ ແລະ ປົດປ່ອຍພື້ນທີ່ໄດ້ 73 ກິໂລຕາແມັດ, ຊ່ວຍເຫຼືອປະຊາຊົນລ້ານກ່ວາຄົນ.ອົງການດັ່ງກ່າວ ໄດ້ຮັບກາຍຍ້ອງຍໍຜົນສຳເລັດດັ່ງກ່າວທີ່ຫ້ອງການອົງການແມັກວຽງຈັນ ໃນວັນສຸກຜ່ານມາ ເພື່ອສະເຫຼີມສະຫຼອງວັນຄົບຮອບ 25 ປີຂອງການປະຕິບັດການໃນລາວ. ອ່ານຕໍ່ ...

ສົມໄຊ ແສງດາຣາ

ພະນັກງານເກັບກູ້ ລບຕ, ລະເບີດມິນ ສຳເລັດການຝຶກອົບຮົມ

ອົງການເກັບກູ້ລະເບີດແຫ່ງຊາດລາວ (UXO Lao) ແລະ ສູນເກັບກູ້ລະເບີດມິນ ກຳປູເຈຍ (CMAC) ໄດ້ສຳເລັດການຝຶກອົບຮົມແລກປ່ຽນຄວາມຮູ້ຊຸດທຳອິດ.ໂຄງການຝຶກອົບຮົມໄລຍະສີ່ອາທິດພາຍໃຕ້ການຮ່ວມມືໃຕ້-ໃຕ້ ພາຍໃຕ້ການສະໜັບສະໜູນຂອງອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ໄດ້ສຳເລັດລົງໃນທ້າຍອາທິດຜ່ານມາ.ໂຄງການດັ່ງກ່າວແມ່ນມີໄລຍະແຕ່ປີນີ້ໄປເຖິງປີ 2023.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ລາວຕັ້ງເປົ້າເກັບກູ້ລະເບີດບໍ່ທັນແຕກໃຫ້ໄດ້ຢ່າງໜ້ອຍ 90,000 ເຮັກຕາ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ວາງເປົ້າໝາຍການເກັບກູ້ ແລະ ທຳລາຍລະເບີດບໍ່ທັນແຕກອອກຈາກພື້ນທີ່ໃຫ້ໄດ້ 93,362 ເຮັກຕາ, ເຊິ່ງໃນນີ້ 9,179 ເຮັກຕາ ແມ່ນໄດ້ສຳເລັດການເກັບກູ້ແລ້ວ.ເປົ້າໝາຍດັ່ງກ່າວໄດ້ມີການເປີດເຜີຍໃນກອງປະຊຸມສື່ມວນຊົນເນື່ອງໃນວັນຄົບຮອບອະນຸສັນຍາການຕ້ານລະເບີດລູກຫວ່ານຄັ້ງທີ 9 ວັນທີ 1 ສິງຫາ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/laos-targets-removal-uxo-over-90000-hectares-101012

ກຸ່ມ ເມໂທດິດສ໌ ເພື່ອມະນຸດສະທຳໃຫ້ທຶນຊ່ວຍເຫຼືອ 4 ຕື້ສຳລັບວຽກງານເກັບກູ້ລະເບີດ

ວຽງຈັນ (ວຽງຈັນທາມສ໌) – ຄະນະກຳມະການ  ເມໂທດິດສ໌ ຢູໄນເຕັດ ບັນເທົາທຸກ (UMCOR) ຂອງສະຫະລັດອາເມລິກາ ໄດ້ໃຫ້ທຶນຊ່ວຍເຫຼືອຈຳນວນ 4 ຕື້ກີບ (US$500,000 ໂດລາ) ສຳລັບການປະຕິບັດການເກັບກູ້ລະເບີດຂອງອົງການເກັບກູ້ລະເບີດແມັກ ຢູ່ແຂວງຄຳມ່ວນ.ພິທີເຊັນບົດບັນທຶກຄວາມເຂົ້າໃຈຂອງໂຄງການດັ່ງກ່າວໄດ້ມີຂຶ້ນທີ່ນະຄອນວຽງຈັນໃນວັນສຸກແລ້ວນີ້ ລະຫວ່າງຄະນະກຳມະການຄຸ້ມຄອງວຽກງານເກັບກູ້ລະເບີດ/ມິນ ແຫ່ງຊາດ/ຂະແໜງເກັບກູ້ລະເບີດ ແລະ ອົງການເກັບກູ້ລະເບີດແມັກປະຈຳລາວ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/methodist-humanitarian-group-provides-aid-uxo-clearance-100571

ສະຫະລາດຊະອານາຈັກໃຫ້ທຶນຊ່ວຍເຫຼືອກວ່າ 9 ຕື້ກີບສຳລັບວຽກງານເກັບກູ້ລະເບີດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາດຊະອານາຈັກໃຫ້ທຶນຊ່ວຍເຫຼືອມູນຄ່າກວ່າ  9 ຕື້ກີບ (US$1,078,253 ໂດລາ) ສຳລັບການດຳເນີນການໃນໄລຍະຍາວ ເພື່ອສະໜັບສະໜູນກິດຈະກຳການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (ລບຕ) ໃນລາວ ຜ່ານການຈັດຕັ້ງປະຕິບັດຂອງອົງການຊ່ວຍເຫຼືອຂອງປະຊາຊົນນໍເວ.ທຶນຊ່ວຍເຫຼືອດັ່ງກ່າວຈະນຳໃຊ້ເພື່ອສະໜັບສະໜູນກິດຈະກຳເກັບກູ້ ລບຕ ຢູ່ແຂວງສາລະວັນ, ຈຳປາສັກ, ເຊກອງ, ແລະ ອັດຕະປື ແຕ່ເດືອນກໍລະກົດ 2019 ຫາເດືອນມີນາ 2020.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/uk-provides-aid-uxo-clearance-100427

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

rDSX5
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!