ພະຍາດອະຫິວາໝູອາຟຣິກາ ເຮັດໃຫ້ມີໝູຕາຍແລ້ວ 2,500 ໂຕຢູ່ແຂວງສາລະວັນ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງສາລະວັນຢືນຢັນວ່າ ທາງແຂວງກຳລັງຜະເຊີນບັນຫາຮ້າຍແຮງໃນການສະກັດກັ້ນການລະບາດຂອງພະຍາດອະຫິວາໝູອາຟຣິກາ ເຊິ່ງພົບວ່າມີຈຳນວນໝູຕາຍຍ້ອນພະຍາດດັ່ງກ່າວເພີ່ມຂຶ້ນ.

ເຈົ້າໜ້າທີ່ແຂວງລາຍງານວ່າ ມາເຖິງວັນທີ 20 ມິຖຸນາ ມີໝູຕາຍຍ້ອນພະຍາດດັ່ງກ່າວແລ້ວຈຳນວນ 1,500 ໂຕ, ແຕ່ວ່າຕົວເລກຫຼ້າສຸດຢືນຢັນວ່າພົບໝູຕາຍທັງໝົດປະມານ 2,500 ໂຕ.

ອ່ານຕໍ່…

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/saravan-reports-2500-pig-deaths-african-swine-fever-99325