ຍີ່ປຸ່ນໃຫ້ການຊ່ວຍເຫຼືອເຄື່ອງຈັັກເກັບກູ້ລະເບີດລູກຫວ່ານ ສຳລັບການເກັບກູ້ຢູ່ແຂວງຊຽງຂວາງ

(ຂປລ) ໃນວັນທີ 11 ທັນວາ 2019 ນີ້, ລັດຖະບານຍີ່ປຸ່ນ ໄດ້ອະນຸມັດການຊ່ວຍເຫຼືອລ້າມູນຄ່າ USD 746,128 ໂດລາ ເພື່ອສະໜັບສະໜູນການເກັບກູ້ລະບີດບໍ່ທັນແຕກ (ລບຕ) ໂດຍການນຳໃຊ້ເຄື່ອງຈັກເກັບກູ້ລະເບີດລູກຫວ່ານ ຢູ່ແຂວງຊຽງຂວາງ.

ສັນຍາກ່ຽວກັບໂຄງການດັ່ງກ່າວ ໄດ້ມີການລົງນາມ ທີ່ສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ໃນວັນທີ 11 ທັນວານີ້ ລະຫວ່າງທ່ານ ທາເກວະກະ ເຄໂຊະ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ໂດໂກະ ທາກາຮິຊະ ຮອງປະທານອົງການເກັບກູ້ລະເບີດຍີ່ປຸ່ນ (JMAS), ເຊິ່ງເປັນອົງການຈັດຕັ້ງທີ່ບໍ່ຫວັງຜົນກຳໄລ ທີ່ເປັນຜູ້ລິເລີ່ມ ແລະ ຄຸ້ມຄອງໂຄງການດັ່ງກ່າວ.

ອ່ານຕໍ່…

ໂຕະຂ່າວ ຂປລ