ສະຫະລາດຊະອານາຈັກໃຫ້ທຶນຊ່ວຍເຫຼືອກວ່າ 9 ຕື້ກີບສຳລັບວຽກງານເກັບກູ້ລະເບີດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາດຊະອານາຈັກໃຫ້ທຶນຊ່ວຍເຫຼືອມູນຄ່າກວ່າ  9 ຕື້ກີບ (US$1,078,253 ໂດລາ) ສຳລັບການດຳເນີນການໃນໄລຍະຍາວ ເພື່ອສະໜັບສະໜູນກິດຈະກຳການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (ລບຕ) ໃນລາວ ຜ່ານການຈັດຕັ້ງປະຕິບັດຂອງອົງການຊ່ວຍເຫຼືອຂອງປະຊາຊົນນໍເວ.

ທຶນຊ່ວຍເຫຼືອດັ່ງກ່າວຈະນຳໃຊ້ເພື່ອສະໜັບສະໜູນກິດຈະກຳເກັບກູ້ ລບຕ ຢູ່ແຂວງສາລະວັນ, ຈຳປາສັກ, ເຊກອງ, ແລະ ອັດຕະປື ແຕ່ເດືອນກໍລະກົດ 2019 ຫາເດືອນມີນາ 2020.

ອ່ານຕໍ່…

ພົມພົງ ເຫຼົາອິນ
http://annx.asianews.network/content/uk-provides-aid-uxo-clearance-100427