News
ອົງການເກັບກູ້ລະເບີດບໍ່ທັນແຕກ (UXO) ຊອກຫາແຫຼ່ງທຶນເພີ່ມເຕີມ
ລັດຖະບານໄດ້ຮຽກຮ້ອງ ການໃຫ້ສະໍໜັບສະໜູນ ເພິ່ມຂື້ນ ໃນການປະຕິບັດງານເກັບກູ້ລະເບີດບໍ່ທັນແຕກ, ເຊິ່ງເນື້ອທີ່ທັງໝົດ 132,000 ເຮັກຕາໄດ້ຖືກສຳຫຼວດ ແລະ ຢັ້ງຢືນລະເບີດທີ່ຍັງບໍ່ທັນແຕກ. ຫົວໜ້າກົມ ອົງການຄຸ້ມຄອງເພື່ອຂະແໜງເກັບກູ້ລະເບີດບໍ່ທັນແຕກແຫ່ງຊາດ ພາຍໃຕ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຈອມມະນີເພັງທອງສະຫວາດກ່າວຕໍ່ນັກຂ່າວໃນລະຫວ່າງການລົງຢ້ຽມຢາມພາກສະໜາມ ຢູ່ແຂວງຊຽງຂວາງເມື່ອບໍ່ດົນມານີ້ວ່າ ເຈົ້າໜ້າທີ່ ກຳລັງຊອກຫາແຫຼ່ງທຶນແລະ ການຊ່ວຍເຫລືອດ້ານວິຊາການເພີ່ມເຕີມສຳລັບການເກັບກູ້ລະເບີດບໍ່ທັນແຕກຢູ່ໃນເກົ້າແຂວງໃນລາວ. ອ່ານເພິ່ມເຕີມ ...
ພົມພົງ ລາວອິນ
ສະຫະລັດອາເມລິກາ ສະໜອງອຸປະກອນ, ເຄື່ອງມືມູນຄ່າຈຳນວນເງິນ 1 ລ້ານໂດລາ ໃຫ້ແກ່ ໂຄງການລະເບີດບໍ່ທັນແຕກແຫ່ງຊາດລາວ
ສະຫະລັດອາເມລິກາ ປະກອບສ່ວນບັນດາເຄື່ອງກວດລູກລະເບີດທີ່ຍັງບໍ່ທັນແຕກເປັນມູນຄ່າຫຼາຍກ່ວາ 1 ລ້ານໂດລາສະຫະລັດ ຊຶ່ງໄດ້ມອບໃນພິທີຈັດຂື້ນທີ່ສູນພັດທະນາເກັບກູ້ລະເບີດບໍ່ທັນແຕກແຫ່ງຊາດລາວ, ນະຄອນຫຼວງວຽງຈັນ ວັນທີ 19 ມັງກອນ 2021. ເຄື່ອງອຸປະກອນເຫຼົ່ານັ້ນຈະຖືກມອບໃຫ້ແກ່ໜ່ວຍງານເກັບກູ້ລະເບີດປະຈຳແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ອັດຕະປື ແລະ ຫົວພັນ. ເອກອັກຄະລັດຖະທູດອາເມລິກາປະຈຳລາວ ທ່ານ ເຮມອນ ໄດ້ກ່າວວ່າ “ມັນເປັນຂີດໝາຍທີ່ເຄື່ອງມືດັ່ງກ່າວຈະສາມາດຊ່ວຍໃຫ້ການເຮັດວຽກຂອງຄະນະເກັບກູ້ລະເບີດມີປະສິດທິພາບຂື້ນຕື່ມ ໂດຍສະເພາະໃນການເຂົ້າເຖິງສະຖານທີ່ຫຍຸ້ງຍາກແລະກັນດານ”. ອ່ານຕໍ່ . ...
ສຳນັກຂ່າວສານປະເທດລາວ
ລາວຕັ້ງເປົ້າເກັບກູ້ລະເບີດບໍ່ທັນແຕກໃຫ້ໄດ້ຢ່າງໜ້ອຍ 90,000 ເຮັກຕາ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ວາງເປົ້າໝາຍການເກັບກູ້ ແລະ ທຳລາຍລະເບີດບໍ່ທັນແຕກອອກຈາກພື້ນທີ່ໃຫ້ໄດ້ 93,362 ເຮັກຕາ, ເຊິ່ງໃນນີ້ 9,179 ເຮັກຕາ ແມ່ນໄດ້ສຳເລັດການເກັບກູ້ແລ້ວ.ເປົ້າໝາຍດັ່ງກ່າວໄດ້ມີການເປີດເຜີຍໃນກອງປະຊຸມສື່ມວນຊົນເນື່ອງໃນວັນຄົບຮອບອະນຸສັນຍາການຕ້ານລະເບີດລູກຫວ່ານຄັ້ງທີ 9 ວັນທີ 1 ສິງຫາ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/laos-targets-removal-uxo-over-90000-hectares-101012
