ຈັບຊາຍຄົນລາວສາມຄົນໃນຂະນະຂົນສົ່ງຢາເສບຕິດມູນຄ່າ $430,000 ໂດລາ

ເຈົ້າໜ້າທີ່ໄດ້ຈັບກຸມຊາຍຄົນລາວສາມຄົນ ຢູ່ແຂວງຮາຕິນ ໃນວັນຈັນຜ່ານມາ ໃນຂະນະຂົນຍ້າຍຢາເສບຕິດມູນຄ່າ 10 ຕື້ດົງ ($430,000 ໂດລາ) ຈາກລາວໄປຫວຽດນາມ.

ຊາຍສາມຄົນດັ່ງກ່າວ ທີ່ຍັງບໍ່ທັນໄດ້ຢືນຢັນຕົວຕົນ ແມ່ນຖືກຈັບຕົວໄດ້ໃກ້ກັບປະຕູດ່ານຊາຍແດນ ທີ່ເມືອງຮຸງຊົນ ທາງພາກກາງຂອງຫວຽດນາມ ໂດຍເຈົ້າໜ້າທີ່ຊາຍແດນຮາຕິນ ແລະ ເຈົ້າໜ້າທີ່ຕຳຫຼວດລາວ. 

ເຈົ້າໜ້າທີ່ສາມາດຍຶດຂອງກາງເປັນຢາເສບຕິດ 62,000 ເມັດທີ່ເຊື່ອງມານຳກະເປົາ ແລະ ຖົງຊາ, ລົດໃຫຍ່ສອງຄັນ ພ້ອມດ້ວຍເອກະສານທີ່ກ່ຽວຂ້ອງຈຳນວນໜຶ່ງ.

ອ່ານຕໍ່…

Duc Hung
https://e.vnexpress.net/news/news/three-lao-men-caught-transporting-drugs-worth-430-000-3960803.html