News
ສະຫະລັດອາເມລິກາ ສະໜອງອຸປະກອນ, ເຄື່ອງມືມູນຄ່າຈຳນວນເງິນ 1 ລ້ານໂດລາ ໃຫ້ແກ່ ໂຄງການລະເບີດບໍ່ທັນແຕກແຫ່ງຊາດລາວ
ສະຫະລັດອາເມລິກາ ປະກອບສ່ວນບັນດາເຄື່ອງກວດລູກລະເບີດທີ່ຍັງບໍ່ທັນແຕກເປັນມູນຄ່າຫຼາຍກ່ວາ 1 ລ້ານໂດລາສະຫະລັດ ຊຶ່ງໄດ້ມອບໃນພິທີຈັດຂື້ນທີ່ສູນພັດທະນາເກັບກູ້ລະເບີດບໍ່ທັນແຕກແຫ່ງຊາດລາວ, ນະຄອນຫຼວງວຽງຈັນ ວັນທີ 19 ມັງກອນ 2021. ເຄື່ອງອຸປະກອນເຫຼົ່ານັ້ນຈະຖືກມອບໃຫ້ແກ່ໜ່ວຍງານເກັບກູ້ລະເບີດປະຈຳແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ອັດຕະປື ແລະ ຫົວພັນ. ເອກອັກຄະລັດຖະທູດອາເມລິກາປະຈຳລາວ ທ່ານ ເຮມອນ ໄດ້ກ່າວວ່າ “ມັນເປັນຂີດໝາຍທີ່ເຄື່ອງມືດັ່ງກ່າວຈະສາມາດຊ່ວຍໃຫ້ການເຮັດວຽກຂອງຄະນະເກັບກູ້ລະເບີດມີປະສິດທິພາບຂື້ນຕື່ມ ໂດຍສະເພາະໃນການເຂົ້າເຖິງສະຖານທີ່ຫຍຸ້ງຍາກແລະກັນດານ”. ອ່ານຕໍ່ . ...
ສຳນັກຂ່າວສານປະເທດລາວ
ພະນັກງານເກັບກູ້ ລບຕ, ລະເບີດມິນ ສຳເລັດການຝຶກອົບຮົມ
ອົງການເກັບກູ້ລະເບີດແຫ່ງຊາດລາວ (UXO Lao) ແລະ ສູນເກັບກູ້ລະເບີດມິນ ກຳປູເຈຍ (CMAC) ໄດ້ສຳເລັດການຝຶກອົບຮົມແລກປ່ຽນຄວາມຮູ້ຊຸດທຳອິດ.ໂຄງການຝຶກອົບຮົມໄລຍະສີ່ອາທິດພາຍໃຕ້ການຮ່ວມມືໃຕ້-ໃຕ້ ພາຍໃຕ້ການສະໜັບສະໜູນຂອງອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ໄດ້ສຳເລັດລົງໃນທ້າຍອາທິດຜ່ານມາ.ໂຄງການດັ່ງກ່າວແມ່ນມີໄລຍະແຕ່ປີນີ້ໄປເຖິງປີ 2023.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌